ສັບປະດາແຫ່ງພາສາຝຣັ່ງ ແລະ ຝຣັ່ງໂກໂຟນນີ 2015

 

ເພື່ອເປັນການສະເຫຼີມສະຫຼອງວັນ «ສັບປະດາແຫ່ງພາສາຝຣັ່ງ ແລະຝຣັ່ງໂກໂຟນີ ປີ 2015 »ໃຫ້ເຕັມໄປດ້ວຍ ບັນຍາກາດຄຶກຄື້ນມ່ວນຊື່ນ ແລະໄມຕີຈິດມິດຕະພາບນັ້ນ, ບັນດາອົງການຈັດຕັ້ງຝຣັ່ງໂກໂຟນີອ້ອມຂ້າງນະຄອນ ຫຼວງວຽງຈັນໄດ້ມີການຈັດການແຂ່ງຂັນຄວາມຮູ້ດ້ານພາສາຝຣັ່ງຫລາກຫລາຍປະເພດ .

«ສັບປະດາ ແຫ່ງພາສາຝຣັ່ງ ແລະຝຣັ່ງໂກໂຟນີ»ໄດ້ຖືກກໍ່ຕັ້ງຂຶ້ນໃນປີ 1995 ໂດຍແນວຄິດລິເລີ່ມຂອງກະຊວງ ວັດທະນະທຳ ແລະການສື່ສານຂອງຝຣັ່ງໃນໄລຍະວັນທີ 20 ມີນາຂອງທຸກໆປີ ໄດ້ມີການຈັດງານສະເຫຼີມສະ ຫຼອງວັນຝຣັ່ງໂກໂຟນີສາກົນເພື່ອເປັນການສົ່ງເສີມພາສາຝຣັ່ງ ແລະຄວາມຫລາກຫລາຍທາງດ້ານວັດທະນະທຳຝຣັ່ງ ໂກໂຟນີ.ໃນຊ່ວງໄລຍະເດືອນຝຣັ່ງໂກໂຟນີ 2015 ນີ້, ສະຖານທູດຝຣັ່ງປະຈຳ ສ..ປ ລາວ, ໂຮງຮຽນມັດທະຍົມສົມບູນ ຝຣັ່ງໂຈຊູເອ-ໂອບເຟ, ສູນກິດຈະກຳຝຣັ່ງໂກໂຟນີ ແລະຫ້ອງຮຽນສອນພາສາ (ບີແລັງ) ຂອງກະຊວງສຶກສາ ແລະ ກິລາໄດ້ຮ່ວມກັນຈັດການແຂ່ງຂັນຫລາກຫລາຍປະເພດໃນຫົວຂໍ້ທີ່ແຕກຕ່າງກັນ ແລະ ການແຂ່ງຂັນແມ່ນຈັດຂຶ້ນສຳລັບບັນດາຜູ້ທີ່ໃຊ້ພາສາຝຣັ່ງທຸກໆຄົນເຊັ່ນ: ນັກຖ່າຍຮູບສະມັກຫຼິ້ນໄວໜຸ່ມ, ນັກສຶກສາ ແລະ ຄູ-ອາຈານ, ເຊິ່ງສະແດງອອກຜ່ານນັກແຕ່ງກາບກອນ ແລະ ຜ່ານການຢາກຮູ້ຢາກເຫັນ : ໝົດທຸກຄົນຈະໄດ້ພົບຈຸດເດັ່ນຂອງ ຕົນເອງ !

ການແຂ່ງຂັນ «ຝຣັ່ງໂປຣເຟດສ໌ເຊີກ 2015 » :

ບັນດາອາຈານທີ່ເກີດແຕ່ຫຼັງປີ 1970 ທີ່ໄດ້ມີກິດຈະກຳການສິດສອນທີ່ພົວພັນກັບພາສາຝຣັ່ງ ແລະ ບໍ່ເຄີຍໄດ້ໄປປະ ເທດຝຣັ່ງໃນຊ່ວງໄລຍະ  4 ປີຜ່ານມາ ຫຼື ນັບແຕ່ປີ 2011, ແມ່ນມີສິດໄດ້ຮັບເຂົ້າຮ່ວມການແຂ່ງຂັນໃນລາຍການນີ້

«ຝຣັ່ງໂປຣເຟດສ໌ເຊີກ 2015 ». ການແຂ່ງຂັນດັ່ງກ່າວນີ້ປະກອບດ້ວຍການແຂ່ງຂັນປະເພດການຂຽນທີ່ຈະຕ້ອງໄດ້ສົ່ງບົດຂຽນ ກ່ອນວັນທີ 27 ກຸມພາ 2015 ໄປຍັງທີ່ຢູ່ອີເມລນີ້This email address is being protected from spambots. You need JavaScript enabled to view it.. ຜູ້ທີ່ໄດ້ຊະນະເລີດການແຂ່ງຂັນຈະໄດ້ຮັບທຶນໄປທັດສະນະສຶກສາຢູ່ປະເທດຝຣັ່ງ 3 ອາທິດ ໃນຊ່ວງລະດູຮ້ອນປີ 2015 ນີ້. ຜູ້ສະໝັກສາມາດເລືອກເອົາໄດ້ 1 ຫົວຂໍ້ໃນບັນດາ 3 ຫົວຂໍ້ຕໍ່ໄປນີ້ເພື່ອມາຂຽນ : ນິທານ, ໂຄງການ ໃດໜຶ່ງຂອງ ໂຮງຮຽນ ແລະການສົມທຽບລະຫວ່າງພາສາຝຣັ່ງ ແລະ ພາສາລາວ.

ກຳນົດສົ່ງແມ່ນບໍ່ໃຫ້ກາຍວັນທີ 27 ກຸມພາ 2015

ການແຂ່ງຂັນ ແຕ່ງບົດກະວີຝຣັ່ງ:

ການແຂ່ງຂັນນີ້ແມ່ນເປີດໃຫ້ນັກຮຽນນັກສຶກສາທຸກເພດໄວນຳສະເໜີແຮງບັນດານໃຈໃນການຂຽນບົດກະວີຂອງ ພວກເຂົາເຈົ້າໂດຍຜ່ານບົດກະວີຮູບແບບໄຮກຸ, 1 ກອນຊ້ອນເລັບ (ແນວຕັ້ງ) ຫຼື 2 ວັກ  (ແນວນອນ, ເຊິ່ງ ແຖວໜຶ່ງ ປະກອບດ້ວຍ 12 ພະຍາງ). ທຸກໆປະເພດມີຫົວຂໍ້ສະເພາະຂອງມັນ.

  • ລຸ້ນອາຍຸຕ່ຳກ່ວາ 14 ປີ: ແຕ່ງບົດກະວີຮູບແບບໄຮກຸ ທີ່ເວົ້າເຖິງ «ລົມມໍລະສຸມຢູ່ປະເທດລາວ»;
  • ລຸ້ນອາຍຸລະຫວ່າງ 14 ຫາ 18 ປີ : ໃຫ້ແຕ່ງ 2 ວັກ ແຕ່ລະວັກມີ 4ແຖວ  (ເຊິ່ງແຕ່ລະແຖວມີ12ພະຍາງ), ຫົວຂໍ້ແມ່ນ : «ການປ່ຽນແປງດ້ານຕ່າງໆໃນນະຄອນຫຼວງວຽງຈັນແມ່ນພົວພັນເຖິງການຂະຫຍາຍຂອງ ຕົວຂອງຕົວເມືອງ »;
  • ລຸ້ນອາຍຸແຕ່ 18ປີ ຂຶ້ນໄປ ແມ່ນໃຫ້ແຕ່ງກາບກອນຊ້ອນເລັບຕາມໃຈໂດຍໃຊ້ຄຳສັບ  « liberté»ໂດຍໃຫ້ ທ່ານສະແດງຄວາມຮູ້ສຶກຂອງທ່ານກ່ຽວກັບຄຳວ່າເສລິພາບໃນຮູບແບບຂອງທ່ານນັ້ນແມ່ນແນວໃດໂດຍ ຜ່ານບົດກະວີ.

ກຳນົດສົ່ງຜົນງານເຂົ້າປະກວດແມ່ນບໍ່ໃຫ້ກາຍ ວັນທີ 1 ມີນາ 2015

ການແຂ່ງຂັນ «ໂອແລມປິກນັກສຶກສາລາວທີ່ໃຊ້ພາສາຝຣັ່ງ » :

ການແຂ່ງຂັນດ້ານພາສາຝຣັ່ງ ແລະ ຄວາມຮູ້ຮອບຕົວ ແມ່ນເປີດໂອກາດໃຫ້ແກ່ນັກສຶກສາທີ່ໄດ້ຮັບໃບຢັ້ງຢືນພາສາ

ຝຣັ່ງລະດັບ DELF B1 ຫຼື ແຕ່ລະດັບA2 ຫາ B1 (ບໍ່ຈຳເປັນຕ້ອງມີ DELF).  ການຄັດເລືອກຮອບ ທຳອິດຈະຈັດຂຶ້ນພ້ອມກັນໃນວັນທີ 4 ມີນາ 2015 ທີ່ ຫຼວງພະບາງ, ປາກເຊ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ດ້ວຍຮູບແບບຖາມ-ຕອບ ແລະ ແບບທົດລອງ. ບັນດານັກສຶກສາທີ່ໄດ້ຄະແນນດີທີ່ສຸດໃນ ການແຂ່ງຂັນປະເພດຂຽນຮອບນີ້ຈະໄດ້ຖືກຜ່ານເຂົ້າໄປແຂ່ງຂັນໃນຮອບສຸດທ້າຍທີ່ຈະຈັດຂຶ້ນໃນວັນທີ 21 ມີນາ ທີ່ ສະຖາບັນຝຣັ່ງປະຈຳລາວເຊິ່ງຈະຈັດໃນຮູບແບບການແຂ່ງຂັນຄຳຄົມຄາຍ. ຫົວຂໍ້ຂອງການແຂ່ງຂັນສຳລັບປີນີ້ແມ່ນ: «ການບໍລິໂພກຂອງຂ້ອຍ, ໂລກຂອງພວກເຮົາ »ຜູ້ຊະນະເລີດໃນປະເພດ B1 ຈະໄດ້ໄປທັດສະນະສຶກສາຢູ່ ປະເທດຝຣັ່ງເປັນເວລາ10ວັນ.                                                        
ກຳນົດປິດຮັບສະໝັກແຂ່ງຂັນ ວັນທີ 2 ມີນາ 2015

ການປະກວດຮູບຖ່າຍເຊລຟີ :

ການປະກວດຮູບຖ່າຍລະດັບປະເທດນີ້ແມ່ນ ສະເໜີໃຫ້ຜູ້ເຂົ້າແຂ່ງຂັນຖ່າຍຮູບເຊລຟີຂອງຕົນເອງ (ຫຼື ຖ່າຍຮູບໃບ ຫນ້າເປັນກຸ່ມ) ຢູ່ຕໍ່ໜ້າສິ່ງໃດສິ່ງໜຶ່ງທີ່ເປັນສ່ວນປະກອບຂອງວັດທະນະທຳຝຣັ່ງໂກໂຟນີໃນນະຄອນຫຼວງວຽງຈັນ ເຊັ່ນ : ຖ່າຍຢູ່ຕໍ່ໜ້າປ້າຍຊືື່ຫົນທາງທີ່ເປັນພາສາຝຣັ່ງ, ສັນຍາລັກ, ອາຄານເກົ່າສະໄໝຝຣັ່ງ, ຮ້ານນອາຫານຝຣັ່ງ ແລະອຶ່ນໆ... ການແຂ່ງຂັນແມ່ນເລີ່ມແຕ່ວັນທີ່ 15 ກຸມພາ ຫາ 14 ມີນາ 2015. ການແຂ່ງຂັນເປີດໃຫ້ບຸກຄົນທົ່ວໄປເຂົ້າຮ່ວມທັງຄົນລາວ ແລະ ຄົນຕ່າງປະເທດທີ່ສົນໃຈເຂົ້າຮ່ວມໄດ້ໝົດທຸກຄົນ . ສຳລັບປະເພດທີ່ 1, ຜູ້ ເຂົ້າປະກວດຕ້ອງເອົາຮູບເຊລຟີຂອງຕົນທີ່ຖ່າຍຢູ່ຕໍ່ໜ້າສິ່ງໃດສິ່ງໜຶ່ງທີ່ເປັນສ່ວນປະກອບຂອງວັດທະນະທຳຝຣັ່ງໂກໂຟນີໃນ ນະຄອນຫຼວງວຽງຈັນໂພດລົງໂດຍກົງໃນໜ້າເຟດບຸກຂອງສະຖາບັນຝຣັ່ງ : http://www.if-laos.org/selfieແລະ ປະເພດທີ່ 2 ແມ່ນຖ່າຍແບບມີການແຕ່ງກາຍປອມໂຕໃຫ້ເຂົ້າກັບສິ່ງໃດສິ່ງໜຶ່ງທີ່ກ່ຽວຂ້ອງກັບຝຣັ່ງໂກໂຟນີ ທີ່ຕົນເອງໄດ້ຖ່າຍຮູບນຳນັ້ນ ແລະ ໃຫ້ສົ່ງຮູບຖ່າຍຂອງຕົນທີ່ໄປທີ່ This email address is being protected from spambots. You need JavaScript enabled to view it..

ກຳນົດປິດຮັບສະໝັກແຂ່ງຂັນ ວັນທີ 14 ມີນາ 2015

ການແຂ່ງຂັນຣານລີຝຣັ່ງໂກໂຟນີ:

ການແຂ່ງຂັນນີ້ມີເປົ້າຫມາຍເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ຈັກບັນດາຫົວໝ່ວຍທຸລະກິດການຄ້າ ແລະ ບັນດາໜ່ວຍ ງານຝຣັ່ງໂກໂຟນີໃນນະຄອນຫຼວງວຽງຈັນດ້ວຍການລົງໄປພົບປະໂດຍກົງກັບບັນດານັກວິຊາການຝຣັ່ງໂກໂຟນີ ທີ່ປະກອບທຸລະກິດໃນດ້ານຕ່າງໆເຊັ່ນ: ການທ່ອງທ່ຽວ, ອາຫານ, ຫັດຖະກຳ ແລະ ການບໍລິການ. ຜູ້ເຂົ້າແຂ່ງຂັນຕ້ອງໄດ້ເອົາປື້ມນ້ອຍທີ່ແຕ່ລະຄົນຈະໄດ້ຮັບແລ້ວນຳໄປຈ້ຳກາ ແລະ /ຫຼື ນຳເອົາໄປເຊັນໂດຍເຈົ້າຂອງຫ້າງຮ້ານ ຫຼື ບໍລິສັດທີ່ຕົນເອງໄດ້ລົງໄປພົບປະໂດຍມີທັງໝົດ  25 ຫົວໜ່ວຍທຸລະກິດ.

ໃນມື້ສະເຫຼີມສະຫຼອງບຸນຝຣັ່ງໂກໂຟນີ ຈະໄດ້ມີການຈັບສະຫຼາກລະຫວ່າງບັນດາຜູ້ທີ່ສາມາດສະສົມກາຈ້ຳ ຫຼື ລາຍເຊັນຫຼາຍທີ່ສຸດເພື່ອຊອກເອົາຜູ້ຊະນະເລີດ 3 ທ່ານ ໃນແຕ່ລະປະເພດ.

ກຳນົດປິດຮັບສະໝັກແຂ່ງຂັນ ວັນທີ 21 ມີນາ 2015

ສອບຖາມຂໍ້ມູນເຜີ່ມເຕີມ, ທ່ານສາມາດຕິຕໍ່ພົວພັນໄດ້ນຳໜ່ວຍງານອົງການຝຣັ່ງໂກໂຟນີທີ່ຢູ່ໃກ້ ຫຼື ເຂົ້າເບິ່ງທີ່:

www.poleactivitesfrancophones.org/activites/animations/62-francophonie-2015.html

www.facebook.com/PoleActivitesFrancophones

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.