ທູດ ສປ. ຈີນ ມອບ​ທຶນ​ການ​ສຶກສາ​ໃຫ້​ແກ່​ນັກ​ສຶກສາ ມ.ຊ

ເພື່ອ​ເປັນ​ການ​​ຊຸກຍູ້ ນັກ​ສຶກສາ​ຜູ້​ຮຽນດີ-ຮຽນ​ເກັ່ງຂອງ​ ມຊ ​ໃນ​ວັນທີ 8 ມັງກອນ 2015 ນີ້, ໄດ້ມີພິທີມອບທຶນການສຶກສາ ສປ. ຈີນ ​ໃຫ້​ແກ່​ນັກ​ສຶກສາ ມຊ, ພິທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ ​ທີ່​ຫ້ອງ​ປະຊຸມ​ຕຶກ​ສຳນັກງານ​ອະທິການ​ບໍດີ ມຊ, ​ໂດຍ​ການ​ໃຫ້​ກຽດ​ມອບຂອງ​ ທ່ານ ກົ່ວຫົວ​ປິງ ​ເອກ​ອັກຄະ​ລັດຖະທູດ ສປ ຈີ​ນ ປະຈຳ ສປປ ລາວ​, ຮັບໂດຍ​​ທ່ານ ສຈ. ດຣ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ ອະທິການ​ບໍດີ ມຊ, ໃນ​ພິທີ ມີ​ບັນດາຄະນະ​ກຳມະການມູນ​ນິທິ​ການ​ສຶກສາ ມຊ, ພ້ອມ​ດ້ວຍ​ພະນັກງານທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ​ແລະ​ນັກ​ສຶກສາ​ທີ່​ໄດ້​ຮັບ​ທຶນ​ດັ່ງກ່າວ​​ເຂົ້າ​ຮ່ວມ​.

ທຶນ​ທີ່​ ທູດ ສປ ຈີນ ມອບ​ໃຫ້​ນັກ​ສຶກສາ ມຊ ຄັ້ງ​ນີ້​ເປັນ​ຄັ້ງ​ທຳ​ອິດ ຈຳນວນ ​ເງິນ 256.000.000 ​ກີບ ຕໍ່​ນັກ​ສຶກສາ 32 ຄົນ, ​ໂດຍ​ພາກສ່ວນ​ກ່ຽວຂ້ອງຂອງ ມຊ ຈະ​ໄດ້ສືບຕໍ່ນຳໄປເບີກ​ຈ່າ​ຍໃຫ້ແກ່ນັກສຶກສາຜູ້​ລະ 8 ລ້ານ​ກີບ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ສຶກສາ​ຮ່ຳຮຽນຕະຫລອດ​ໄລຍະ 4 ປີ. ນັກ​ສຶກສາ​ທີ່​ໄດ້​ຮັບ​ທຶນ​ດັ່ງກ່າວ​ໃນຄັ້ງນີ້ທັງໝົດ 32 ຄົນ. ​ເຊິ່ງນັກ​ສຶກສາ​ຜູ້​ທີ່​ມີ​ເງື່ອນ​ໄຂ​ໄດ້​ຮັບ​ທຶນ​​ນີ້, ​ແມ່ນ​ນັກ​ສຶກສາ​ຜູ້​ຮຽນ​ດີ - ຮຽນ​ເກັ່ງ, ຄຸນສົມບັດ​ດີ ແລະ​ຄອບຄົວ​ມີ​ຖານະ​ຍາກຈົນ ​​ໂດຍ​ຜ່ານ​ການ​ຄັດ​ເລືອກ​ມາ​ຈາກຄະນະ​ວິຊາ​ຕ່າງໆອ້ອມ​ຂ້າງ ມຊ; ໃນ​ໂອກາດ​ກ່າວ​ຮັບທຶນ​ດັ່ງກ່າວ​ທ່ານ ສຈ. ດຣ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ ອະທິການ​ບໍດີ ມຊ ​ໄດ້​ກ່າວ​​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ລັດຖະບານ ແລະ ປະຊາຊົນຈີນ ທີ່​ໄດ້​ມີຄວາມ​ເປັນ​ຫ່ວງ-​ເປັນ​ໄຍຕໍ່​ນັກ​ສຶກສາ​ ມຊ, ​ເວົ້າ​ສະ​ເພາະ​ແມ່ນຜູ້​ທີ່​ຖານະ​ຍາກຈົນ ​ເຊິ່ງການ​ຊ່ວຍ​ເຫຼືອ​ທາງດ້ານ​ທຶນຮອນ ຂອງ​ທູດ ສປ ຈີນ ​ເປັນການຊ່ວຍ​ແບ່ງ​ເບົາ​ພາລະ​ຂອງ​ພໍ່​ແມ່ ຜູ້​ປົກຄອງ ທັງ​ເປັນ​ການ​ກະຕຸກ-ຊຸກຍູ້ ໃຫ້​ນັກ​ສຶກສາມີ​ຄວາມ​ສະດວກ​ໃນ​ການ​ດຳລົງ​ຊີວິດ ​ ແລະ ​ມີ​ກຳລັງ​ໃຈ​ຕໍ່​ການ​ສຶກສາ​ຮໍ່າຮຽນ​ກ້າວ​ໄປ​ສູ່​ຜົນສຳ​ເລັດ​ໃນ​ອະນາຄົດ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.