
ງານວາງສະແດງການສຶກສາມາເລເຊຍ ທີ່ ມະຫາວິທະຍາໄລແຫ່ງຊາດ

ໃນຕອນເຊົ້າວັນທີ 11 ມີນາ 2015 ນີ້ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການມາເລເຊຍ ໄດ້ຈັດງານວາງສະແດງການສຶກສາຂອງມະຫາວິທະຍາໄລ ປະເທດ ມາເລເຊຍທີ່ ສະໂມສອນໃຫຍ່ ຂອງມະຫາວິທະຍາໄລແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ດຣ. ພຸດ ສິມມາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ດາໂຕະ ຕັນ ໄຕ ເຮັງ ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ. ລາວ, ທ່ານ ມາດາມ ນໍມາລາ ຫົວໜ້າຫ້ອງການສຶກສາມາເລເຊຍ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກ 15 ມະຫາວິທະຍາໄລຕ່າງໆ ຂອງມາເລເຊຍ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
ຈຸດປະສົງໃນການຈັດງານສະແດງການສຶກສາໃນຄັ້ງນີ້ ແມ່ນເພື່ອສົ່ງເສີມ, ເຜີຍແຜ່ການສຶກສາ ແລະອະທິບາຍຊ່ອງທາງການສະໝັກທຶນໃຫ້ແກ່ນັກສຶກສາລາວທີ່ມີຄວາມ ສົນໃຈຢາກໄປຍົກລະດັບການສຶກສາທີ່ປະເທດ ມາເລເຊຍ. ນອກຈາກນັ້ນທາງບັນດາຜູ້ຕາງໜ້າຈາກມະຫາວິທະຍາໄລຕ່າງໆ ຂອງມາເລເຊຍຍັງໄດ້ໃຫ້ຄຳປຶກສາແກ່ນ້ອງນັກຮຽນທີ່ ໃກ້ຈະສຳເລັດການສຶກສາຕໍ່ກັບການສະໝັກວຽກ ແລະ ໃຫ້ການທົດສອບວັດລະດັບພາສາອັງກິດໃຫ້ແກ່ນັກສຶກສາອີກດ້ວຍ.