
ກອງປະຊຸມທາບທາມ ຄວາມຄິດຄວາມເຫັນ ຕໍ່ຮ່າງລັດຖະທຳມະນູນສະບັບປັບປຸງ ປີ 2003

ໃນຕອນເຊົ້າວັນທີ 17 ມີນາ 2015 ນີ້, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບສະພາແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ທາບທາມຄວາມຄິດຄວາມເຫັນ ເພື່ອປັບປຸງເນື້ອໃນ ລັດຖະທຳມະນູນ ສະບັບ ປີ 2003 ຂຶ້ນທີ່ສະໂມສອນ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມຊ. ໂດຍການໃຫ້ກຽດບັນຍາຍຂອງທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ຮອງຫົວໜ້າຄະນະລະດັບຊາດ ເພື່ອປັບປຸງລັດຖະທະມະນູນ ສະບັບ ປີ 2003, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສຈ.ດຣ. ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ຄະນະປະຈຳພັກກະຊວງສຶກສາທິການ ແລະກິລາ ພ້ອມດ້ວຍຄະນະອະທິການບໍດີ, ບັນດາຄະນະບໍດີ, ຫົວໜ້າຫ້ອງການ, ສະຖາບັນ, ສູນ, ໂຮງໝໍ, ໂຮງຮຽນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ 200 ຄົນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສຈ.ດຣ. ສຸກກົງແສງ ໄຊຍະເລີດ ໄດ້ກ່າວວ່າ: ໂດຍອີງຕາມແຜນດຳເນີນກອງປະຊຸມສຳມະນາວິທະຍາສາດ ເພື່ອທາບທາມ ແລະປະກອບຄຳຄິດຄຳເຫັນ ເພື່ອປັບປຸງເນື້ອໃນລັດຖະທຳມະນູນ ສະບັບດັ່ງກ່າວ ໃນຂອບເຂດທົ່ວປະເທດ ເລກທີ 08/ຄປຈ. ລົງວັນທີ 02 ມີນາ 2015. ສະນັ້ນ ມະຫາວິທະຍາໄລແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອເປັນການລະດົມແນວທາງ ແລະຄວາມຄິດເຫັນໃສ່ເນື້້ອໃນລັດຖະທຳມະນູນ ໃຫ້ໄດ້ເຖິງຄວາມໝາຍທີ່ຊັດເຈນ ແລະຮັດກຸມທີ່ສຸດ. ທັງນີ້ ກໍເພື່ອສືບຕໍ່ປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນ ປະຕິວັດລາວ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດເນື້ອໃນຈິດໃຈຕາມທິິດ 3 ສ້າງຂອງພັກ ໃຫ້ປາກົດຜົນເປັນຈິງ. ເພື່ຶອແນ່ໃສ່ບູລະນະລະບົບອຳນາດແຫ່ງລັດ ໃຫ້ສອດຄ່ອງກັບການປ່ຽນແປງສະພາບແວດລ້ອມ ແລະການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກໃນໄລຍະ 10 ປີຕໍ່ໜ້າ. ດັ່ງນັ້ນ, ການປັບປຸງລັດຖະທໍາມະນູນຄັ້ງນີ້ ຈຶ່ງມີຄວາມຈໍາເປັນ ແລະສຳຄັນທີສຸດ ຕໍ່ການພັດທະນາເສດຖະກິດ-ສັງຄົມໃນປະເທດເຮົາ, ທັງເປັນການປັບປຸງລະບົບອຳນາດແຫ່ງລັດໃນໄລຍະໃໝ່ ພ້ອມກັບການເຊື່ອມໂຍງກັບພາກພື້ນ ແລະສາກົນ ໃນຍຸກໂລກາພິວັດ.