ທ່ານຮອງອະທິການບໍດີ ມຊ ຕ້ອນຮັບ ທ່ານຜູ້ອຳນວຍການໂຄງການຝັ່ຣງໂກໂຟນີ ປະເທດ ຝຣັ່ງ

          ໃນຕອນບ່າຍວັນທີ 12 ກຸມພາ 2015 ນີ້, ທີ່ຫ້ອງຮັບແຂກຕຶກສຳນັກງານອະທິການບໍດີ ມຊ, ທ່ານ ຮສ. ລຳໄມ ພິພັກຂະວົງ ຮອງອະທິການບໍດີ ມຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ນາງ ໂຊຟີ ໂຈເດຟອຍ ຜູ້ອຳນວຍການໂຄງການຝຣັ່ງໂກໂຟນີ ປະຈຳລາວ ພ້ອມດ້ວຍຄະນະ.

          ໂອກາດດັ່ງກ່າວ ທ່ານ ຮສ. ລຳໄມ ພິພັກຂະວົງ ໄດ້ກ່າວສະແດງຄວາມຄວາມຍິນດີຕໍ່ການມາຢ້ຽມຢາມ ມຊ ຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້. ໃນໂອກາດດຽວກັນ ທັງສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບການປັບປຸງໂຄງການຝັ່ຣງໂກໂຟນີ ໃນອະນາຄົດ ແລະປຶກສາກ່ຽວກັບການຈັດກິດຈະກຳໃນການຊ່ວຍເຫຼືອ ເຊິ່ງທ່ານນາງ ໂຊຟີ ໂຈເດຟອຍໄດ້ເນັ້ນວ່າ : ໂຄງການດັ່ງກ່າວແມ່ນຈະໄດ້ສືບຕໍ່ຊ່ວຍພັດທະນາຄູພາສາຝຮັ່ງ. ພ້ອມນັ້ນທ່ານຍັງໄດ້ສະເໜີໃຫ້ຝ່າຍ ມຊ ຮ່າງຂໍ້ສະເໜີກ່ຽວກັບແຜນປັບປຸງໂຄງການ ໂດຍແຈ້ງເຈດຈຳນົງຫາໂຄງການດັ່ງກ່າວຢ່າງເປັນທາງການ, ເພື່ອຈະກ້າວໄປເຖິງການອະນຸມັດໃຫ້ທຶນຊ່ວຍເຫຼືອ.

ການພົບປະໂອ້ລົມໄດ້ດຳເນີນໄປດ້ວຍບັນຍາກາດອັນດີ ແລະຕ້ອນທ້າຍຂອງການພົບປະທັງສອງຝ່າຍ ກໍໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນແລະກັນດ້ວຍ.

ພາບບັນຍາກາດ

 

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.