
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະຖາບັນເຕັກນິກວິຊາຊີບສິບສອງພັນນາ ສປ.ຈີນ

ໃນຕອນເຊົ້າວັນທີ 7 ມັງກອນ 2015 ນີ້, ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະຖາບັນເຕັກນິກວິຊາຊີບສິບສອງພັນນາ ສປ.ຈີນ ໄດ້ຮ່ວມກັນເຊັນບົດບັນທຶກຄວາມເຂົ້າໃຈ ຫຼື ( MOU) ຂຶ້ນທີ່ຫ້ອງປະຊຸມຕຶກສຳນັກງານ ອະທິການບໍດີ ມຊ, ຝ່າຍ ມຊ ເຊັນໂດຍທ່ານ ຮສ.ດຣ ແສງເດືອນ ໄວຍະກອນ ຫົວໜ້າຫ້ອງການພົວພັນຕ່າງປະເທດ ມຊ, ຝ່າຍສະຖາບັນເຕັກນິກວິຊາຊີບສິບສອງພັນນາ ເຊັນໂດຍທ່ານ zhao Hongjiang ຫົວໜ້າຫ້ອງການພົວພັນຕ່າງປະເທດ ສະຖາບັນເຕັກນິກວິຊາຊີບສິບສອງພັນນາ. ເຂົ້າຮ່ວມເຊັນເປັນສັກຂີພະຍານ ໂດຍທ່ານ ຮສ.ດຣ ພຸດ ສິມາລາວົງ ຮອງອະທິການບໍດີ ມຊ, ທ່ານ Fang Changsheng ຮອງອະທິການບໍດີ ສະຖາບັນເຕັກນິກວິຊາຊີບສິບສອງພັນນາ, ມີບັນດາຫົວໜ້າຫ້ອງການ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ການເຊັນບົດບັນທຶກຄວາມເຂົ້າໃຈ ຂອງທັງສອງຝ່າຍຄັ້ງນີ້, ແມ່ນເພື່ອເປັນການສືບຕໍ່ສັນຍາໄລຍະຜ່ານມາ. ເພື່ອປະກອບສ່ວນສົມທົບ ແລະ ຮ່ວມມືກັນພັດທະນາດ້ານວິຊາການ ໂດຍສະເພາະແມ່ນການແລກປ່ຽນພະນັກງານ, ຄູ-ອາຈານ ແລະນັກສຶກສາ, ຮ່ວມມືພັດທະນາດ້ານຄວາມສາມາດ, ຮັບຮູ້ການໂອນໜ່ວຍກິດ, ຮ່ວມກັນພັດທະນາຫລັກສູດ ແລະອຸປະກອນການສິດສອນ, ຮ່ວມກັນຄົ້ນຄວ້າວິໄຈ ແລະຮ່ວມກັນຈັດຝຶກອົບຮົມ. ໂອກາດນີ້ໂດຍທ່ານ ຮສ.ດຣ ພຸດ ສິມາລາວົງ ແລະທ່ານ Fang Changsheng ໄດ້ຜັດປ່ຽນກັນ ໂອ້ລົມຕໍ່ພິທີ ໂດຍທັງສອງທ່ານໄດ້ຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ຈົ່ງຮ່ວມກັນສືບຕໍ່ຜັນຂະຫຍາຍເນື້ອໃນຂອງບົດບັນທຶກດັ່ງກ່າວລົງສູ່ວຽກງານຕົວຈິງໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.