ພິທີ​ສະຫຼຸບ​ບັ້ນ​ເຝິກອົບຮົມ​ທິດ​ສະ​ດີກາ​ນ​ເມືອງໄລຍະ​ສັ້ນ

 

ພາຍຫຼັງ​ທີ່​ອົງຄະ​ນະ​ພັກ ມຊ ​ໄດ້​ເປີດ​ບັ້ນເຝິກອົບຮົມ​ທິດ​ສະ​ດີກາ​ນ​ເມືອງ-ການ​ປົກຄອງ ໄລຍະ​ສັ້ນ​ 45 ວັນ,  ຊຸດ​ທີ 8 ມາ​ແຕ່​ວັນ​ທີ 27 ຕຸລາ 2014; ມາ​ໃນ​ຕອນ​ເຊົ້າວັນ​ທີ 31 ທັນວາ 2014 ອົງຄະ​ນະ​ພັກ ມຊ ​ໄດ້​ຈັດ​ພິທີ ປິດ​ບັ້ນ​ເຝິກອົບຮົມຊຸດ​ທີ 8 ນີ້ ຢ່າງ​ເປັນ​ທາງ​ການ,  ພິທີດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ທີ່​ຫ້ອງ​ປະຊຸມ​ສະ​ໂມ​ສອນ​ໃຫຍ່  ມຊ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສຈ. ດຣ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ ກຳມະການ​ສູນ​ກາງ​ພັກ, ຄະນະ​ພັກປະ​ຈຳ​ກະຊວງ​ສຶກສາ​ທິການ ​ແລະ​ກິລາ, ​ອະທິການ​ບໍດີ ມຊ, ມີທ່ານ ຈອມ​ແສງ ສະ​ຫລີ​ພົມ ​ຫົວໜ້າກົມ​ວິຊາ​ການຂອງ​ສະ​ຖາ​ບັນ​ການ​ເມືອງ-ການ​ປົກຄອງ​ແຫ່ງ​ຊາດ, ມີ​ບັນດາ​ທ່ານ​ຮອງ​ອະທິການ​ບໍດີ, ບັນດາ​ເລຂາ​ຄະນະ​ພັກ​ຮາກ​ຖານ​ຈາກ​ 11ຄະນະວິຊາ, ຄະນະບໍດີ, ຫົວໜ້າ​ຫ້ອງການ, ຜູ້ອຳນວຍການ​ສະ​ຖາ​ບັນ, ສູນ, ​ຫໍສະໝຸດ​ກາງ, ໂຮງຮຽນ​, ໂຮງໝໍ, ບັນດາ​ຄະນະ​ນຳ ສາມ​ອົງການ​ຈັດ​ຕັ້ງມະຫາຊົນ ພ້ອມ​ດ້ວຍ​ນັກສຳ​ມະ​ນາກ​ອນ ຊຸດ​ທີ 8 ເຂົ້າຮ່ວມ ຢ່າງພ້ອມພຽງ.

ໂອກາດ​ນີ້, ທ່ານ ນາງ ບຸນ​ໂຮມ ວົງ​ພົມ ຫົວໜ້າ​ພະ​ແນ​ກກໍ່ສ້າງ​ພັກ ມຊ ​ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ບັ້ນ​ເຝິກອົບຮົມເຊິ່ງທ່ານ​ໄດ້​ໃຫ້​ຮູ້​ວ່າ: ສະມາຊິກ​ພັກ​ພະນັກງານ ຄູ-ອາຈານ​ຫລັກ​ແຫ່​ລງ  ​ແລະ​ພະນັກງານ​ຜູ້​ທີ່​ຈົບ​ປະລິນຍາ​ເອກ​ຢູ່​ໃນ 11 ຄະນະ​ວິຊາ  ​ແລະ ​ສຳນັກງານ​ອະທິການ​ບໍດີ ມຊ, ​ມີ​ຈຳນວນ​ທັງໝົດ 100 ສະຫາຍ, ຍິງ 40 ສະຫາຍ.  ເຊິ່ງຜູ້​ເຂົ້າ​ຮ່ວມ​ເຝິກອົບຮົມ​ໄດ້​ຮັບ​ຟັງ​ການບັນຍາຍແລະ ເຊື່ອມ​ຊຶມ​ເນື້ອ​ໃນ​ເອກະສານທັງ​ໝົດ 6 ວິຊາ ຄື: ວິຊາປັດ​ສະຍາ 8 ບົດ,  ວິຊາ​ລັດ​ທິສັງຄົມ​ນິຍົມ​ວິທະຍາສາດ 10 ບົດ,  ວິຊາ​ເສດຖະສາດ​ການ​ເມືອງ 8 ບົດ,  ວິຊາ​ບໍລິຫານ​ສາດ 8 ບົດ, ພາກວິຊາ​ກໍ່ສ້າງ​ພັກຈຳນວນ 5 ບົດ ​ແລະ ​ແຜນ​ພັດທະນາ ມຊ, ຂໍ້​ແຂ່ງຂັນ​ຂອງ​ອົງຄະ​ນະ​ພັກ​ກະຊວງ​ສຶກສາ​ທິການ ​ແລະ​ກິລາ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ. ຕະຫຼອດ​ໄລຍະ ດຳ​ເນີນ​ການ​ເຝິກອົບຮົມ ນັກ​ສຳ​ມະ​ນາກ​ອນທຸກ​ຄົນ​ມີ​ຄວາມ​ຈູບ​ຈ້າວ-ຫ້າວຫັນ, ມີ​ຄວາມ​ພາກພູມ​ໃຈ  ​ແລະ​ປະຕິບັດ​ລະບຽບ,  ຕັ້ງ​ໃຈ​ຮັບ​ເອົາ​ຄວາມ​ຮູ້ ຈາກ​ຄະນະ​ອາຈານ​ແຕ່​ລະວິ​ຊາ​ດ້ວຍ​ຄວາມ​ເຄົາລົບ ​ແລະ​ຮັກ​ແພງ; ຜ່ານ​ການ​ເຝິກອົບຮົມ​ຊຸດ​ນີ້,  ນັກ​ສຳ​ມະ​ນາກ​ອນທຸກ​ຄົນ​ໄດ້ມີ​ຄວາມຮູ້, ກຳ​ໄດ້  ​ແລະ ​ເຊື່ອມ​ຊື່​ມ ດ້ານທິດ​ສະ​ດີມາກ -​ເລ​ນິນ ຂັ້ນ​ພື້ນຖານ​ເປັນ​ຢ່າງ​ດີ, ກຳ​ໄດ້​ແນວທາງກາ​ນ​ເມືອງ​ຂອງ​ພັກ  ​ແລະ​ກ້າ​ສະ​ແດງ​ຄວາມ​ຄິດ​ເຫັນ​ໃນ​ເວລາ​ຄົ້ນ​ຄ້ວາ ສົນທະນາ. ຄາດວ່າພາຍຫລັງສຳເລັດບັ້ນເຝິກອົບຮົມ​ທິດ​ສະ​ດີກາ​ນ​ເມືອງ-ການ​ປົກຄອງ ໄລຍະ​ສັ້ນ​ 45 ວັນໃນຊຸດນີ້ແລ້ວ ບັນດາທ່ານທີ່ເຂົ້າຮ່ວມເຝິກອົບຮົມດັ່ງກ່າວຈະນຳເອົາ​ຄວາມ​ຮູ້ - ຄວາມ​ເຂົ້າ​ໃຈ ທາງ​ດ້ານ​ທິດ​ສະ​ດີເຂົ້າໄປໝຸນໃຊ້ເຂົ້າໃນການ​ປະຕິບັດ​ໜ້າທີ່ວຽກງານ​ຕົວ​ຈິງໄດ້ເປັນຢ່າງດີ.

​ໂອກາດ​ນີ້, ທ່ານ ສຈ. ດຣ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ ກໍ​ໄດ້​ໃຫ້​ກຽດ​ມອບ​ໃບ​ຢັ້ງຢືນ ໃຫ້​ແກ່​ນັກ​ສຳ​ມະ​ນາກ​ອນຈຳນວນ 100 ສະຫາຍ, ທີ່​ສຳ​ເລັດ​ການ​ເຝິກອົບຮົມ​ທິດ​ສະ​ດີກາ​ນ​ເມືອງ-ການ​ປົກຄອງ​ໄລຍະ​ສັ້ນ​ຊຸດ​ທີ 8 ພ້ອມ​ທັງ​ໄດ້​ໂອ້​ລົມ​ຕໍ່​ພິທີ, ​ເຊິ່ງກ່ອນ​ອື່ນ​ທ່ານ ​ໄດ້​ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ຄະນະ​ຮັບຜິດຊອບ​ບັ້ນ​ເຝິກອົບຮົມ  ​ແລະ​ຄວາມ​ເອົາ​ໃຈ​ໃສ່,  ຄວາມ​ເສຍສະຫຼະ, ​ຄວາມ​ອົດທົນ​ຂອງ​ພະນັກງານ​ຫຼັກ​ແຫ່ງ, ພະນັກງານ​ວິຊາ​ການຂອງ ມຊ ກໍ​ຄື ນັກ​ວິທະຍາກອນຈາກ​ສະ​ຖາ​ບັນ​ການ​ເມືອງ​-ການປົກຄອງ​ແຫ່ງ​ຊາດ  ທີ່​ໄດ້​ສະຫຼະ​ເວລາ ​ແລະ​ຮ່ວມດຳ​ເນີນ​ການ​ເຝິກອົບຮົມ​ໃນ​ຕະຫຼອດ​ໄລ​ຍະ 45 ວັນ ຈົນ​ສຳ​ເລັດ​ລົງ​ດ້ວຍ​ໝາກຜົນ​ອັນ​ຈົບງາມ; ພ້ອມ​ກ່າວ​ເນັ້ນ​ໃຫ້​ຜູ້​ສຳ​ເລັດ ການ​ເຝິກອົບຮົມ​ຊຸດ​ທີ 8 ທຸກ​ຄົນຈົ່ງ​ພ້ອມ​ກັນນຳ​ເອົາຄວາມ​ຮູ້ວິຊາ​ຕ່າງໆ​  ຈາກ​ການ​ເຝິກອົບຮົມ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ວຽກ​ງານ  ທີ່​ຕົນ​ຮັບຜິດຊອບ ​ໃຫ້​ເກີດ​ດອກ -​ອອກຜົນ ຕາມ​ແນວທາງ​ຂອງ​ພັກ ​ແລະພ້ອມ​ກັນຕັ້ງໜ້າ​ດຳເນີນ​ວຽກ​ງານ​ດ້ວຍ​ຄວາມ​ຫ້າວຫັນ,  ​ເພີ​ມທະວີ​ຄວາມ​ສາມັກຄີ ​ເປັນ​ເຈົ້າ​ຕົນ​ເອງ​ເພື່ອພ້ອມ​ກັນ​ກ້າວໜ້າ  ​ແລະ​​ເປັນສ່ວນຮ່ວມ​ສຳຄັນ​ໃນ​ການ​ພັດທະນາ​ປະ​ເທດ​ຊາດຕໍ່​ໄປ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.