ກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານ ຄະນະສະຖາປັດຕະຍະກໍາສາດ ມະຫາວິທະຍາໄລແຫ່ງຊາດ 

 

          ໃນຕອນບ່າຍວັນທີ 12 ກຸມພາ 2015 ຜ່ານມານີ້, ຄະນະສະຖາປັດຕະຍະກໍາສາດ ມຊ. ໄດ້ຈັດກອງປະຊຸມສະຫລຸບວຽກງານການຊີ້ນຳໆ ພາຂອງພັກ ແຕ່ປີ 2010-2014 ແລະຜ່ານທິດທາງແຜນການແຕ່ປີ 2014-2018 ຂອງຄະນະພັກຮາກຖານຂອງຕົນຂຶ້ນ ທີ່ຫ້ອງປະຊຸມສະໂມສອນ ຄະນະສະຖາປັດຕະຍະກຳສາດ ມຊ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ຄະນະປະຈຳພັກກະຊວງສຶກສາທິການ ແລະກິລາ, ອະທິການບໍດີ ມຊ, ທ່ານ ຮສ. ດາສັກ ອຸເທນທະປັນຍາ ເລຂາຄະນະພັກຮາກຖານ, ຄະນະບໍດີ ຄສປ, ທ່ານ ຮສ. ບຸນທະໄຫວ ແກ້ວປັນຍາ  ຮອງເລຂາຄະນະພັກຮາກຖານ, ຮອງຄະນະບໍດີ ຄສປ, ມີບັນດາທ່ານຮອງຄະນະບໍດີ, ເລຂາສາມອົງການຈັດຕັ້ງ ຄສປ ພ້ອມດ້ວຍບັນດາແຂກທີ່ຖືກເຊີນຈາກຄະນະວິຊາຕ່າງໆອ້ອມຂ້າງ ມຊ ແລະພະນັກງານສະມາຊິກພັກ ຈາກພາກສ່ວນຄູ-ອາຈານ ຄະນະດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

          ໃນພິທີທ່ານ ຮສ. ດາສັກ ອຸເທນທະປັນຍາ ໄດ້ຂຶ້ນຜ່ານບົດສະຫລຸບການເຄື່ອນໄຫວຊີ້ນຳ-ນຳພາໃນ 3 ປີຜ່ານມາ ແລະຜ່ານທິດທາງແຜນການໃນ 3 ປີ ຕໍ່ໜ້າ ຕໍ່ທີ່ປະຊຸມ, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ທົ່ວຄະນະສະຖາປັດຕະຍະກຳສາດ ປະກອບມີ 4 ໜ່ວຍພັກ, ໃນນີມີໜ່ວຍພັກນັກງານ-ຄູອາຈານ 3 ໜ່ວຍ ແລະໜ່ວຍພັກຄຸ້ມຄອງນັກສຶກສາ 1 ໜ່ວຍ, ຈໍານວນສະມາຊິກພັກລວມທັງເປັນພະນັກງານ ຄູ-ອາຈານ ແລະນັກສຶກສາ ທັງໝົດມີ 45 ສະຫາຍ, ຍິງ 13 ສະຫາຍ, ສະມາຊິກພັກສົມບູນ 31 ສະຫາຍ, ສຳຮອງ 14 ສະຫາຍ, ຍິງ 3 ສະຫາຍ, ສະມາຊິກພັກທີເປັນນັກສຶກສາ 10 ສະຫາຍ, ຍິງ 0 ສະຫາຍ,ເປັນສະມາຊິກແມ່ຍິງ 13 ສະຫາຍ, ສະມາຊິກກໍາມະບານ 40 ສະຫາຍ, ຍິງ 13 ສະຫາຍ, ສະມາຊິກຊາວໜຸ່ມ 27 ສະຫາຍ. ສະມາຊິກພັກທີ່ມີຕຳແໜ່ງວິຊາການ ຮອງສາດສະດາຈານ 4 ສະຫາຍ, ຍິງ 0 ສະຫາຍ, ປະລິນຍາເອກ 1 ສະຫາຍ, ປະລິນຍາໂທ 23 ສະຫາຍ, ປະລິນຍາຕີ 11  ສະຫາຍ.

         ຄະນະພັກຮາກຖານ ຄສປ ໄດ້ຖືສຳຄັນວຽກງານການສຶກສາອົບຮົມ ການເມືອງ-ແນວຄິດຕິດພັນກັບການເຄື່ອນໄຫວໜ້າທີວິຊາສະເພາະ ແລະການປະຕິບັດນະໂຍບາຍຕໍ່ສະມາຊິກພັກ, ເຮັດໃຫ້ສະມາຊິກພັກພ້ອມດ້ວຍພະນັກງານ ຄູ-ອາຈານມີຄວາມອຸ່ນອ່ຽນທຸນທ່ຽງ, ເປັນເອກະພາບກັບແນວທາງການປ່ຽນແປງໃໝ່ຂອງພັກ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະລັດ,  ໄດ້ຊີ້ນໍາໆພາສ້າງຂະບວນການເນື່ອງໃນວັນສຳຄັນຕ່າງໆ ຂອງຊາດ, ຂອງມະຫາວິທະຍາໄລແຫ່ງຊາດກໍຄືຂອງ ຄສປ ຈັດຂຶ້ນດ້ວຍເນື້ອໃນ ແລະບັນຍາກາດຟົດຟື້ນ. ດ້ານວຽກງານວິຊາສະເພາະແມ່ນໄດ້ຢຶດໝັ້ນມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງສູນກາງພັກເປັນບ່ອນອີງ, ຖືເອົາແຜນປັບປຸງຄຸນນະພາບການສຶກສາ 4 ບຸກທະລຸເປັນທິດທາງໃນການພັດທະນາການສຶກສາ ແລະໄດ້ສຸມໃສ່ພັດທະນາ ບຸກຄະລາກອນຕາມແຜນສູ້ຊົນຂອງມະຫາວິທະຍາໄລແຫ່ງຊາດ ໃນ ຊັດສ່ວນ 1.3.6 ໂດຍຄະນະວິຊາພວກເຮົາໄດ້ຂໍອະນຸມັດຈາກຂັ້ນເທິງເພື່ອສຶກສາຢູ່ພາຍໃນ ແລະຕ່າງປະເທດເປັນລະບົບຕໍເນື່ອງຮອດປັດຈຸບັນ.

            ສຳລັບທິດທາງ ແລະໜ້າທີວຽກງານໃນ 3 ປີ ຕໍ່ໜ້າ ແມ່ນຈະໄດ້ຕັ້ງໜ້າປະຕິບັດ ຄາດໝາຍສູ້ຊົນເພື່ອເຮັດໃຫ້ໜ່ວຍພັກຂອງຄະນະສະຖາປັດຕະຍະກຳສາດກ້າວເປັນໜ່ວຍພັກແຂງຮູ້ນຳພາຮອບດ້ານຂອງມະຫາວິທະຍາໄລແຫ່ງຊາດກໍຄືກະຊວງສຶກສາທິການ ແລະກິລາ.

           ຫລັງຈາກນັ້ນ, ທີ່ປະຊຸມໄດ້ມີການປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ເຊິ່ງມີຜູ້ເຂົ້າສະໝັກ ທັງໝົດ 7 ສະຫາຍ, ຄັດເລືອກເອົາພຽງ 5 ສະຫາຍ. ຜົນການບ່ອນບັດຄັດເລືອກແມ່ນ: ໄດ້ສະຫາຍ ຮສ. ດາສັກ ອຸເທນທະປັນຍາ ຄະນະບໍດີ ຄສປ, ເປັນເລຂາ, ສະຫາຍ ຮສ. ບຸນທະໄຫວ ແກ້ວບັນຍາ ຮອງຄະນະບໍດີ ຄສປ, ເປັນຮອງເລຂາ, ສະຫາຍ, ຮສ. ມະໂນລົດ ພິນິດ ຮອງຄະນະບໍດີ, ເປັນປະທານກວດກາ, ສະຫາຍ ສິນທະວອນ ດາລາວົງ ຮອງຄະນະບໍດີ, ເປັນຄະນະ ແລະ ສະຫາຍ ນາງ ຈັນສອນ ສຸລິວົງ ຫົວໜ້າພາກວິຊາສະຖາປັດຕະຍະກຳສາດ ເປັນຄະນະ.ໂອກາດດັ່ງກ່າວ ທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ກໍໄດ້ຂຶ້ນ ໂອ້ລົມຕໍ່ທີ່ປະຊຸມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນການເຄື່ອນໄຫວປະຕິບັດໜ້າທີ່ຜ່ານມາ ຂອງຄະນະພັກຮາກຖານຊຸດເກົ່າ ແລະໄດ້ເນັ້ນໃຫ້ຄະນະພັກຮາກຖານຊຸດໃໝ່ ສືບຕໍ່ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ໃນການສ້າງຊັບພະຍາກອນມະນຸດ, ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້, ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ, ສ້າງເງື່ອນໄຂໃຫ້ຄູ-ອາຈານເຊື່ອມຊຶມວຽກງານຂອງພັກ, ຕ້ອງປັບປຸງແບບແຜນວິທີເຮັດວຽກ, ເສີມຂະຫຍາຍມູນເຊື່ອຂອງຈັນຍາບັນຄວາມເປັນຄູ ແລະຕ້ອງສ້າງຄະນະຂອງຕົ້ນໃຫ້ເຂັ້ມແຂງຮອບດ້ານ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.