
ນັກວິຊາການ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການເຝິກອົບຮົມ ດ້ານການນຳໃຊ້ ຊອບແວ Advanced training in Moodle Master Trainer ຈໍານວນ 70 ທ່ານ

ພິທີເປີດເຝິກອົບຮົມຢ່າງເປັນທາງການ ຢູ່ຫ້ອງປະຊຸມຊັ້ນ 3 ບ້ານພັກຄູນຊັບ ເມື່ອວັນທີ 13-20/01/2015, ທ່າລາດແຂວງວຽງຈັນ ຈັດເປັນ 2 ຊຸດ , ຊຸດລະ 35 ທ່ານ ຈາກ 11 ຄະນະວິຊາ, ຄະນະວິຊາລະ 3 ທ່ານ ແລະ 2 ສະຖາບັນ, ສະຖາບັນລະ 1 ທ່ານ. ເວລາ 9:00 ທ່ານ ຄຳເຜົ້າ ຈັນເພັງໄຊ ຮອງຫົວກົມການສຶກສາຊັ້ນສູງ ໄດ້ກ່າວເປີດພີທີ, ທ່ານໄດ້ຊີ້້ໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການເຝິກອົບຮົມຄັ້ງນີ້ ແລະໄດ້ເນັ້ນໜັກໃຫ້ນັກວິຊາການຂອງ ມະຫາວິທະຍາໄລແຫ່ງຊາດ ເອົາໃຈໃສ່ຢ່າງເຂັ້ມງວດ ປະຕິບັດຕໍ່ໂມງເວລາ ແລະ ເນື້ອໃນເປັນສຳຄັນ, ຫລັງຈາກຈົບໄປແລ້ວໃຫ້ສາມາດນຳໄປປະຕິບັດໄດ້ຈິງ.
ເນື້ອຫາຂອງການເຝິກອົບຮົມແມ່ນ ແນໃສ່ໃຫ້ ການເອົາບົດສອນ ແລະ ກິຈະກຳຕ່າງໆ ເຂົ້າໃນຖານຂໍ້ມູນ, ເຝິກພວກກ່ຽວເພື່ອເປັນ Moodle Master Trainer ສໍາລັບຄູທີ່ຍັງບໍ່ທັນຜ່ານການເຝິກອົບຮົມ ແລະ ທົດລອງນໍາໃຊ້ບາງລາຍວິຊາທີ່ເຫັນວ່າມີຄວາມສົມບູນ
ວິທະຍາກອນ ທີ່ນຳໃຊ້ເຂົ້າໃນການເຝິກອົບຮົມໃນຄັ້ງນີ້ ແມ່ນນຳໃຊ້ ພະນັກງານວິຊາການຈາກສູນເຕັກໂນໂລ ຢີຂ່າວສານ ຂອງມະຫາວິທະຍາໄລແຫ່ງຊາດທັງໝົດ
ການເຝິກອົບຮົມຄັ້ງນີ້ ເປັນສ່ວນນຶ່ງຂອງ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ຊຶ່ງສອດຄ່ອງກັບ 6 ແຜນຍຸດທະສາດ 31 ແຜນງານ ຂອງມະຫາວິທະຍາໄລແຫ່ງຊາດ ໄລຍະ 2011 ເຖິງ 2015.
ສ່ວນຄ່າໃຊ້ຈ່າຍ ໃນການເດີນທາງ ໄປ-ກັບ, ກິນຢູ່-ພັກເຊົາ ແລະ ອື່ນໆ, ແມ່ນນຳໃຊ້ເງິນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາຊັ້ນສູງ(ADB Grant No: 0166-Lao SF ໃນຮ່ວງ 4A.3 Training Sessions)