
ກອງປະຊຸມລະດັບຊາດກ່ຽວກັບການຄົ້ນຄວ້າວິທະຍາສາດ ໃນຫົວຂໍ້: ບົນເສັ້ນທາງສູ່ການພັດທະນາທີ່ຍືນຍົງຢູ່ ສປປ ລາວ

ທ່າມກາງບັນຍາກາດທີ່ ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວກຳລັງສູ້ຊົນ ເພື່ອບັນລຸການຈັດຕັ້ງປະຕິບັດ ສະຫັດສະວັດແຫ່ງການພັດທະນາ ຢູ່ໃນປີ 2015 ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 7, ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບສະຖາບັນຄົ້ນຄວ້າກະສິກຳ ແລະປ່າໄມ້ແຫ່ງຊາດ ແລະ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ຈັດກອງປະຊຸມແຫ່ງຊາດກ່ຽວກັບການຄົ້ນຄວ້າວິທະຍາສາດເພື່ອການພັດທະນາ ໃນຫົວຂໍ້ “ບົນເສັ້ນທາງແຫ່ງການພັດທະນາແບບຍືນຍົງ ຢູ່ ສປປ ລາວ ຂື້ນທີ່ຄະນະເສດຖະສາດ-ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ. ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງທ່ານ ຮສ. ລຳໄມ ພິພັກຂະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ດຣ. ບຸນທະວີ ສີສຸພັນທອງ ລັດຖະມົນຕີ ຊ່ວຍວ່າການກະຊວງແຜນການ ແລະການລົງທຶນ, ທ່ານ ດຣ. ພວງ ປະລິສັກ ປຣາວົງວຽງຄຳ ລັດຖະມົນຕີ ຊ່ວຍວ່າການກະຊວງກະສິກຳ ແລະປ່າໄມ້, ທ່ານ Jonh Williams ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ, ມີບັນດາຫົວຫນ້າກົມ, ຫົວຫນ້າຫ້ອງການ, ຮອງຫົວຫນ້າສະຖາບັນຄົ້ນຄວ້າ, ນັກວິຊາການ ຈາກກະຊວງແຜນການ ແລະການລົງທຶນ, ກະຊວງກະສິກຳ ແລະປ່າໄມ້, ກະຊວງວິທະຍາສາດ ແລະເຕັກໂນໂລຊີ, ກະຊວງສຶກສາທິການ ແລະກິລາ, ຄະນະພັດທະນາ ແລະລຶບລ້າງຄວາມທຸກຍາກແຫ່ງຊາດ ຂັ້ນສູນກາງ, ມີພະນັກງານຂັ້ນນຳຂອງແຂວງ 15 ແຂວງ, ມີຜູ້ຕາງຫນ້າຈາກອົງການຈັດຕັ້ງສາກົນຕ່າງໆ ທີ່ເຮັດວຽກກ່ຽວຂ້ອງກັບການພັດທະນາ ຢູ່ ສປປ ລາວ ແລະມີຄູ-ອາຈານ, ນັກຄົ້ນຄວ້າ ແລະນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ ແລະນັກວິຊາການ ຈາກພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ທັງໝົດ 287 ຄົນ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສ້າງເວທີໃຫ້ນັກຄົ້ນຄວ້າລາວ ໄດ້ສະເໜີ ແລະ ສົນທະນາຜົນ ການຄົ້ນຄວ້າວິທະຍາສາດ ກ່ຽວກັບກະສິກຳ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ການພັດ ທະນາຊົນນະບົດ ແລະນະໂຍບາຍດ້ານເສດຖະກິດ. ຈຸດປະສົງສະເພາະຂອງ ກອງປະຊຸມ ແມ່ນ ເພື່ອ: (1) ສ້າງເວທີໄລຍະຍາວ ເພື່ອສົນທະນາລະຫວ່າງນັກຄົ້ນຄວ້າ ແລະຜູ້ກໍານົດນະໂຍບາຍ ຫຼື ນັກພັດທະນາ; (2) ກໍານົດບາງຈຸດເລັ່ງ ຂອງການຄົ້ນຄວ້າ, (3) ພັດທະນາ ຂໍ້ສະເໜີໃຫ້ແກ່ ການສົນທະນາລະຫວ່າງ ນະໂຍບາຍ-ວິທະຍາສາດໃນຂັ້ນຕໍ່ໄປ; ແລະ (4) ສ້າງຄວາມເຂັ້ມແຂງ ດ້ານວັດທະນາທຳ ໃນການຄົ້ນຄວ້າວິທະຍາສາດໃນ ສປປ ລາວ ໂດຍເປີດໂອກາດ ໃຫ້ນັກຄົ້ນຄວ້າ ວິທະຍາສາດລາວ ໄດ້ປັບປຸງທັກສະ ດ້ານການພົວພັນສື່ສານ, ຈັດກອງປະຊຸມປຶກສາຫາລື ກັບຜູ້ສ້າງດ້ານນະໂຍບາຍ, ເຂົ້າໃຈບູລິມະສິດການພັດທະນາ ຢ່າງເລິກເຊິ່ງ ແລະດໍາເນີນການຄົ້ນຄວ້າ ວິທະຍາສາດທີ່ຖືກ ເປົ້າໝາຍດີຂຶ້ນ ແລະ ສາມາດນຳໃຊ້ ໄດ້ຫຼາຍຂຶ້ນ.
ກອງປະຊຸມຄັ້ງນີ້ ໄດ້ແບ່ງອອກເປັນ 6 ຫົວຂໍ້ຍ່ອຍ ເຊິ່ງປະກອບດ້ວຍ (1) ການປ່ຽນສະ ພາບຊົນນະບົດ ແລະ ການປ່ຽນແປງດ້ານຊີວິດການເປັນຢູ່; (2) ການເຂົ້າເຖິງ, ຄວາມສະເໝີພາບ ແລະບົດບາດຍິງ-ຊາຍ, ໂດຍສະເພາະໃນເຂດຊົນນະບົດ; (3) ຊັບພະຍາກອນທຳມະຊາດ (ດິນ ແລະ ນ້ຳ) ແລະ ພະລັງງານ, (4) ການຄ້າໃນພາກພື້ນ, ການເຊື່ອມໂຍງ ແລະນະໂຍບາຍ ດ້ານ ເສດຖະກິດມະຫາພາກ; (5) ແຮງງານ, ການຍ້າຍຖິ່ນ ແລະ ການເຊື່ອໂຍງ ລະຫວ່າງ ຊົນນະບົດ ແລະຕົວເມືອງ, (6) ການປ່ຽນແປງສະພາບອາກາດ, ການປັບຕົວ ແລະ ການແປປວນ.
ກອງປະຊຸມຄັ້ງນີ້ ແມ່ນໄດ້ດຳເນີນເປັນເວລາ ສອງວັນ (ວັນທີ 17-18 ທັນວາ 2014) ໂດຍໄດ້ຮັບທຶນສະນັບສະໜູນຈາກ ໂຄງການ DFAT Learning Facility, ມະຫາວິທະຍາໄລເບີນ ສູນສິ່ງແວດລ້ອມ ແລະ ການພັດທະນາ, ໂຄງການຄົ້ນຄວ້າກ່ຽວກັບດິນ ນ້ຳ ແລະ ລະບົບນິເວດ (CGIAR), Village Focus International, ສູນສຳລັບການຄົ້ນຄວ້າປ່າໄມ້ສາກົນ, ແລະ ກອງທຶນສາກົນ ສຳລັບການພັດທະນາ ກະສິກຳ.
ກອງປະຊຸມໄດ້ປິດລົງດ້ວຍມາກຜົນອັນຈົບງາມ ຊຶ່ງໄດ້ ຄັດເລືອກເອົາບົດຄົ້ນຄວ້າທີ່ນຳມາສະເໜີ 87 ບົດ; ເປັນການບັນຍາຍ 56 ບົດ ແລະ ວາງສະແດງເປັນປົດສະເຕີ 31 ບົດ.