
ທ່ານອະທິການບໍດີ ມຊ ຕ້ອນຮັບ ທ່ານຮອງອະທິການບໍດີຂອງມະຫາວິທະຍາໄລລິວຄິວ ປະເທດ ຍີ່ປຸ່ນ

ໃນຕອນບ່າຍວັນທີ 11 ກຸມພາ 2015 ນີ້, ທີ່ຫ້ອງຮັບແຂກຕຶກສຳນັກງານອະທິການບໍດີ ມຊ, ທ່ານ ສຈ. ດຣ ສຸກກົງແສງ ໄຊຍະເລີດ ກໍາມະການສູນກາງພັກ, ຄະນະປະຈໍາພັກກະຊວງສຶກສາທິການ ແລະກິລາ, ອະທິການບໍດີ ມຊ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ດຣ ນາງ ໂຕມີໂກ ໂຮກາມາ ຮອງອະທິການບໍດີ, ຝ່າຍພົວພັນຕ່າງປະເທດ ຂອງມະຫາວິທະຍາໄລ ລິວຄິວ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ສຈ. ດຣ ສຸກກົງແສງ ໄຊຍະເລີດ ໄດ້ກ່າວສະແດງຄວາມຄວາມຍິນດີຕໍ່ການມາຢ້ຽມຢາມ ມຊ ຂອງທ່ານ ດຣ ນາງ ໂຕມີໂກ ໂຮກາມາ ພ້ອມດ້ວຍຄະນະ. ຂະນະດຽວກັນທັງສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຕົກລົງຮ່ວມມືໃນການສ້າງຫ້ອງປະສານງານຂອງມະຫາວິທະຍາໄລລິວຄິວ ຢູ່ ມຊ ແລະປຶກສາກ່ຽວກັບການຮ່ວມມືກັນໃນດ້ານການຄົ້ນຄ້ວາວິໄຈ, ການແລກປ່ຽນພະນັກງານ ຄູ-ອາຈານ, ນັກສຶກສາ ແລະຂໍ້ມູນຂ່າວສານນຳກັນ. ຕ້ອນທ້າຍທັງສອງຝ່າຍໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນແລະກັນອີກດ້ວຍ.