ພິທີເປີດ-ປິດງານແຂ່ງຂັນກິລາ ຄະນະສຶກສາສາດ ມຊ ປະຈຳສົກຮຽນ 2014-2015

ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກມະຫາວິທະຍາໄລແຫ່ງຊາດ ແລະ ເພື່ອປະຕິບັດຕາມ 5 ຫຼັກມູນຂອງກະຊວງ ສຶກສາ, ມາໃນ ວັນທີ 16 ກຸມພາ 2015 ຄະນະສຶກສາສາດ ໄດ້ພິທີເປີດ-ປິດງານແຂ່ງຂັນກິລາ ຂອງຄະນະຕົນຂຶ້ນ ທີ່ສະໜາມກິລາກາງ ມຊ. ໂດຍການໃຫ້ກຽດ ເປັນປະທານ ກ່າວເປີດ-ປິດງານຂອງທ່ານ ຮສ. ພູມີ ດວງຈັນ ຄະນະບໍດີ ຄສສ, ມີບັນດາທ່ານຮອງຄະນະບໍດີ, ຫົວໜ້າຫ້ອງການ, ບັນດາຜູ້ຕ່າງໜ້າຈາກຄະນະວິຊາຕ່າງໆອ້ອມຂ້າງວິທະຍາ ເຂດດົງໂດກ , ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຄສສ ເຂົ້າຮ່ວມຈຳນວນ 100 ກ່ວາ ຄົນ.

ໂອກາດນີ້, ທ່ານ ອານຸໄທ ສຸວັນດວນ ຫົວໜ້າພະແນກຄຸ້ມຄອງນັກສຶກສາໃຫ້ຮູ້ວ່າ:ການແຂ່ງຂັນຄັ້ງນີ້ ແມ່ນເພື່ອສ້າງຈິດສຳນຶກໃຫ້ແກ່ນັກສຶກສາໃຫ້ເຂົ້າໃຈໃນການ ເຄື່ອນໄຫວ ແຂ່ງຂັນກິລາໂດຍເນັ້ນໃຫ້ນັກສຶກສາຮູ້ເຖິງ ການຫຼິ້ນກິລາເພື່ອສຸຂະພາບ, ເພື່ອມິດຕະພາບ ແລະ ຄວາມສາມັກຄີ, ເພື່ອການເສີມສ້າງທາງດ້ານບຸກຄະລິກກະພາບ, ເພື່ອພັດທະນາການ ກິລາໃຫ້ກ້າວຂຶ້ນສູ່ສາກົນ ແລະຮູ້ເຖິງກົດກະຕິກາຂອງກິລາປະເພດຕ່າງໆ. ເພື່ອກຽມຕົວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ຫຼື AEC ໃນທ້າຍປີ 2015 ນີ້.

ງານແຂ່ງຂັນກິລາ​ໃນ​ຄັ້ງ​ນີ້ ປະກອບມີ 7 ພາກວິຊາເຂົ້າຮ່ວມ, ມີ 4 ປະເພດກິລາຄື: ບານສົ່ງ ( ຊາຍ-ຍິງ), ກະຕໍ້ (ຊາຍ-ຍິງ), ແລະ ແລ່ນ ມີ 3 ລາຍການ 100 ແມັດ     (ຊາຍ-ຍິງ), 4x100 ແມັດ (ຊາຍ-ຍິງ) ແລະ 1500 ແມັດ (ຊາຍ-ຍິງ). ​ເພື່ອ​ເປັນ​ການ​ປະຢັດ​ງົບປະມານ, ການແຂ່ງຂັນແມ່ນໄດ້ເລີ່ມມາແຕ່ວັນທີ 14 ມັງກອນ 2015 ຈົນມາຮອດມື້ນີ້ ຈຶ່ງ​ໄດ້​ຈັດ​ພິທີເປີດ ແລະປິດຢ່າງເປັນທາງການ. ຜົນຂອງການແຂ່ງຂັນປະເພດກິລາບານສົ່ງຊາຍ ໄດ້ທີ 1 ແມ່ນ ພາກວິຊາສ້າງຄູພະລະສຶກສາ, ທີ 2 ພາກວິຊາສ້າງຄູວິທະຍາສາດທຳມະຊາດ, ບານສົ່ງຍິງ ໄດ້ທີ່ 1 ແມ່ນພາກວິຊາສ້າງຄູພາລະສຶກສາ, ທີ 2 ພາກວິຊາສ້າງຄູວິທະຍາສາດທຳມະຊາດ. ປະເພດກິລາກະຕໍ້ຫວາຍຊາຍ ໄດ້ທີ 1 ແມ່ນພາກວິຊາສ້າງຄູພະລະສຶກສາ, ທີ 2 ພາກວິຊາສ້າງຄູວິທະຍາສາດທຳມະຊາດ, ກະຕໍ້ຫວາຍຍິງ ໄດ້ທີ 1 ແມ່ນ ພາກວິຊາສ້າງຄູພະລະສຶກສາ, ທີ 2 ພາກວິຊາ ສ້າງຄູວິທະຍາສາດທຳມະຊາດ. ປະເພດບານເຕະ ໄດ້ທີ 1 ແມ່ນ ພາກວິຊາສ້າງຄູພາລະສຶກສາ, ທີ 2 ພາກວິຊາສ້າງຄູວິທະຍາສາດທຳມະຊາດ. ປະເພດແລ່ນ 100 ແມັດຊາຍ ໄດ້ ທີ 1 ແລະ ທີ 2 ແມ່ນພາກວິຊາສ້າງຄູພາລະສຶກສາ, ແລ່ນ100 ແມັດຍິງ ໄດ້ທີ 1 ແລະທີ 2 ແມ່ນພາກວິຊາສ້າງຄູພາລະສຶກສາ. ປະເພດແລ່ນ 4x100 ຊາຍແມັດ ໄດ້ທີ 1 ແມ່ນພາກວິຊາສ້າງຄູພາລະສຶກສາ, ທີ 2 ພາກວິຊາບໍລິຫານການສຶກສາ. ປະເພດແລ່ນ 4x100 ແມັດຍິງ ໄດ້ທີ 1 ພາກວິຊາສ້າງຄູພາລະສຶກສາ, ທີ 2 ພາກວິຊາສ້າງຄູ ວິທະຍາສາດທຳມະຊາດ. ປະເພດແລ່ນ 1500 ແມັດຊາຍ ໄດ້ທີ 1 ແມ່ນພາກວິຊາສ້າງຄູພາລະສຶກສາ, ທີ 2 ພາກວິຊາສ້າງຄູຈິດຕະວິທະຍາ. ປະເພດແລ່ນ 1500 ແມັດຍິງ ໄດ້ທີ 1 ແລະທີ 2 ແມ່ນພາກວິຊາສ້າງຄູພາລະສຶກສາ.

ຂະ​ບວນການ​ແຂ່ງຂັນ​ພາຍ​ໃນ​ຄະນະ​ວິຊາໄດ້ດຳ​ເນີນມາ ​ແລະ​ປິດ​ລົງ​ດ້ວຍ​ໝາກຜົນ​ອັນ​ຈົບງາມ ​ແລະ ​ໄດ້​ກາຍ​ເປັນ​ພື້ນຖານອັນ​ດີ​​ໃຫ້​ແກ່ນັກ​ກິລາ​ຂອງ​ຄະນະ ຄສສ, ​ໃນ​ການ​ສືບ​ຕໍ່​ເຂົ້າ​ຮ່ວມ​ຊີງ​ຂັນ ທ່ານ​ອະທິການ​ບໍດີ​ໃນ​ງານ​​ແຂ່ງຂັນກິລາ​ໃນ​ທົ່ວ ມຊ ​ໃນ​ປີ​ນີ້​ໄດ້​ເປັນ​ຢ່າງ​ດີ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.