ພິທີເປີດງານແຂ່ງຂັນ ກິລາ ຄະນະວິທະຍາສາດສັງຄົມ ມຊ ປະຈຳສົກຮຽນ 2014-2015

 

ເພື່ອເປັນການຜັນຂະຫຍາຍການແຂ່ງຂັນກິລາໃນ ມະຫາວິທະຍາໄລແຫ່ງຊາດ  ທີ່ເປີດຂຶ້ນໃນຕົ້ນເດືອນ ກຸມພາ ຜ່ານມານີ້ ແລະ ເພື່ອເປັນການຮັບຕ້ອນວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 20 ປີ, ມາໃນວັນທີ 15 ກຸມພາ 2015 ຄະນະວິທະຍາສາດສັງຄົມ (ຄວຄ)ໄດ້ຈັດພິທີເປີດງານແຂ່ງຂັນກິລາ ຂອງຄະນະຕົນຂຶ້ນ ທີ່ເດີ່ນໜ້າຕຶກຄະນະບໍດີ ຄວຄ. ໂດຍການໃຫ້ກຽດເປັນປະທານກ່າວເປີດງານຂອງທ່ານ ຮສ.ດຣ ຄຳມະນີ ສຸລິເດດ ຮອງຄະນະບໍດີ ຄວຄ, ມີຫົວໜ້າພາກວິຊາ, ຫົວໜ້າພະແນກ, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຄວຄ ເຂົ້າຮ່ວມທັງໝົດ 802 ຄົນ.

ໂອກາດນີ້, ທ່ານ ຮສ.ດຣ ຄຳມະນີ ສຸລິເດດ ໃຫ້ຮູ້ວ່າການແຂ່ງຂັນຄັ້ງນີ້ ແມ່ນເພື່ອປະຕິບັດຕາມ 5 ຫຼັກມູນຂອງການສຶກສາ, ເພື່ອສ້າງຄວາມສາມັກຄີໃນໝູ່ຄະນະ ແລະ ເພື່ອສ້າງມິດຕະພາບເຊິ່ງກັນ ແລະ ກັນ. ການແຂ່ງຂັນແມ່ນປະກອບມີ 5 ພາກວິຊາເຂົ້າຮ່ວມ ແລະ ມີ 2 ປະເພດກິຂາຄື: ບານສົ່ງ ຍິງ-ຊາຍ ແລະ ກະຕໍ້ຫວາຍ ຍິງ-ຊາຍ. ການແຂ່ງຂັນແມ່ນເລີ່ມມາແຕ່ ວັນທີ 15 ກຸມພາ ຫາ ວັນທີ 4 ມິຖຸນາ 2015. ຜົນຂອງການແຂ່ງຂັນກິລາ ບານສົ່ງຍິງ-ຊາຍ ນັດເປີດສະໜາມ ລະຫວ່າງ ນັກສຶກສາປະລິນຍາໂທ ແລະ ນັກສຶກສາຕໍ່ເນື່ອງ . ບານສົ່ງຍິງ ຊະນະ ແມ່ນ ນັກສຶກສາຕໍ່ເນື່ອງ, ບານສົ່ງຊາຍ ຊະນະ ແມ່ນນັກສຶກສາ ປະລິນຍາໂທ. ການແຂ່ງຂັນແຕ່ລະພາກ ແມ່ນຈະດຳເນີນແຂ່ງຂັນໃນເວລາ 15: 30 ນາທີ ຂອງທຸກໆມື້ ຈົນຮອດມື້ປິດ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.