
ບົດກອນອວຍພອນອົງຄະນະພັກ ມຊ ເນື່ອງໃນໂອກາດ
ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ
ໂດຍ ອາຈານໂພໄຊ ເທບວິໄລວົງ

ທ້າຍສັດຕະວັດທີ 19 3 ປະເທດອີນໂດຈີນ
ຖືກຮຸກຮານ ທໍລະມານໜັກ ຈັກກະພັດ ຝຣັ່ງມາຊີງປຸ້ນ
ບໍ່ຢາກເສຍເຊື້ອ ພົງພັນ ຊາດເຜົ່າ
ຈຶ່ງໂຮມແຮງຮ່ວມເຂົ້າ ຕີຕ້ານຕ່ອຍຄືນ
ແຕ່ວ່າ ໄຊຊະນະຍັງບໍ່ໄດ້ ເພາະຂາດເພິ່ນຜູ່ນຳທາງ
ຕ່າງຝ່າຍຕ່າງຕີຕົບ ສູ້ຮົບໄປກໍເສຍສິ້ນ
ໂຮ່ຈີມິນ ປະທານຊີ້ ເຮົາຕ້ອງມີກຳລັງມີກຳລັງໃຫຍ່
ເປັນໜຶ່ງດຽວເພື່ອຕໍ່ສູ້ ແນວທາງກູ້ຊາດຄືນ
3-2-30 ຝື້ນ ສ້າງຕັ້ງພັກຄອມມູຍນິດ
ອິນດູຈີນມີຜູ່ນຳ ທ່ານປະທານເພິ່ນນຳຊີ້
4 ປີນໍາພາກ້າວ ພັກແຄ້ວນລາວຈຶ່ງມາເກີດ
ເຊີດຊູພົງເຜົ່າເຊື້ອ ກຳລັງກ້າແກ່ນແຂງ
23 ສິງຫາ 1945 ແຈ້ງ ຍຶດອຳນາດມາມື
12 ຕຸລາ 45 ຖື ເອກະລາດມີຢູ່ມືແທ້
ເປັນກະແສແສນທ້າງ ມີແນວທາງມິຕິໃຫມ່
ປະທານໄກສອນທ່ານຈຶ່ງໄດ້ ໂຮມສ້າງແກ່ນກຳລັງ
ພັກປະຊາຊົນລາວຖືກສ້າງຕັ້ງ ຢູ່ທີ່ບ້ານນາແມວ
ເມືອງວຽງໄຊ ແຂວງຫົວພັນ ກຳນົດວັນໄຊກ້າ
22 ມີນາ 1955 ປະກາດມາໃຫ້ຮູ້ຂ່າວ
ນຳພາລາວຕໍ່ສູ້ ເພື່ອຕີກູ້ຊາດຄືນ
ຊາດລາວເຮົາຈຶ່ງໄດ້ຟື້ນ ຍ້ອນມີພັກນຳພາ
ປັບປຸງ ແນວທາງນຳ ໃຫ້ສອດເໝາະນຳໃຂ້
ຈົນວ່າມີໄຊກ້າ ນຳລາວມາໃຫ້ພົ້ນເດັ່ນ
ໃນເວທີໂລກກວ້າງ ລືລ້ຳຊື່ວ່າລາວ
ດຽວນີ້ ມ ຊ ເຮົາຫຍິ່ງກ້າວ ຍ້ອນມີພັກນຳພາ
ພວກຂ້າຂໍເຊີດຊູ ກຽດສູງແສນລ້ຳ
ຂໍນຳໃຈມາມວນມອບ ເປັນກຳລັງຕາມໄຕ່
ເປັນກຳລັງຊ່ວຍຊ້ວນ ແຮງສູ້ສົ່ງທະວີ
ມື້ນີ້ ຈຶ່ງນຳໃຈມາຮວບຮ້ອຍ ປະສານສອດແທນມາລາ
ເປັນມາໄລດວງຫອມ ຜ່ານກະວີວອນເວົ້າ
ເອົາຄວາມໃນຂານເຂົ້າ ກະວີກອນຊ້ອນກ່າຍ
ນ້ອມຍື່ນຍໍຍົກໃຫ້ ກອນຊ້ອນສົ່ງພອນ
ຍ້ອນວ່າ ມີພັກນຳພາຊີ້ ເພິ່ນມີຊ່ອງທາງໄຂ
ໃຫ້ເຮົານຳມາປຸງປັບ ປ່ຽນແປງມານຳໃຊ້
ຄອສ ຂໍເປັນກຳລັງໃຈໃຫ້ ຈັບມືໄປບໍ່ປະປ່ອຍ
ຄຽງຄູ່ ຊູຊ່ອຍຊວ້ານ ສາມັກຄີເຂັ້ມແຂ່ງຂັນ ຊອບແລ້ວ
ກອນນີ້ ປຽບດັ່ງພວງດອກໄມ້ ມາໄລດອກດວງຫອມ
ຕົກແຕ່ງດວງດາດີ ສອດສີສະຫລັບຊ້ອນ
ມາອວຍພອນຍັງເຈົ້າ ອົງຄະນະພັກ ມຊ ເຮົາຖ້ວນທີ່
ໃຫ້ມີສຸກຢູ່ສ້າງ ກະເສີມພົ້ນພຸ່ງພະລັງ ແດ່ທ້ອນ
ທຸກທ່ານເອີຍ...ອາຍຸ ຂໍໃຫ້ຍືນຍຶ່ງພ້ອມ ພົ້ນຜ່ານພັນວັດສາ
ວັນນະ ຂໍຈົ່ງມີສີສັນ ສ່ອງໃສແສງກ້າ
ສຸກຂະ ຂໍຈົ່ງມາໂຮມເຕົ້າ ເບົາເບີຍບານເບັ່ງ
ພາລະ ຂໍໃຫ້ເພັງເພ່ງເຂັ້ມ ຫັນຫ້າວຊື່ນພະໄທ ຊອບແລ້ວ
ນ້ຳໃຈວັນທີ 22 ມີນາ ໝັ້ນຍືນ!