
ງານຕະຫຼາດນັດ ແລະເທດສະການອາຫານ ຄັ້ງທີ I ຂອງຄະນະວິທະຍາສາດສັງຄົມ

ໃນຕອນເຊົ້າວັນທີ 4 ມີນາ 2015 ນີ້, ພາກວິຊາການທ່ອງທ່ຽວ ແລະການໂຮງແຮມ ຄະນະວິທະຍາສາດສັງຄົມ ມຊ.ໄດ້ຈັດງານຕະຫຼາດນັດ ແລະເທດສະການອາຫານ ຄັ້ງທີ I ຂຶ້ນທີໜ້າຕຶກພາກວິຊາການທ່ອງທ່ຽວ ແລະການໂຮງແຮມ ຄສຄ, ໂດຍການໃຫ້ກຽດກ່າວເປີດງານຂອງທ່ານ ຮສ. ດຣ. ຄຳມະນີ ສຸລິເດດ ຮອງຄະນະບໍດີ ຄສຄ, ມີຫົວໜ້າພາກວິຊາ, ຮອງພາກວິຊາ, ຜູ້ຕ່າງໜ້າຈາກບໍລິສັດລາວໂທລະຄົມ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຄະນະດັ່ງກ່າວເຂົ້າຮ່ວມ.
ໂອກາດນີ້, ທ່ານ ຮສ.ນ. ຄຳຜູ ເພັດໄຊສີ ຫົວໜ້າພາກວິຊາການທ່ອງທ່ຽວ ແລະການໂຮງແຮມ ໄດ້ກ່າວໃຫ້ຮູ້ວ່າ: ເພື່ອເປັນການສົ່ງເສີມນັກສຶກສາ ຈາກການ ຮຽນທິດ ສະດີສູ່ການປະຕິບັດຕົວຈິງກັບທີ່ ໃນສອງສາຂາວິຊາການທ່ອງທ່ຽວ ແລະສາຂາວິຊາການໂຮງແຮມ. ສາຂາວິຊາການທ່ອງທ່ຽວແມ່ນຈະເນັ້ນເລື່ອງການນຳສິນຄ້າຕ່າງໆໃນການ ທ່ອງ ທ່ຽວມາຈຳໜ່າຍ ແລະທັງເປັນການໂຄສະນາສິນຄ້າຂອງລາວເຮົາອອກສູ່ສາຍຕາມວນຊົນພາຍໃນແລະຕ່າງປະເທດ ທີ່ມາທ່ຽວຊົມສິນຄ້າ, ສຳລັບສາຂາວິຊາການ ໂຮງແຮມ ແມ່ນ ຈະເນັ້ນໃສ່ການປຸງແຕ່ງ ແລະບໍລິການອາຫານລາວເປັນຫຼັກ. ການປຸງແຕ່ງນັ້ນແມ່ນຈະເນັ້ນທັກສະ, ວິທີ, ຄວາມຄ່ອງແຄ້ວ ແລະຄັດເລືອກເອົາອາຫານທີ່ມີໂພຊະນາການມາ ບໍລິການແຂກ. ພ້ອມດຽວກັນການຈັດງານຄັ້ງນີ້ ເປັນການຈັດແຂ່ງຂັນຕົວແທນທູດຊາວໜຸ່ມທາງການທ່ອງທ່ຽວ ແລະການປຸງແຕ່ງອາຫານລາວເພື່ອໄປແຂ່ງຂັນໃນ ລະດັບ ປະເທດ. ເພື່ອເຂົ້າໄປແຂ່ງຂັນໃນລະດັບອະນຸພາກພື້ນລຸ່ມແມ່ນໍ້າຂອງ. ນອກຈາກນີ້ໃນງານຍັງມີການແຂ່ງຂັນແຕ່ງກາຍນຸ່ງຊຸດນັກສຶກສາ ແລະມີການແລກປ່ຽນບົດຮຽນ ລະຫວ່າງ ອະດີດນັກ ສຶກສາ ແລະນັກສຶກສາທີກຳລັງສຶກສາຢູ່.
ຂະນະດຽວກັນທ່ານ ຮສ. ດຣ. ຄຳມະນີ ສຸລິເດດ ກໍໄດ້ກ່າວເປີດງານຢ່າງເປັນທາງການ. ເຊິ່ງງານດັ່ງກ່າວແມ່ນຈະດຳເນີນໄປເປັນເວລາ 3 ມື້ (ວັນທີ 4-6 ມີນາ 2015 )