
ມະຫາວິທະຍາໄລແຫ່ງຊາດ ແລະສະພາແຫ່ງຊາດ ຮ່ວມກັນຈັດພິທີປະດັບຫຼຽນໄຊ

ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກ ແລະລັດຖະບານທີ່ມີຕໍ່ກົມກອງ ກໍຄືບຸກຄົນ, ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນຂະບວນການປົກປັກຮັກສາ ແລະສ້າງສາປະເທດຊາດ, ໃນວັນທີ 26 ກຸມພາ 2015 ນີ້, ມະຫາວິທະຍາໄລແຫ່ງຊາດ ແລະສະພາແຫ່ງຊາດ ໄດ້ຮ່ວມກັນຈັດພິທີປະດັບຫຼຽນໄຊ, ຫຼຽນກາ ແລະໃບຍ້ອງຍໍໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ ແລະບຸກຄົນ ທີ່ມີຜົນງານໃນການເຄື່ອນໄຫວ, ປະກອບສ່ວນເຂົ້າໃນກອງປະຊຸມສະມັດຊາລັດຖະສະພາອາຊຽນ (AIPA), ຂຶ້ນຢ່າງເປັນທາງການ ທີ່ສະໂມສອນໃຫຍ່ ມຊ, ໂດຍການໃຫ້ກຽດມອບຂອງ ພະນະທ່ານ ດຣ ໄຊສົມພອນ ພົມວິຫານ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ. ລາວ, ເຂົ້າຮ່ວມໃນພິທີມີທ່ານ ດຣ. ກຸແກ້ວ ອັກຄະມົນຕີ ກຳມະການ ຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດ, ທ່ານ ຮສ. ລຳໄມ ພິພັກຂະວົງ ຮອງອະທິການບໍດີ ມຊ, ມີທ່ານຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອຳນວຍການສະຖາບັນ, ສູນ, ໂຮງໝໍ, ໂຮງຮຽນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຈຳນວນ 200 ກ່ວາຄົນເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ດຣ. ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະຂອບໃຈຕໍ່ ຄະນະນຳ ມຊ ທີ່ໄດ້ໃຫ້ການຮ່ວມມື, ສົ່ງບຸກຄະລາກອນຜູ້ທີ່ມີຄວາມຮູ້ຄວາມສາມາດຈາກ ມຊ ໂດຍສະເເພາະແມ່ນ ຄູ-ອາຈານ ແລະນັກສຶກສາ ຄະນະອັກສອນສາດ ໄປປະກອບສ່ວນຮັບໃຊ້ກອງປະຊຸມສະມັດຊາລັດຖະສະພາອາຊຽນ (AIPA) ຄັ້ງທີ 35 ທີ່ ສປປ ລາວ ເປັນເຈົ້າພາບ ໃນລະຫວ່າງວັນທີ 13 - 20 ກັນຍາ 2014 ທີ່ຜ່ານມາຈົນມີຜົນສຳເລັດອັນໃຫຍ່ຫຼວງໃນການຈັດຕັ້ງປະຕິບັດກອງປະຊຸມດັ່ງກ່າວ.
ເພື່ອເປັນການຍ້ອງຍໍຊົມເຊີຍໃນຜົນງານດັ່ງກ່າວ ມະຫາວິທະຍາໄລແຫ່ງຊາດ ແລະສະພາແຫ່ງຊາດ ຈຶ່ງໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາ ແລະໃບຍ້ອງຍໍໃຫ້ແກ່ການ ຈັດຕັ້ງ ແລະ ບຸກຄົນຂຶ້ນຢ່າງສົມກຽດ ລວມມີ 44 ຄົນ, ໃນນັ້ນມີ ຫຼຽນກາແຮງງານ 1 ໜ່ວຍມອບໃຫ້ກົມກອງ(ມະຫາວິທະຍາໄລແຫ່ງຊາດ) ສຳລັບບຸກຄົນແມ່ນ: ໄດ້ຮັບຫຼຽນໄຊແຮງງານ ຊັ້ນ III ຈຳນວນ 1 ທ່ານ, ຫຼຽນກາແຮງງານ 2 ທ່ານ, ໄດ້ຮັບໃບຍ້ອງຍໍມີ ພະນັກງານ, ຄູ-ອາຈານ 14 ທ່ານ, ຍິງ 1 ທ່ານ ແລະນັກສຶກສາ ມີ 27 ຄົນ, ຍິງ 17 ຄົນ.