
ຕີລາຄາຄືນວຽກງານກວດກາອົງຄະນະພັກກະຊວງສສກໃນໄລຍະ 1 ປີຜ່ານມາ

ຄະນະກວດກາພັກ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມວຽກງານກວດກາຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ປະຈຳປີ 2014 ເພື່ອສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານກວດກາວຽກງານໃນປີຜ່ານມາ ແລະ ວາງທິດທາງແຜນການເຄື່ອນໄຫວ ປະຈຳປີ 2015 ແນໃສ່ເຮັດໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ທັງສາຍພັກ-ສາຍລັດ ໃນຂະແໜງການສຶກສາ -ກິລາ ເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນເຈົ້າການນຳພາ, ເຄື່ອນໄຫວວຽກງານຕິດຕາມກວດກາໃຫ້ແຂງແຮງກວ່າເກົ່າ.
ກອງປະຊຸມດັ່ງກ່າວ ໄດ້ມີຂຶ້ນເມື່ອວັນທີ 11 ມີນາ 2015 ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງເລຂາຄະນະພັກກະຊວງ, ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສຈ.ດຣ ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ຄະນະປະຈຳພັກກະຊວງສຶກສາທິການ ແລະກິລາ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາສະຫາຍຄະນະພັກ, ຄະນະນຳກະຊວງ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍບັນດາສະຫາຍຜູ້ແທນກອງປະຊຸມ 300 ກວ່າສະຫາຍເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຫາຍ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ ກະຊວງ ສສກ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາປະຈຳ ປີ 2014 ຜ່ານມາ ເປັນຕົ້ນແມ່ນ ການຈັດຕັ້ງຜັນຂະຫຍາຍມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດໝາຍ ແລະ ລະບຽບການຕ່າງໆຂອງຂັ້ນເທິງ ຄະນະພັກ, ຄະນະກວດກາແຕ່ລະຂັ້ນໄດ້ສຸມໃສ່ຊີ້ນຳ-ນຳພາ ຈັດຕັ້ງເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກແລະ ຄັ້ງທີ VII ຂອງອົງຄະນະພັກກະຊວງສຶກສາການ ແລະ ກິລາ, ມະຕິກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ, ຜັນຂະຫຍາຍແຜນການ,ແຜນປະຕິບັດກິດຈະກຳໃນຂອບເຂດການຈັດຕັ້ງແຕ່ລະຂັ້ນ ແລະ ຕິດຕາມການກວດກາຈັດຕັ້ງປະຕິບັດດ້ວຍຈິດໃຈບຸກທະລຸທີ່ຕັ້ງໜ້າ.
ສຳລັບວຽກງານຕິດຕາມກວດກາພັກ, ຄະນະພັກ, ຄະນະກວດກາພັກແຕ່ລະຂັ້ນ ໄດ້ຕິດຕາມ, ກວດກາປົກກະຕິ ການປະຕິບັດໜ້າທີ່ຂອງການຈັດຕັ້ງພັກ ເວົ້າສະເພາະ ຄະນະກວດກາພັກກະຊວງ ໄດ້ສຸມໃສ່ກວດກາຕາມແຜນເປັນປົກກະຕິ ຈຳນວນ 11 ໜ່ວຍ. ໃນນັ້ນ, ໜ່ວຍພັກໄດ້ຮັບການປະເມີນປະເພດດີຫຼາຍ 9 ໜ່ວຍ, ປະເພດດີ 2 ໜ່ວຍ, ສະມາຊິກໄດ້ຮັບການປະເມີນທັງໝົດ 150 ສະຫາຍ, ປະເພດດີຫຼາຍ 133 ສະຫາຍ, ຍິງ 55 ສະຫາຍ, ປະເພດດີ 17 ສະຫາຍ, ຍິງ 4 ສະຫາຍ. ນອກນັ້ນ, ຫ້ອງການພັກກະຊວງ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ດຳເນີນການກວດກາຕີລາຄາຈັດຕັ້ງສະມາຊິກພັກ ແລະ ໜ່ວຍພັກແຂງ-ຮູ້ນຳພາຮອບດ້ານໃນ 13 ຮາກຖານ, ມີ 75 ໜ່ວຍ, ມີສະມາຊິກພັກທີ່ໄດ້ເຂົ້າຮ່ວມຕີລາຄາຈັດປະເພດທັງໝົດ 1.459 ສະຫາຍ, ໃນຈຳນວນດັ່ງກ່າວ ມີສະມາຊິກພັກປະເພດແຂງຮອບດ້ານ 870 ສະຫາຍ, ແຂງ 732 ສະຫາຍ, ກາງ 44 ສະຫາຍ, ອ່ອນ 4 ສະຫາຍ, ສະມາຊິກພັກບໍ່ໄດ້ຈັດຕັ້ງຕີລາຄາປະເພດ 793 ສະຫາຍ, ເທົ່າກັບ 32,62 ເປີເຊັນ ເຫດຜົນຍ້ອນວ່າແມ່ນສະມາຊິກພັກບຳນານບໍ່ໄດ້ຮັບການເຄື່ອນໄຫວເປັນປົກກະຕິ, ຈຳນວນໜຶ່ງເປັນສະມາຊິກພັກສຳຮອງ ແລະ ສະມາຊິກພັກທີ່ຫາກໍ່ຍົກຍ້າຍມາໃໝ່, ພ້ອມນັ້ນ ຍັງໄດ້ຕີລາຄາແບ່ງປະເພດໜ່ວຍພັກຈຳນວນ 75 ໜ່ວຍ, ປະເພດໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ 41 ໜ່ວຍ, ແຂງ 48 ໜ່ວຍ, ເຊິ່ງໃນໄລຍະ 1 ປີ ຜ່ານມາ, ຈຳນວນສະມາຊິກພັກເພີ່ມຂຶ້ນ 173 ສະຫາຍ, ເທົ່າກັບ 7,08 ເປີເຊັນ ແລະ ຈຳນວນໜ່ວຍພັກ ເພີ່ມຂຶ້ນ 1 ໜ່ວຍ ເທົ່າກັບ 0,83 ເປີເຊັນ.
ຄຽງຄູ່ກັບວຽກງານຕິດຕາມ, ກວດກາພັກ ຍັງໄດ້ເອົາໃຈໃສ່ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ກວດກາການຄຸ້ມຄອງ-ບໍລິຫານດ້ານການເງິນໃນໂຮງຮຽນກິນນອນຊົນເຜົ່າ 6 ແຫ່ງ, ກວດບັນຊີຈຳນວນພົນພະນັກງານລັດຖະກອນໃນສຳນັກກະຊວງ, ບັນດາ 35 ຫົວໜ່ວຍການເງິນທີ່ມີບັນຊີເງິນເດືອນຂຶ້ນກັບກະຊວງ ສສກ ຈຳນວນ 9 ແຂວງ ແລະ ມຊ, ຮ່ວມກັບຄະນະກວດກາຈຳນວນພົນພະນັກງານ-ລັດຖະກອນຂັ້ນສູນກາງ ກວດກາບັນຊີເງິນເດືອນຢູ່ພະແນກສຶກສາທິການ ແລະ ກິລາ 17 ແຂວງ ແລະ ນະຄອນລວງວຽງຈັນ, ມະຫາວິທະຍາໄລ 3 ແຫ່ງ ພ້ອມທັງຮ່ວມກັບອົງການກວດກາລັດຖະບານ ນຳພາຈັດຕັ້ງປະຕິບັດດຳລັດຂອງລັດຖະບານວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານຂັ້ນສູນກາງຄຸ້ມຄອງ ແລະ ກະຊວງ ສສກ ຄຸ້ມຄອງໂດຍສະເພາະແມ່ນ ພາກສ່ວນສຳນັກ ແລະ ໂຮງຮຽນອ້ອມຂ້າງກະຊວງ ຈຳນວນ 1.576 ສະຫາຍ; ມຊ ໄດ້ຮັບຊອງແຈ້ງຊັບສິນຂອງພະນັກງານ-ລັດຖະກອນທັງໝົດ 1.428 ສະຫາຍ.
ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມບົດໂອ້ລົມຂອງຜູ້ປະຈຳການເລຂາທິການພັກ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2014, ການກະກຽມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກກະຊວງ ສສກ ຕື່ມອີກ.