
ກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກຮາກຖານຄະນະກະເສດສາດມະຫາວິທະຍາໄລແຫ່ງຊາດ

ໃນຕອນບ່າຍວັນທີ 13 ມັງກອນ 2015 ນີ້, ຄະນະກະເສດສາດ ( ວິທະຍາເຂດນາບົງ) ມຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຊີ້ນຳໆພາພັກ ແຕ່ປີ 2011-2014 ແລະຜ່ານທິດທາງແຜນການໃນ 3 ປີຕໍ່ໜ້າ ຂອງຄະນະພັກຮາກຖານຂອງຕົນຂຶ້ນ ທີ່ຫ້ອງປະຊຸມສະໂມສອນ ຄະນະກະເສດສາດ ມຊ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ຄະນະພັກຄະນະປະຈຳກະຊວງສຶກສາທິການ ແລະກິລາ, ອະທິການບໍດີ ມຊ, ທ່ານ ຮສ.ດຣ. ອຸດົມ ພອນຄຳເພັງ ຄະນະບໍດີ ຄກສ, ທ່ານ ຮສ. ໂພສີ ທິບດາວັນ ເລຂາພັກຮາກຖານສຳນັກງານ ອະທິການບໍດີ, ມີບັນດາທ່ານຄະນະບໍດີ, ຮອງຄະນະບໍດີ, ເລຂາສາມອົງການຈັດຕັ້ງ ຄກສ, ພ້ອມດ້ວຍພະນັກງານສະມາຊິກພັກ ແລະ ພາກສ່ວນຄູອາຈານ ຄະນະດັ່ງກ່າວເຂົ້າຮ່ວມ.
ໃນພິທີທ່ານ ຮສ.ດຣ. ອຸດົມ ພອນຄຳເພັງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາໃນສາມປີຜ່ານມາ ແລະຜ່ານທິດທາງແຜນການໃນຕໍ່ໜ້າຕໍ່ທີ່ປະຊຸມ, ເຊິ່ງໄດ້ໃຫ້ຮູ້ວ່າ: ທົ່ວຄະນະກະເສດສາດສາດ ປະກອບມີ 3 ໜ່ວຍພັກ, ຈຳນວນສະມາຊິກທັງໝົດ 71 ສະຫາຍ, ຍິງ 19 ສະຫາຍ, ສະມາຊິກພັກສົມບູນ 68 ສະຫາຍ, ຍິງ 18 ສະຫາຍ, ສຳຮອງ 5 ສະຫາຍ, ຍິງ 3 ສະຫາຍ ແລະໄດ້ຍົກໃຫ້ເຫັນວຽກງານຕ່າງໆ ໂດຍສະເພາະ ຄະນະພັກຮາກຖານ ຄະນະກະເສດສາດ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ລັດ ປະຕິບັດລະບຽບວິໃນຂອງພັກ ກໍຄືກົດໝາຍຂອງລັດຢ່າງເຂັ້ມງວດ ແລະໄດ້ຖືເອົາວຽກງານສຶກສາອົບຮົມ ການເມືອງແນວຄິດນຳໜ້າໃນການກໍ່ສ້າງ, ພັດທະນາການຈັດຕັ້ງພັກ ແລະສະມາຊິກພັກຂອງຕົນໃຫ້ມີຄວາມເຂັ້ມແຂງທາງດ້ານຄຸນທາດການເມືອງ ແລະການຈັດຕັ້ງ, ເປັນແບບຢ່າງນຳໜ້າຮອບດ້ານໃນທຸກຂົງເຂດວຽກງານ. ດ້ານວຽກງານວິຊາສະເພາະ ຄະນະພັກໄດ້ເອົາໃຈໃສ່ຖືເອົາການນຳພາວຽກງານວິຊາສະເພາະເປັນໃຈກາງ ແລະເປັນວຽກສຳຄັນ, ໄດ້ຊີ້ນໍາການຄົ້ນຄວ້າວິທະຍາສາດ, ການຂຽນບົດວິທະຍານິພົນ, ການສ້າງປຶ້ມຄູ່ມືການຮຽນ-ການສອນໄດ້ເປັນຢ່າງດີ ໂດຍສະເພາະແມ່ນໄດ້ສຳເລັດການສ້າງຫລັກສູດປະລິນຍາໂທສາຂາປູກຝັງ ແລະວິທະຍາສາດການລ້ຽງສັດ. ດ້ານການພັດທະນາເສດຖະກິດ-ວັດທະນະທຳສັງຄົມ ແມ່ນມີໂຄງການສັດຕະວະແພດບໍ່ມີພົມແດນ ຊຶ່ງໄດ້ຊ່ວຍສ້າງອາສາສະມັກສັດຕະວະແພດບ້ານອອ້ມຂ້າງຈຳນວນ 33 ຄົນ, ໄດ້ຊວ່ຍຊັກຢາວັກຊິນປ້ອງກັນພະຍາດວໍ້ໃນ 11 ບ້ານ ໄດ້ຈຳນວນ 4705 ໂຕ/3 ປີ ນອກຈາກນັ້ນຍັງມີໂຄງການຮັກສາແຫລ່ງນ້ຳລາວ-ໄທ, ໂຄງການສ້າງຫໍວັດທະນະທຳພື້ນບ້ານ ແລະອື່ນໆ. ຫຼັງຈາກນັ້ນ, ທີ່ປະຊຸມໄດ້ມີການປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ເຊິ່ງມີຜູ້ເຂົ້າສະໝັກ ທັງໝົດ 7 ສະຫາຍ, ຄັດເລືອກເອົາພຽງ 5 ສະຫາຍ. ຜົນການປ່ອນບັດຄັດເລືອກແມ່ນ: ໄດ້ສະຫາຍ ຮສ.ດຣ. ອຸດົມ ພອນຄຳເພັງ ຄະນະບໍດີ ຄກສ ເປັນເລຂາ, ສະຫາຍ ຮສ. ສົມພັນ ປາຊູວ່າງ ຮອງຄະນະບໍດີ ເປັນຮອງ, ສະຫາຍ ຮສ. ສີລິນທອນ ສັກລໍຄຳ ຮອງຄະນະບໍດີ ເປັນຄະນະ, ສະຫາຍ ຮສ. ຟອງສະໜຸດ ສຸທຳມະວົງ ເປັນຄະນະ ແລະ ສະຫາຍ ທອງອູ້ມ ອິນທະພອນ ຫົວໜ້າພະແນກຄຸ້ມຄອງນັກສຶກສາ ເປັນຄະນະ. ຂະນະດຽວກັນ ທ່ານ ສຈ.ດຣ. ສຸກກົງແສງ ໄຊຍະເລີດ ກໍ່ໄດ້ຂຶ້ນ ໂອລົ້ມຕໍ່ທີ່ປະຊຸມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນການເຄື່ອນໄຫວປະຕິບັດໜ້າທີ່ຜ່ານມາ ຂອງຄະນະພັກຮາກຖານຊຸດເກົ່າ ແລະໄດ້ເນັ້ນໃຫ້ຄະນະພັກຮາກຖານຊຸດໃໝ່ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົ້ນໃຫ້ໄດ້ຮັບຜົນເລັດ ໂດຍສະເພາະແມ່ນດ້ານຄຸນນະພາບຂອງການສຶກສາ.