
ພິທີປິດການເຝິກອົບຮົມການປະກອບທຸລະກິດ ປີ 2015 ລະຫວ່າງ ມຊ ກັບ ສ ເກົາຫຼີ

ໃນຕອນເຊົ້າວັນທີ 21 ກຸມພາ 2015 ນີ້, ມະຫາວິທະຍາໄລແຫ່ງຊາດລາວ ຮ່ວມກັບ ມະຫາວິທະຍາໄລນາໆຊາດ ຮັນດົງ ສ ເກົາຫຼີ ໄດ້ສຳເລັດ ແລະຈັດພິທີປິດບັ້ນເຝິກອົບຮົມກ່ຽວກັບການຍົກສູງທັກສະໃນການປະກອບທຸລະກິດ ເພື່ອຮຽນຮູ້ດ້ານທິດສະດີ ແລະທັກສະການປະຕິບັດວຽກງານທຸລະກິດ ຂຶ້ນຢ່າງເປັນທາງການ. ການເຝິກອົບຮົມແມ່ນໄດ້ດຳເນີນມາແຕ່ວັນທີ 16-21 ກຸມພາ 2015 ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ. ໂດຍການເຂົ້າຮ່ວມຂອງທ່ານ ຮສ.ດຣ. ພຸດ ສິມມາລາວົງ ຮອງອະທິການບໍດີ ມຊ, ທ່ານ ສຈ. ດຣ. ຈິໂຮງ ກີມ ຫົວໜ້າໂຄງການປະກອບທຸລະກິດ ມະຫາວິທະຍາໄລນາໆຊາດຮັນດົງ ປະເທດ ເກົາຫຼີໃຕ້, ມີບັນດາທ່ານ ແຂກທີ່ຖືກເຊີນ ພ້ອມດ້ວຍນັກສຳມະນາກອນຈາກບັນດາກະຊວງ, ມະຫາວິທະຍາໄລ, ວິທະຍາໄລ, ບໍລິສັດຮ້າງຮ້ານຕ່າງໆ ທັງພາກລັດ ແລະເອກະຊົນ ພ້ອມທັງອົງການສາກົນຕ່າງໆເຂົ້າຮ່ວມ.
ການເຝິກອົບຮົມດັ່ງກ່າວໃນຄັ້ງນີ້,ເຖິງວ່າຈະໃຊ້ເວລາສັ້ນ ພຽງແຕ່ 1 ອາທິດແຕ່ກໍໄດ້ຮັບໝາກຜົນເປັນຢ່າງດີ ເຊິ່ງນັກສຳມະນາກອນທັງໝົດ ໄດ້ຮຽນຮູ້ຫຼາຍດ້ານກ່ຽວກັບວຽກງານທຸລະກິດ ເຊັນ: ຄວາມຮູ້ພື້ນຖານໃນການປະກອບທຸລະກິດ, ການສ້າງນະວັດຕະກຳໃໝ່, ການວາງແຜນຍຸດທະສາດ, ການວິເຄາະຕະຫຼາດ, ການວິເຄາະການເງິນ, ການເລີ່ມຕົ້ນທຸລະກິດ ແລະທັກສະການສື່ສານດ້ານທຸລະກິດ ແລະການວິເຄາະ SWOT, ນອກຈາກນັ້ນນັກສຳມະນາກອນຍັງໄດ້ຮຽນຮູ້ກົດໝາຍ, ກົດລະບຽບຕ່າງໆໃນການດຳເນີນທຸລະກິດອີດດ້ວຍ.
ນອກຈາກນັ້ນການເຝິກອົບຮົມຍັງໄດ້ສ້າງໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ສຶກສາແລກປ່ຽນບົດຮຽນ ແລະປະສົບການຕົວຈິງກ່ຽວກັບການປະກອບທຸລະກິດກັບບັນດາຄູ-ອາຈານທີ່ມາຈາກ ສ ເກົາຫຼີ ແລະອາຈານ ຈາກມະຫາວິທະຍາໄລແຫ່ງຊາດ ເພື່ອເປັນທິດທາງໃນການວາງແຜນການປະກອບທຸລະກິດໃນອະນາຄົດ.
ໃນພິທີປິດເຝິກອົບຮົມດັ່ງກ່າວ ຄະນະຈັດຕັ້ງໄດ້ໃຫ້ຮູ້ວ່າ: ນັກສຳມະນາກອນ ຈຳນວນ 120 ຄົນທີ່ເຂົ້າຮ່ວມເຝິກໃນຄັ້ງນີ້, ທຸກຄົນແມ່ນໄດ້ຕັ້ງໜ້າຄົ້ນຄວ້າ ຮໍ່າຮຽນ ແລະໄດ້ຮັບໃບຢັ້ງຢືນໝົດທຸກຄົນ. ຄາດວ່າພາຍຫຼັງກັບໄປສູ່ໜ້າທີ່ວຽກງານຈະນຳເອົາຄວາມຮູ້ດັ່ງກ່າວປະກອບ ແລະໜຸນໃຊ້ເຂົ້າໃນວຽກງານທຸລະກິດຂອງສັງຄົມ ກໍຄືຂອງຕົນເອງໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.