ບົດຄວາມເລື່ອງ "ຄວາມເປັນມາຂອງວັນແມ່ຍິງສາກົນ"

ເນື່ອງໃນໂອກາດວັນແມ່ຍິງສາກົນໝູນມາບັນຈົບຄົບຮອບ 105 ປີ ຂ້າພະເຈົ້າຢາກຈະເວົ້າເຖິງຄວາມເປັນມາຂອງວັນແມ່ຍິງສາກົນ(International Womens day)ອີກເທື່ອໜຶ່ງ ເພື່ອໃຫ້ແມ່ຍິງ ຄູອາຈານ ແລະ ນັກສຶກສາ ໄດ້ເຂົ້າໃຈຄວາມເປັນມາຂອງວັນດັ່ງກ່າວ, ວັນທີ 8 ມີນາຂອງທຸກປີ ຊຶ່ງອາດຈະຕ່າງກັນໄປໃນແຕ່ລະປະເທດ ຕາມເວລາ ແລະ ພື້ນທີ່ ພູມີສາດ ຊຶ່ງເປັນວັນທີ່ ກຳມະກອນແມ່ຍິງໂຮງງານຕ່ຳແຜ່ນຢູ່ປະເທດສະຫະລັດອາເມຣິກາ ໄດ້ລຸກຮື້ຂື້ນ ເດີນຂະບວນປະທ້ວງການເອົາປຽບ ກົດຂີ່ ຂູດຮີດ ທາລູນຈາກເຈົ້າຂອງໂຮງງານ ທີ່ເຫັນຜົນຜະຫຼິດສຳຄັນກ່ອນຊີວິດຄົນ. ຄັ້ງທຳອິດເມື່ອປີ ຄ.ສ.1857 ແລະ ມີການຊຸມນຸມປະທ້ວງອີກໃນວັນດຽວກັນໃນປີ ຄ.ສ. 1907 ແລະ ຄ.ສ.1908 ຕໍ່ມາໃນວັນດຽວກັນໃນປີ ຄ.ສ.1910 ມີຕົວແທນແມ່ຍິງຈາກ 17 ປະເທດ ໄດ້ເຂົ້າຮ່ວມປະຊຸມສະມັດຊາແມ່ຍິງສັງຄົມນິຍົມຄັ້ງທີ2 ແລະປະກາດໃຫ້ວັນທີ 8 ມີນາຂອງທຸກປີເປັນວັນ "ແມ່ຍິງສາກົນ".

          ຄວາມເປັນມາຂອງວັນ "ແມ່ຍິງສາກົນ", ເກີດຂື້ນຈາກກໍາມະກອນແມ່ຍິງຢູ່ໂຮງງານຕ່ຳແຜ່ນ ລັດນີວຢອຣ໌ກປະເທດສະຫະລັດອາເມລິກາ ໄດ້ພາກັນລຸກຮື້ຂື້ນ ປະທ້ວງເຈົ້າຂອງໂຮງງານ ໃຫ້ເພີ່ມຄ່າແຮງງານ ແລະຮຽກຮ້ອງສິດທິຂອງພວກເຂົາ ແຕ່ສິ່ງທີ່ພວກເຂົາໄດ້ຮັບຄື ມີຜູ້ຍິງ 119 ຄົນຖືກເສຍຊີວິດຈາກເຫດການຄັ້ງນັ້ນ ດ້ວຍການ ລອບວາງເພີງເຜົາໂຮງງານທີ່ພວກເຂົານັ່ງຊຸມນຸມກັນຢູ່ ໂດຍເຫດການທັ້ງໝົດນີ້ເກີດຂື້ນໃນວັນທີ 8 ມີນາ ຄ.ສ.1857.

          ຈາກນັ້ນ ໃນປີ ຄ.ສ.1907 ກຳມະກອນແມ່ຍິງໃນໂຮງງານຕ່ຳແຜ່ນທີ່ເມືອງ ຊີກາໂກ ປະເທດສະຫະລັດອາເມຣິກາ ທົນບໍ່ໄຫວຕໍ່ການເອົາລັດເອົາປຽບ ກົດຂີ່ ທາລຸນ ໂດຍເຈົ້າຂອງໂຮງງານ ທີ່ໃຊ້ແຮງງານພວກເຂົາຢ່າງ​ໂຫ​ດຫ້ຽມ ເນື່ອງຈາກກໍາມະກອນແມ່ຍິງເຫລົ່ານີ້ ຕ້ອງເຮັດວຽກໜັກວັນລະ 16-17 ຊົ່ວໂມງ ໂດຍບໍ່ມີວັນຢຸດ, ບໍ່ມີປະກັນ ການໃຊ້ງານໃດໆ ເປັນຜົນໃຫ້ເກີດຄວາມເຈັບປ່ວຍ ລົ້ມຕາຍຕາມມາ ໃນໄລຍະເວລາອັນສັ້ນໆ ແຕ່ໄດ້ຮັບຄ່າແຮງງານພຽງເລັກໜ້ອຍ ແລະ ຫາກໃຜຖືພາມານກໍຈະຖືກໄລ່ອອກ.

          ດ້ວຍຄວາມອັດອັ້ນຕັນໃຈຈຶ່ງເຮັດໃຫ້ "ຄລາຣ່າ ເຊທຄິນ"Clara Zetkin (née Eissner; 5 July 1857 – 20 June 1933) ນັກການເມືອງຍິງແນວ ຄວາມຄິດສັງຄົມນິຍົມ ຊາວເຍຍລະມັນ ຕັດສິນໃຈປຸກລະດົມເຫລົ່າກຳມະກອນແມ່ຍິງ ດ້ວຍການຢຸດງານ ໃນວັນທີ 8 ມີນາ ຄ.ສ.1907 ພ້ອມກັບການຮ້ຽກຮ້ອງ ໃຫ້ນາຍທຶນລົດເວລາເຮັດວຽກໃຫ້ເຫລືອວັນລະ 8 ຊົ່ວໂມງ (ຈຶ່ງເປັນທີ່ມາຂອງການເຮັດວຽກໃນປະຈຸບັນ ມີພຽງ 8 ຊົ່ວໂມງຕໍ່ມື້) ອີກທັງໃຫ້ ປັບປຸງສະຫວັດດີການທຸກຢ່າງ ແລະ ໃຫ້ແມ່ຍິງມີສິດອອກສຽງເລືອກຕັ້ງ, ຢ່າງໃດກໍຕາມ ໃນການຮຽກຮ້ອງຄັ້ງນີ້ ຈະບໍ່ປະສົບຜົນສຳເລັດ ເນື່ອງຈາກມີກຳມະກອນແມ່ຍິງຫລາຍຮ້ອຍຄົນຖືກຈັບ ແຕ່ກໍເຮັດໃຫ້ ແມ່ຍິງໃນທົ່ວໂລກ, ສະໜັບສະໜູນການກະທຳຂອງນາງ "ຄລາຣ່າ ເຊທຄິນ" ແລະເປັນການຈຸດປະກາຍ ໃຫ້ແມ່ຍິງໃນທົ່ວໂລກເລີ່ມຄໍານຶງເຖິງສິດທິຂອງຕົນເອງຫລາຍຂື້ນ.

          ຕໍ່ມາໃນວັນທີ 8 ມີນາ ຄ.ສ.1908 ມີແຮງງານແມ່ຍິງກວ່າ 15,000 ຄົນ ຮ່ວມເດີນຂະບວນທົ່ວເມືອງ ນີວຢອຣ໌ກ ຮຽກຮ້ອງໃຫ້ນາຍທຶນ ຢຸດຕິການໃຊ້ແຮງງານເດັກ ໂດຍໃຊ້ຄຳຂວັນໃນການປຸກລະດົມວ່າ "ຂະໜົມປັງກັບດອກກຸຫລາບ" ຊື່ງໝາຍເຖິງ ການໄດ້ຮັບອາຫານທີ່ພ້ອມໄປດ້ວຍ ຄຸນນະພາບຊີວິດທີ່ດີນັ້ນເອງ.

          ຈົນເຖິງວັນທີ 8 ມີນາ ຄ.ສ.1910 ຄວາມພະຍາຍາມຂອງ ກຳມະກອນແມ່ຍິງກຸ່ມນີ້ ປະສົບຜົນສຳເລັດ ເມື່ອມີຕົວແທນ ແມ່ຍິງຈາກ 17 ປະເທດເຂົ້າຮ່ວມ ກອງປະຊຸມ ສະມັດຊາແມ່ຍິງສັງຄົມນິຍົມ ຄັ້ງທີ 2 ທີ່ນະຄອນ ໂຄເປນເຮເກນ ປະເທດ ເດນມາຣ໌ກ ໂດຍໃນທີ່ປະຊຸມໄດ້ປະກາດຮັບຮອງເອົາຂໍ້ຮຽກຮ້ອງຂອງບັນດາກຳມະກອນແມ່ຍິງ ໃນລະບົບ 8 ຄຶ: ຍອມໃຫ້ລົດເວລາເຮັດວຽກເຫລືອວັນລະ 8 ຊົ່ວໂມງ, ໃຫ້ເວລາເພື່ອສຶກສາຫາຄວາມຮູ້ ເພື່ອພັດທະນາປະສິດທິພາບຕົວເອງອີກ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງເປັນເວລາພັກຜ່ອນ, ພ້ອມກັນນີ້ ຍັງປັບຄ່າແຮງງານຂອງແຮງງານຍິງ ເທົ່າທຽມກັບເພດຊາຍ ແລະ ມີການຄຸ້ມຄອງສະຫວັດດີການແມ່ຍິງ ແລະ ແຮງງານເດັກອີກດ້ວຍ.

          ພ້ອມດຽວກັນນີ້ ຍັງໄດ້ຮັບຮອງເອົາຂໍ້ສະເໜີຂອງນາງ "ຄລາຣ່າ ເຊທຄິນ" ດ້ວຍການກໍາໜົດໃຫ້ວັນທີ 8 ມີນາ ຂອງທຸກປີເປັນວັນແມ່ຍິງສາກົນສາຍເຫດ ທີ່ພາໃຫ້ມີການຕໍ່ສູ້ ແມ່ນຍ້ອນແມ່ຍິງຖືກເອົາປຽບ,ກົດຂີ່,ຂູດຮີດ ແລະ ທາລຸນຈາກນາຍທຶນທີ່ເຫັນຜົນຜະລິດ ສຳຄັນກວ່າຊີວິດຄົນ.

ຜົນກະທົບຈາກການເຄື່ອນໄຫວດັ່ງກ່າວ ວັນແມ່ຍິງສາກົນບໍ່ພຽງແຕ່ເປັນວັນທີ່ແມ່ຍິງທົ່ວໂລກຮ່ວມສະຫຼອງກັນເທົ່ານັ້ນ ແຕ່ເປັນວັນທີ່ອົງການສະຫະປະຊາຊາດໄດ້ ຮ່ວມສະເຫຼີ່ມສະຫຼອງດ້ວຍ ແລະ ອີກຫຼາຍປະເທດໄດ້ກຳໜົດໃຫ້ວັນດັ່ງກ່າວເປັນວັນພັກປະຈຳຊາດຂອງຕົນ ແມ່ຍິງຈາກທຸກທະວີບ ບໍ່ວ່າຈະແຕກຕ່າງກັນທາງດ້ານເຊື້ອຊາດ, ພາສາ, ວັດທະນະທໍາ, ເສດຖະກິດ ຫຼື ການເມືອງກໍຕາມ ໄດ້ຮ່ວມກັນເພື່ອສະເຫຼີ່ມສະຫຼອງ ວັນສຳຄັນດັ່ງກ່າວນີ້ ເພື່ອລຳລຶກເຖິງຄວາມເປັນມາແຫ່ງການຕໍ່ສູ້ອັນຍາວນານ ເພື່ອໃຫ້ໄດ້ມາ ຊຶ່ງຄວາມສະເໝີພາບ, ຄວາມຍຸດຕິທໍາ, ສັນຕິພາບ ແລະ ການພັດທະນາ.

ຜົນຂອງກອງປະຊຸມ ທີ່ນະຄອນ ໂຄເປນເຮເກນ ເຮັດໃຫ້ເກີດມີການຈັດກິດຈະກຳວັນແມ່ຍິງສາກົນຂື້ນເປັນຄັ້ງທຳອິດ ໃນເດືອນ ມີນາ ຄ.ສ.1911 ໃນປະເທດ ອອສເຕຣີຍ ເດນມາຣ໌ກ ເຍຍຣະມັນ ແລະ ສະຫວິຕເຊີຣ໌ແລນຕ໌ ມີປະຊາຊົນທັ້ງຍິງ ແລະ ຊາຍຫຼາຍກວ່າ 1 ລ້ານຄົນ ເຂົ້າຮ່ວມການຊຸມນຸມຮ້ຽກຮ້ອງສິດທິໃນການເຮັດວຽກ ການເຂົ້າຮັບການເຝິກອົບຮົມວິຊາຊີບ ແລະ ໃຫ້ຢຸດຕິການແບ່ງແຍກໃນການເຮັດວຽກໃນປີຖັດມາ ໄດ້ມີການຈັດກິດຈະກຳ ວັນແມ່ຍິງສາກົນ ເພີ່ມຂື້ນໃນປະເທດຝຣັ່ງເສດ, ເນເທີຣ໌ແລນສ໌ ແລະ ສະວີເດັນ ແລະໃນປີ ຄ.ສ.1913 ມີການຈັດຊຸມນຸມວັນແມ່ຍິງສາກົນ ໃນລັດເຊຍເປັນຄັ້ງທຳອິດ ທີ່ນະຄອນ ເຊນຕ໌ປີເຕີຣ໌ເບີຣ໌ກ ແມ້ວ່າຈະຖືກເຈົ້າ ໜ້າທີ່ຕຳລວດຂັດຂວາງກໍຕາມ ວັນແມ່ຍິງສາກົນ ໄດ້ຈັດຕັ້ງຂື້ນໂດຍໃຊ້ຄຳຂວັນ ຂອງຂະບວນການ ສັນຕິພາບ ທັງນີ້ເພື່ອຕໍ່ຕ້ານສົງຄາມທີ່ກຳລັງສຸກງອມ ທີ່ຢູໂຣບນັບຕັ້ງແຕ່ ປີທຳອິດເປັນຕົ້ນມາ ຄວາມສຳຄັນຂອງການສະຫຼອງວັນແມ່ຍິງສາກົນ ໄດ້ທະວີຄູນຫຼາຍຂື້ນ ໂດຍມີແມ່ຍິງໃນທະວີບອາຟຣິກກາ ອາຊີ ແລະ ອາເມຣິກາລາຕິນ ເລີ່ມຮ່ວມມືກັນ ເພື່ອທົບທວນຄວາມກ້າວໜ້າຂອງການຕໍ່ສູ້ເພື່ອສິດທິທີ່ເທົ່າທຽມກັນ ແລະເພື່ອຄວາມກ້າວໜ້າທາງເສດຖະກິດ ແລະ ສັງຄົມ ລວມທັງພະຍາຍາມ ຜັກດັນໃຫ້ມີການຄິດຄຳນຶງ ໃນເລື່ອງສິດທິມະນຸດຂອງແມ່ຍິງຢ່າງສົມບູນ

          ໃນສ່ວນຂອງປະເທດລາວ ໃນນາມເປັນສະມາຊິກສົມບູນຂອງອົງການສະຫະປະຊາຊາດ ຜ່ານມາລັດຖະບານ, ສະຫະພັນແມ່ຍິງລາວ ແລະ ອົງການຈັດຕັ້ງ ກຳມະ ບານລາວ ໄດ້ໃຫ້ຄວາມສຳຄັນກັບບົດບາດ ແລະ ສະຖານະພາບ ແກ່ແມ່ຍິງ, ເດັກນ້ອຍ, ກຳມະກອນ, ທະຫານ ແລະ ຕຳລວດ. ໄດ້ມີການດຳເນີນການອອກກົດໝາຍ, ນະໂຍບາຍ, ມາດຕະການຕໍ່ຕ້ານຄວາມຮຸນແຮງ ແລະ ຍົກລະດັບຄຸນນະພາບຊີວິດ ໃນດ້ານຕ່າງໆ ຜູ້ອອກແຮງງານຄວນໄດ້ຮັບການດູແລໃນດ້ານສະຫວັດດີການ, ສຸຂະພາບ, ຄວາມປອດໄພໃນການເຮັດວຽກ ລວມທັງຜູ້ຍິງຕ້ອງໄດ້ຮັບການປະຕິບັດຢ່າງໃຫ້ກຽດ ແລະ ເທົ່າທຽມ ໃນຖານະທີ່ເປັນສະມາຊິກໜຶ່ງໃນສັງຄົມ.

ໂດຍ: ທອງສະໝຸດ ສູນທະວົງ

ພາບບັນຍາກາດ

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.