
ຄະນະວິທະຍາສາດສິ່ງແວດລ້ອມ ຈັດພິທີສະຫຼຸບສົກຮຽນ 2013 - 2014 ແລະໄຂສົກສຶກສາ 2014 - 2015

ພິທີສະຫຼຸບສົກຮຽນ 2013-2014 ແລະ ໄຂສົກສຶກສາ 2014-2015 ຂອງ ຄະນະວິທະຍາສາດສິ່ງແວດລ້ອມ ມຊ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ ວັນທີ 5 ມັງກອນ 2015 ນີ້, ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ດຣ ພຸດ ສິມມາລາວົງ ຮອງອະທິການບໍດີ ມຊ, ທ່ານ ຮສ. ແກ່ນຈັນ ສິນສຳພັນ ວ່າການຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ, ມີບັນດາທ່ານ ຮອງຄະນະບໍດີ, ແຂກຖືກເຊີນ, ຫົວໜ້າ ແລະຮອງພາກວິຊາ, ຫົວໜ້າ ແລະຮອງພະແນກ, ມີພະນັກງານ-ຄູອາຈານ ແລະ ນັກສຶກສາຄະນະດັ່ງກ່າວເຂົ້າຮ່ວມ.
ໃນພິທີ ທ່ານ ຮສ. ແກ່ນຈັນ ສິນສຳພັນ ວ່າການຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານການເຄື່ອນໄຫວສົກສຶກສາ 2013 - 2014 ແລະຜ່ານທິດທາງແຜນການປີ 2015 ຕໍ່ທີ່ປະຊຸມ, ເຊີ່ງໄດ້ໃຫ້ຮູ້ວ່າ: ທົ່ວຄະນະວິທະຍາສາດສິ່ງແວດລ້ອມ ແມ່ນໜຶ່ງໃນ 11 ຄະນະວິຊາຂອງ ມຊ, ມີພະນັກງານ ຄູ-ອາຈານທັງໝົດ 75 ທ່ານ, ຍິງ 33 ທ່ານ, ໃນນັ້ນ ປະລິນຍາເອກ 4 ທ່ານ, ຍິງ 1 ທ່ານ, ຮອງສາດສະດາຈານ 4 ທ່ານ, ປະລິນຍາໂທ 49 ທ່ານ, ຍິງ 18 ທ່ານ, ກຳລັງຮຽນປະລິນຍາເອກ 3 ທ່ານ, ກຳລັງຮຽນປະລິນຍາໂທ 6 ທ່ານ, ຍິງ 4 ທ່ານ, ປະລິນຍາຕີ 16 ທ່ານ, ຍິງ 8 ທ່ານ ແລະ ອະນຸປະລິນຍາ ຫຼື ຊັ້ນສູງ ມີ 1 ທ່ານ. ມີນັກສຶກສາທັງໝົດ 1.465 ຄົນ, ຍິງ 994 ຄົນ.
ດ້ານວຽກງານການເມືອງແນວຄິດໄດ້ຊີ້ນຳ ນຳພາ, ສຶກສາອົບຮົມແນວຄິດພະນັກງານ ຄູ-ອາຈານ ແລະນັກສຶກສາໃນຄະນະວິທະຍາສາດສິ່ງແວດລ້ອມ ດ້ວຍຮູບການຈັດປະຖົມນິເທດ ນັກສຶກສາ ເພື່ອເຜີຍແຜ່ ນິຕິກຳທາງດ້ານ ວິຊາການ, ລະບຽບນັກສຶກສາ, ປະຊຸມສ່ອງແສງສະພາບການທີ່ພົ້ນເດັ່ນ ເດືອນລະ 2 ຄັ້ງເພື່ອທົບທວນຄືນການນຳພາແນວຄິດການເມືອງ ແລະການຈັດຕັ້ງເຄື່ອນໄຫວວຽກງານຕ່າງໆ ຂອງຄະນະວິຊາ. ເຂົ້າຮ່ວມກອງປະຊຸມເຊື່ອຊືມມະຕິຕ່າງໆ ຂອງ ພັກ-ລັດ, ກະຊວງສຶກສາທິການ ແລະກິລາ ແລະ ມຊ ຈັດຕັ້ງຂຶ້ນຫລາຍຄັ້ງ. ນຳສົ່ງພະນັກງານ ເຂົ້າຮ່ວມບຳລຸງທິດສະດີການເມືອງຊັ້ນສູງ 5 ເດືອນ 1 ທ່ານ ແລະບຳລຸງທິດສະດີການເມືອງໄລຍະສັ້ນ 45 ວັນ ຈຳນວນ 2 ທ່ານ. ປະຊຸມສະພາ ຄູປະຈຳຫ້ອງ ເພື່ອຮັບການສ່ອງແສງ ແລະວາງແຜນການ ທຸກໆເດືອນ ຕະຫລອດສົກຮຽນ ພ້ອມທັງໄດ້ຍົກໃຫ້ເຫັນຜົນງານດ້ານອື່ນໆ ເປັນຕົ້ນແມ່ນວຽກງານວິຊາການ, ດ້ານການຄົ້ນຄ້ວາວິໄຈ, ດ້ານການຄຸ້ມຄອງນັກສຶກສາ, ດ້ານການເງິນ ແລະການຄຸ້ມຄອງຊັບສິນ, ດ້ານການພົວພັນ ແລະຮ່ວມມືກັບພາກສ່ວນຕ່າງໆ, ດ້ານການພັດທະນາຄະນະວິຊາ, ດ້ານວຽກງານສາມອົງການຈັດຕັ້ງມະຫາຊົນ, ດ້ານການປ້ອງກັນຄວາມສະຫງົບ, ດ້ານວຽກງານກວດກາ, ວຽກກິດຈະກຳແລະອື່ນໆ.
ໃນຕອນທ້າຍພິທີທ່ານ ຮສ.ດຣ ພຸດ ສິມມາລາວົງ ຮອງອະທິການບໍດີ ມຊ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍ -ຊົມເຊີຍ ຕໍ່ຜົນງານຕ່າງໆ ທີທາງຄະນະນໍາ, ພະນັກງານ-ຄູອາຈານ ແລະນັກສຶກສາ ຄະນະວິທະຍາສາດສິ່ງແວດລ້ອມ ຍາດມາໄດ້ໃນ 1 ປີຜ່ານມາ, ພ້ອມທັງໄດ້ກ່າວບາງຕອນວ່າ: ຄະນະວິທະຍາສາດສິ່ງແວດລ້ອມ ເປັນຄະນະວິຊາໜຶ່ງທີມີຄວາມສຳຄັນ ແລະມີບົດບາດ ໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດສິ່ງແວດລ້ອມ, ການຈັດສັນຄວາມເປັນລະບຽບ-ຮຽບຮ້ອຍສິ່ງແວດລ້ອມ ແລະການພັດທະນາສິ່ງແວດລ້ອມໃຫ້ເກີດປະໂຫຍດສູງສຸດເພື່ອກ້າວໄປສູ່ການພັດທະນາປະເທດຊາດ. ພ້ອມທັງກ່າວເນັ້ນໃຫ້ ຄະນະນໍາ, ພະນັກງານຄູອາຈານ ແລະ ນັກສຶກສາຄະນະວິທະຍາສາດສິ່ງແວດລ້ອມ ຮັກສາມູນເຊື້ອ ໃນການພັດທະນາ ແລະ ບຸກໜ້າບືນຕົວຕໍ່ ການພັດທະນາວຽກງານຮອບດ້ານຂອງຄະນະຕົນ; ບົນຫຼັກການ ແລະຄວາມສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ.