
ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ມະຫາວິທະຍາໄລນາໆຊາດ ຈັດພິທີເປີດຊຸດເຝິກອົບຮົມການປະກອບທຸລະກິດ ປີ 2015

ໃນຕອນເຊົ້າວັນທີ 16 ກຸມພາ 2015 ນີ້, ມຊ ຮ່ວມກັບ ມະຫາວິທະຍາໄລນາໆຊາດ ໄດ້ຈັດພິທີເປີດຊຸດເຝິກອົບຮົມ ການປະກອບທຸລະກິດ ປີ 2015 ຂຶ້ນທີ່ ຫ້ອງປະຊຸມສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ. ໃຫ້ກຽດກ່າວເປີດພິທີ ໂດຍທ່ານ ຮສ. ລຳໄມ ພິພັກຂະວົງ ຮອງອະທິການບໍດີ ມຊ, ທ່ານ ສຈ. ດຣ ຈິໂຮງ ກີມ ຫົວໜ້າໂຄງການປະກອບທຸລະກິດ ມະຫາວິທະຍາໄລນາໆຊາດຮັນດົງ ປະເທດ ເກົາຫລີໃຕ້, ມີບັນດາທ່ານ ຫົວໜ້າຫ້ອງການ ແລະແຂກທີ່ຖືກເຊີນ ພ້ອມດ້ວຍນັກສຳມະນາກອນຈາກບັນດາກະຊວງ, ມະຫາວິທະຍາໄລ, ວິທະຍາໄລ, ບໍລິສັດຮ້າງຮ້ານຕ່າງໆ ທັງພາກລັດ ແລະເອກະຊົນ ພ້ອມທັງອົງການສາກົນຕ່າງໆເຂົ້າຮ່ວມ.
ການເຝິກອົບຮົມການປະກອບທຸລະກິດ ຫລື ເອີນວ່າ Global Entrepreneurship Training (GET) ເປັນການເຝິກອົບຮົມໄລຍະສັ້ນ 1 ອາທິດ ກ່ຽວກັບການປະກອບທຸລະກິດ ເຊິ່ງເຄີຍໄດ້ຈັດຂຶ້ນຢູ່ຫລາຍປະເທດມາແລ້ວເຊັ່ນ: ປະເທດເຄນຍາ ແລະມົງໂກນ ( 2009), ກຳປູເຈຍ ( 2010), ການາ ແລະ ເປຣູ (2012) ສຳລັບລາວເຮົາ; ການຈັດເຝິກກອົບຮົມໃນຄັ້ງນີ້ ແມ່ນເປັນຄັ້ງທີ່ສອງທີ່ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ. ການເຝິກອົບຮົມນີ້ ຈະສ້າງໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສຶກສາແລກປ່ຽນບົດຮຽນ ແລະປະສົບການກ່ຽວກັບການປະກອບທຸລະກິດກັບບັນດາອາຈານທີ່ມາຈາກປະເທດເກົາຫລີ ແລະອາຈານຈາກ ມຊ. ການເຝິກອົບຮົມປະກອບດ້ວຍພາກທິດສະດີດ້ານບັນຊີ, ການວິເຄາະການເງິນ, ການຕະຫຼາດ, ກົດໝາຍທຸລະກິດ, ທຸລະກິດ ລະຫວ່າງປະເທດ ແລະວິຊາອື່ນໆທີ່ກ່ຽວຂ້ອງ. ພ້ອມກັນນີ້ຜູ້ເຂົ້າຮ່ວມຍັງຈະໄດ້ເຝິກປະຕິບັດຕົວຈິງໃນການຂຽນແຜນທຸລະກິດ, ການຄິດໄລ່ບັນຊີ, ການໂຄສະນາ, ທັກສະການນຳສະເໜີແຜນງານ ແລະແຂ່ງຂັນນຳສະເໜີແຜນທຸລະກິດຂອງຕົນ ເຊິ່ງທິມຊະນະເລີດຈະໄດ້ຮັບລາງວັນຈາກໂຄງການດັ່ງກ່າວ ແລະນັກສຳມະນາກອນທຸກທ່ານຍັງຈະໄດ້ຮັບໃບຢັງຢືນຈາກການເຝິກອົບຮົມໃນຄັ້ງນີ້ອີກດ້ວຍ.
ຄາດວ່າຜ່ານການເຝິກກອົບຮົມຄັ້ງນີ້ ນັກສຳມະນາກອນຈະມີຄວາມຮູ້ພື້ນຖານ ແລະແນວຄວາມຄິດໃນການປະກອບທຸລະກິດ ແລະການສ້າງນະວັດຕະກຳໃໝ່. ໄດ້ຮຽນຮູ້ການວາງແຜນຍຸດທະສາດ, ການວິເຄາະເງິນ, ການຄິດໄລ່ບັນຊີວິສະຫະກິດ ແລະ ການວິເຄາະຕະຫຼາດ. ວິທີວາງແຜນເຮັດທຸລະກິດ, ການເລີ່ມຕົ້ນທຸລະກິດ, ທັກສະການສື່ສານດ້ານທຸລະກິດ ແລະການວິເຄາະ SWOT. ຮັບຮູ້ກົດໝາຍທຸລະກິດ, ກົດລະບຽບໃນການດຳເນີນທຸລະກິດ ແລະທັກສະການບໍລິຫານບຸກຄະລາກອນໃນອົງກອນ.