
ພິທີ ມອບ-ຮັບ ຕຳແໜ່ງຄະນະບໍດີ ຄະນະສຶກສາສາດ ຄົນໃໝ່

ໃນຕອນເຊົ້າວັນທີ 19 ກຸມພາ 2015 ນີ້, ຄະນະສຶກສາສາດ ມຊ ໄດ້ຈັດພິທີ ມອບ-ຮັບ ຕຳແໜ່ງ ລະຫວ່າງ ທ່ານ ຮສ. ພູມີ ດວງຈັນ ຄະນະບໍດີ ຄສສ (ຜູ້ເກົ່າ) ທີ່ຈະເຂົ້າຮັບບຳນານ ແລະ ທ່ານ ຮສ.ດຣ ສາຍສະໝອນ ປຣະສອນໄຊ ຮອງຄະນະບໍດີ ຄສສ ມາເປັນຮັກສາການຄະນະບໍດີ. ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຕຶກສຳນັກ ງານຄະນະບໍດີ ຄະນະສຶກສາສາດ ມຊ. ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ສຈ.ດຣ ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ຄະນະປະຈຳພັກ ກະຊວງສຶກສາທິການ ແລະກິລາ, ອະທິການບໍດີ ມຊ, ມີທ່ານຮອງຄະນະບໍດີ, ຫົວໜ້າຫ້ອງການຈັດຕັ້ງ, ຫົວໜ້າຫ້ອງການສັງລວມ, ພ້ອມດ້ວຍຫົວໜ້າພາກວິຊາ ແລະ ຫົວໜ້າ ພະແນກ, ພາຍໃນຄະນະສຶກສາສາດເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຮສ. ພູມີ ດວງຈັນ ອະດີດຄະນະບໍດີ ຄສສ ໄດ້ສະຫຼຸບໂດຍຫຍໍ້ການປະຕິບັດໜ້າທີວຽກງານ ແຕ່ທ້າຍ ສົກຮຽນ 2008-2009 ຈົນເຖິງ ປັດຈຸບັນ, ໂດຍລວມແລ້ວແມ່ນ ສາມາດເຕົ້າໂຮມໄດ້ຄວາມສາມັກຄີພາຍໃນໜູ່ຄະນະ, ຊີ້ນຳໆພາ ແລະ ຮ່ວມກັບບັນດາຄູ-ອາຈານ ແລະ ນັກສຶກສາໃນຄະນະສຶກສາສາດ ພ້ອມ ກັນເຮັດໜ້າທີ່ຈົນປະສົບຜົນສຳເລັດໃນລະດັບໜຶ່ງ ເປັນຕົ້ນແມ່ນເຮັດໃຫ້ພາຍໃນ ຄສສ ມີຄວາມສະຫງົບ, ມີຄວາມສາມັກຄີ ທັງພາຍໃນ ແລະພາຍນອກ, ພ້ອມກັນອົດທົນ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆເຮັດລ້ອນໜ້າທີການເມືອງ ກໍຄືວິຊາສະເພາະຂອງຕົນໄດ້ເປັນຢ່າງດີ.
ໂດຍສະເພາະແມ່ນໃນການພັດທະນາ-ປັບປຸງຫຼັກສູດລະດັບປະລິນຍາຕີ ຂອງຄະນະ ຄສສໄປຕາມແຜນປະຕິຮູບລະບົບການສຶກສາແຫ່ງຊາດ, ພັດທະນາຫຼັກສູດ ການສຶກສາຫຼັງປະລິນຍາຕີ ລະດັບປະລິນຍາໂທໃຫ້ເພີ່ມຂຶ້ນ ຈາກ 1 ເປັນ3 ຫຼັກສູດ ແລະ ກຳລັງພັດທະນາຫຼັກສູດປະລິນຍາເອກ 2 ຫຼັກສູດ, ເຊິ່ງຄາດວ່າຈະເລີ່ມປະຕິບັດໃນປີ 2017 ຈໍານວນ 1 ຫຼັກສູດ ຄື: ຫຼັກສູດສາຂາບໍລິຫານການສຶກສາ. ນອກນັ້ນ, ກໍໄດ້ວາງເປົ້າໝາຍເພື່ອພັດທະນາຫຼັກສູດສຶກສາສາດສາຂາວິຊາສະເພາະຕ່າງໆເຊັ່ນ: ສາຂາສິດສອນ ຟີຊິກສາດ, ສາຂາພູມສາດ, ພາສາລາວ-ວັນນະຄະດີ, ພາສາອັງກິດ ແລະອື່ນໆ.
ໂອກາດດຽວກັນ, ທ່ານ ສຈ.ດຣ. ສຸກກົງແສງ ໄຊຍະເລີດກໍ ໄດ້ໃຫ້ຄຳຊີ້ແນະໃນການພັດທະນາ ຄສສ ໃນຕໍ່ໜ້າ ເປັນຕົ້ນແມ່ນການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການພັດທະນາທາງດ້ານການຮຽນ-ການສອນ ເພື່ອໃຫ້ ຄສສ ກ້າວຂຶ້ນໄປເລື່ອຍໆ, ພ້ອມທັງໄດ້ເນັ້ນໜັກໃນການເອົາໃຈໃສ່ພັດທະນາຍຸດທະສາດ, ການສ້າງແຜນຍຸດທະສາດ ໃນການພັດທະນາ ຄສສ ໃນຕໍ່ໜ້າຢ່າງລະອຽດ ແລະສອດຄ່ອງ, ຢາກເຮັດໄດ້ແນວນັ້ນຕ້ອງພະຍາຍາມເອົາໃຈໃສ່ສ້າງຄວາມສາມັກຄີທັງພາຍໃນ ແລະ ພາຍນອກຢ່າງແໜ້ນແຟ້ນ ຍິ່ງຂຶ້ນ.