
ນັກສຶກສາ ສ.ປ ຈີນ ທີ່ສຶກສາຢູ່ໃນ ມຊ ຈັດງານສະເຫຼີມສະຫຼອງວັນບຸນ ກຸດຈີນປະຈຳປີ 2015 .

ໃນຕອນຄໍ່າວັນທີ 21 ມັງກອນ 2015 ນີ້, ຄະນະນັກສຶກສາ ສ.ປ ຈີນ ທີ່ສຶກສາຢູ່ໃນມະຫາວິທະຍາໄລແຫ່ງຊາດໄດ້ຈັດງານສະເຫຼີມສະຫຼອງວັນບຸນ ກຸດຈີນ ແລະສະແດງສິລະປະ-ວັດທະນະທໍາ ຂຶ້ນທີ່ສະໂມສອນໃຫຍ່ ມຊ, ໂດຍເປັນ ປະທານກ່າວເປີດພິທີຂອງ ທ່ານ ສົນທະນີ ຫຼວງໄຊຊະນະ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ, ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ສຈ.ດຣ ສົມສີ ຍໍພັນໄຊ ຮອງອະທິການບໍດີ ມຊ ຜູ້ຊີ້ນຳວຽກງານຄຸ້ມຄອງນັກສຶກສາ, ທ່ານ ກົວຮົ່ວປິງ ເອກອັກຄະລັດຖະທູດ ສ.ປ ຈີນ ປະຈຳ ສປປ ລາວ, ຜູ້ຕາງໜ້າຈາກສະພາການຄ້າ ສ.ປ ຈີນ ປະຈຳລາວ, ຜູ້ອຳນວຍການບໍລິສັດ HUAWEI, ບັນດາທ່ານ ຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອຳນວຍການສະຖາບັນ, ສູນ, ຫໍສະໝຸດກາງ, ໂຮງຮຽນ, ບັນດາແຂກຖືກເຊີນ, ພະນັກງານ ຄູ-ອາຈານ ແລະນັກສຶກສາຄະນະວິຊາຕ່າງໆໃນວິທະຍາເຂດດົງໂດກທັງນັກສຶກສາລາວ ແລະຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ໂອກາດນີ້, ທ່ານ ສົນທະນີ ຫລວງໄຊຊະນະ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ຂື້ນກ່າວເປີດພິທີ ເຊີ່ງບາງຕອນທ່ານໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ນັກສຶກສາຈີນ ທີ່ມີຄວາມສາມັກຄີກັນ ໃນການຈັດງານດັ່ງກ່າວຂື້ນ. ໂດຍເປັນທາງການແລະທ່ານໄດ້ກ່າວອວຍພອນ ນັກສຶກສາຈີນ ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ຈີນອີກດ້ວຍ.
ກ່ອນການເຂົ້າສູ່ການສະແດງສິລະປະ ຄະນະນຳ ມຊ ແລະພາກສ່ວນຫ້ອງການຕ່າງໆ ໃນ ມຊ ໄດ້ພັດປ່ຽນ ກັນຂື້ນມອບກະຕ່າຂອງຂັວນ ໃຫ້ແກ່ຕາງໜ້ານັກສຶກສາຈີນ ເພື່ອອວຍພອນ ເນື່ອງໃນໂອກາດວັນບຸນກຸດຈີນ (ປີໃໝ່ຈີນ) . ງານສະແດງສິລະປະຂອງນັກສຶກສາຈີນທີ່ສຶກສາຢູ່ໃນ ມຊ ແມ່ນໄດ້ຈັດຂຶ້ນໃນທຸກໆປີ, ດ້ວຍຄວາມຕື່ນຕົວຂອງນັກສຶກສາ. ງານດັ່ງກ່າວນອກຈາກເປັນການຕ້ອນຮັບບຸນກຸດຈີນ(ປີໃໝ່ຈີນ)ແລ້ວ, ຍັງເປັນການສະແດງນ້ຳໃຈຕອບແທນບຸນຄຸນຂອງນັກສຶກສາຕໍ່ພະນັກງານອາຈານທີ່ເບີ່ງແຍງ-ດູແລ ແລະ ອຸດທິດເຫື່ອແຮງໃນການສິດສອນເຂົາເຈົ້າ, ທັງເປັນການເຜີຍແຜ່ ແລະແລກປ່ຽນ ສິລະປະ-ວັດທະນະທຳ ທີ່ເປັນເອກະລັກສະເພາະຂອງ ປະເທດຕົນ ອອກສູ່ຕ່າງປະເທດ; ເຊີ່ງລາຍການທີ່ນຳມາສະແດງລວມມີ ຟ້ອນລຳຊົນເຜົ່າພື້ນເມືອງຕ່າງໆຂອງຈີນ, ຟ້ອນລໍາທັນສະໃໝ່, ມວຍກັງຟູ, ຮ້ອງເພງພື້ນເມືອງ, ເພງລວມໝູ່ຍິງ ແລະອື່ນໆ. ໄປຄຽງຄູ່ກັບການສະແດງສິລະປະໃນພິທີ ຍັງມີການຫຼິ້ນເກມ ຈັບສະຫຼາກເພື່ອຊີງລາງວັນຈາກນັກສຶກສາຈີນຈຳນວນຫຼາຍລາງວັນອັນເຕັມໄປດ້ວຍບັນຍາກາດຄຶກຄື້ນ-ມ່ວນຊື່ນ ແລະເຕັມໄປດ້ວຍຄວາມໝາຍ ແຫ່ງຄວາມສາມັກຄີ. ມິດຕະພາບ ລາວ-ຈີນ ໃຫ້ຍືນຍົງຕະຫຼອດໄປ.