
ມະຫາວິທະຍາໄລຣາຊະພັດ ສວນສຸນັນທາ ປະເທດໄທ ມອບ Computers ແລະປື້ມຕຳລາຮຽນຕ່າງໆ ໃຫ້ມະຫາວິທະຍາໄລແຫ່ງຊາດ.

ໃນຕອນເຊົ້າວັນທີ 24 ກຸມພາ 2015 ນີ້, ທີ່ຫ້ອງປະຊຸມຕຶກສໍານັກງານອະທິການບໍດີ ມຊ, ທ່ານ ສຈ.ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີ ມຊ ໄດ້ຕ້ອນຮັບ ແລະພົບປະໂອ້ລົມກັບທ່ານ ທ່ານ ຮສ. ດຣ. ລືເດດ ເກີດມີໄຊ ອະທິການບໍດີ ມະຫາວິທະຍາໄລ ຣາຊະພັດ ສວນສຸນັນທາ ປະເທດໄທ ພ້ອມຄະນະ ຈາກນັ້ນກໍໄດ້ມີພິທີ ມອບ-ຮັບ ຄອມພິວເຕີ ແລະປຶ້ມຕຳລາຮຽນຕ່າງໆ ຈາກມະຫາວິທະຍາໄລຣາຊະພັດ ສວນສຸນັນທາ ປະເທດໄທ. ໂດຍການໃຫ້ກຽດມອບໂດຍ ແລະກ່າວຮັບໂດຍທ່ານ ສຈ.ດຣ. ສົມສີ ຍໍພັນໄຊ ຮອງອະທິການບໍດີ ມຊ. ມີທ່ານຄະນະບໍດີ ຄສບ, ມີບັນດາທ່ານຫົວໜ້າຫ້ອງການ, ບັນດາຫົວໜ້າພາກວິຊາ ຄສບ ແລະພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້, ຮສ. ດຣ. ລືເດດ ເກີດມີໄຊ ໄດ້ກ່າວໃຫ້ຮູ້ວ່າ:ການມອບຄອມພິວເຕີ ແລະປື້ມແບບຮຽນ ໃຫ້ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມຊ. ໃນຄັ້ງນີ້ ປະກອບມີ ຄອມພິວເຕີ 5 ຊຸດ ແລະປື້ມກ່ຽວກັບເສດຖະສາດ ແລະບໍລິຫານທຸລະກິດ ຈໍານວນທັງໝົດ 532 ຫົວ ເປັນພາສາໄທ ແລະພາສາອັງກິດ ໃນນັ້ນມີປຶ້ມກ່ຽວກັບ Logistics and Supply ຈຳນວນ 200 ຫົວ, ວາລະສານວິທະຍາສາດ 100 ຫົວ ທັງນີ້ ກໍເພື່ອໃຫ້ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ດັ່ງກ່າວນຳໄປມອບ ໃຫ້ແຕ່ລະຫ້ອງການ, ແຕ່ພາກວິຊາ ແລະພາກສ່ວນທີ່ກ່ຽວຂ້ອງ ເພື່ອນຳໄປປະກອບສ່ວນເຂົ້າໃນການຮຽນ-ການສອນ ແລະເພື່ອປະກອບເຂົ້າໃນການຄົ້ນຄ້ວາວິໄຈຮ່ວມກັນ. ຂະນະດຽວກັນນັ້ນ ທ່ານ ສຈ.ດຣ. ສົມສີ ຍໍພັນໄຊ ກໍໄດ້ກ່າວສະແດງຄວາມຄວາມຍິນດີຕໍ່ການມາຢ້ຽມຢາມ ມຊ ແລະ ກ່າວຂອບໃຈ ທີ່ໄດ້ຮັບຄອມພິວເຕີ ແລະ ປຶ້ມແບບຮຽນ ຕ່າງໆຈາກມະຫາວິທະຍາໄລ ຣາຊະພັດ ສວນສຸນັນທາ ປະເທດໄທ ນຳມາມອບໃຫ້ໃນຄັ້ງນີ້, ເຊິ່ງມັນມີຄວາມສຳຄັນຫຼາຍໃນການສຶກສາເປັນຕົ້ນແມ່ນການຄົ້ນຄ້ວາວິໄຈ ແລະ ຍັງເປັນການປະກອບສ່ວນ ສົ່ງເສີມຄວາມຮູ້-ຄວາມສາມາດຂອງພະນັກງານຄູ-ອາຈານ ແລະ ນັກສຶກສາອີກດ້ວຍ. ຫລັງຈາກສຳເລັດພິທີມອບ-ຮັບປຶ້ມແລ້ວ. ທັງສອງຝ່າຍແມ່ນ ໄດ້ປະຊຸມຮ່ວມກັນເພື່ອປຶກສາຫາລືກ່ຽວກັບການຄົ້ນຄ້ວາວິໃຈຮ່ວມກັນ.