
ທ່ານຮອງອະທິການບໍດີ ມຊ ຕ້ອນຮັບ ຄະນະບໍດີ ມະຫາວິທະຍາໄລ ລາດຊະພັດສຸລິນ ປະເທດໄທ

ໃນຕອນເຊົ້າວັນທີ 20 ກຸມພາ 2015 ນີ້, ທີ່ຫ້ອງຮັບແຂກຕຶກສຳນັກງານອະທິການບໍດີ ມຊ, ທ່ານ ຮສ.ດຣ ພຸດ ສິມມາລາວົງ ຮອງອະທິການບໍດີ ມຊ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ຮສ. ດຣ ກິດສະດາ ພິນສີ ຄະນະບໍດີ ຄະນະມະນຸດສາດ ມະຫາວິທະຍາໄລ ລາດຊະພັດສຸລິນ ປະເທດໄທ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ຮສ.ດຣ ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຄວາມຍິນດີຕໍ່ການມາຢ້ຽມຢາມ ມຊ ຂອງທ່ານ ຮສ. ດຣ ກິດສະດາ ພິນສີ ພ້ອມດ້ວຍຄະນະຄັ້ງນີ້. ພ້ອມທັງໄດ້ລາຍງານກ່ຽວກັບ ມຊ ໂດຍຫຍໍ້ ໃຫ້ບັນດາທ່ານໄດ້ຮັບຊາບ. ຂະນະດຽວກັນທັງສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບການແລກປ່ຽນດ້ານວິຊາການໃນອະນາຄົດ. ໂດຍສະເພາະ ແມ່ນການສ້າງຫຼັກສູດປະລິນຍາໂທ ຮ່ວມກັນ, ການແລກປ່ຽນພະນັກງານຄູ-ອາຈານ ແລະແລກປ່ຽນນັກສຶກສາ ໄລຍະສັ້ນ, ການຈັດປະຊຸມສຳມະນາ ແລະການແລກປ່ຽນວັດທະນະທຳ. ຕ້ອນທ້າຍທັງສອງຝ່າຍໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນແລະກັນອີກດ້ວຍ.