
ງານແຂ່ງຂັນຫຍິບໝາກເບັງຂອງສະຫະພັນແມ່ຍິງ ຄະນະສຶກສາສາດ

ໃນຕອນບ່າຍວັນທີ 4 ມີນາ 2015 ນີ້, ສະຫະພັນແມ່ຍິງ ຄະນະສຶກສາສາດ ໄດ້ຈັດງານແຂ່ງຂັນຫຍິບໝາກເບັງຂຶ້ນທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ. ໂດຍການ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ດຣ. ສາຍສະໝອນ ປຣະສອນໄຊ ຮັກສາການຄະນະບໍດີ ຄສສ, ມີບັນດາທ່ານສາມອົງການຈັດຕັ້ງ, ມີບັນດາຫົວໜ້າພາກວິຊາ, ຫົວໜ້າພະແນກ, ພະນັກງານ, ຄູອາຈານ ແລະນັກສຶກສາເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮສ.ດຣ. ສາຍສະໝອນ ປຣະສອນໄຊ ໄດ້ກ່າວໃຫ້ຮູ້ວ່າຈຸດປະສົງໃນການຈັດງານ ແມ່ນເປັນການສ້າງກິດຈະກຳເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ມຊ ແລະກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ. ພ້ອມທັງເປັນການເສີມຂະຫຍາຍ ແລະ ສົ່ງເສີມວັດທະນະ ທຳລາວອີກດ້ວຍ.
ການແຂ່ງຂັນຄັ້ງນີ້, ປະກອບມີສະຫະພັນແມ່ຍິງ 10 ໜ່ວຍເຂົ້າຮ່ວມຄື: ໜ່ວຍສະຫະພັນແມ່ຍິງປະຖົມ, ອະນຸບານ, ພາກວິຊາພາລະສຶກສາ, ພາກວິຊາ ວິທະຍາສາດ ສັງຄົມ, ພາກວິຊາຈິດຕະວິທະຍາການສຶກສາ, ພາກວິຊາພາສາຕ່າງປະເທດ, ພາກວິຊາພາສາລາວ-ວັນນະຄະດີ, ພາກວິຊາບໍລິຫານການສຶກສາ, ພາກວິຊາວິທະຍາສາດທຳມະ ຊາດ ແລະ ໜ່ວຍສຳນັກ ຄະນະບໍດີ. ຜົນຂອງການແຂ່ງຂັນຫຍິບໝາກເບັງ ຊະນະເລີດ ໄດ້ແກ່ພາກວິຊາພາສາລາວ-ວັນນະຄະດີ, ໄດ້ທີ 2 ແມ່ນພາກວິຊາວິທະຍາສາດທຳມະ ຊາດ, ໄດ້ທີ 3 ແມ່ນພາກວິຊາພາລະສຶກສາ ແລະອີກ 7 ໜ່ວຍແມ່ຍິງ ແມ່ນໄດ້ຮັບລາງວັນຊົມເຊີຍ. ນອກຈາກນີ້ໃນງານຍັງມີການຟ້ອນລຳວົງລາວເພື່ອຄວາມສາມັກຄີ ພາຍໃນ ຄະນະຢ່າງມ່ວນຊື່ນ.