ພິທີມອບ-ຮັບໃບຢັ້ງຢືນເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານປະຈຳປີ 2014
ໃນຕອນບ່າຍວັນທີ 5 ມິຖຸນາ 2015 ຜ່ານມານີ້, ອົງຄະນະພັກກະຊວງສຶກສາທິການ ແລະກີລາ ໄດ້ມອບໃບຢັ້ງຢືນໃຫ້ 76 ໜ່ວຍພັກ ທີ່ຂຶ້ນກັບກະຊວງດັ່ງກ່າວ ຂຶ້ນທີ່ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ. ໂດຍໃຫ້ກຽດເຂົ້າຮ່ວມ ແລະມອບໃບຢັ້ງຢືນຂອງ ສະຫາຍ ທອງຜິວ ບຸດສະດີ ຄະນະປະຈຳ ຄະນະພັກກະຊວງ, ຜູ້ຊ່ວຍລັດຖະ ມົນຕີວ່າການ ກະຊວງສຶກສາທິການ ແລະກີລາ, ມີທ່ານ ຮສ. ດຣ. ສາຍຂອງ ສາຍນາສິນ ເຂລາຄະນະພັກ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນດາສະຫາຍເລ ຂາໜ່ວຍພັກ, ຮອງໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະກີລາເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ສະຫາຍ ຄຳພວງ ບຸນມີໄຊ ຫົວໜ້າຄະນະພັກກະຊວງ, ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະກີລາ ໄດ້ສະຫຼຸບຕີລາຄາຜົນການຕິດຕາມ ປະເມີນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານຂອງໜ່ວຍພັກທີ່ຂຶ້ນກັບອົງຄະນະພັກ ກະຊວງສຶກສາທິການ ແລະກີລາ ປະຈຳປີ 2014 ໃຫ້ຮູ້ວ່າ: ບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະ ພັກ ກະຊວງສຶກສາທິການ ແລະກີລາ ມີຈຸດພິເສດແຕກຕ່າງກັນທາງດ້ານວຽກງານ, ວິຊາການ ແລະສະພາບແວດລ້ອມຕ່າງໆ. ດັ່ງນັ້ນ, ການລົງປະເມີນຕິດຕາມໜ່ວຍພັກຈຶ່ງບໍ່ສາ ມາດລົງປະເມີນຈົນໝົດໄດ້ ຈຶ່ງຈັດເປັນທິມງານລົງບາງໜ່ວຍເຊັ່ນ: ໜ່ວຍພັກເອກະລາດທີ່ຂຶ້ນກັບອົງຄະນະພັກໂດຍກົງ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ເຊິ່ງແຜນການກໍ່ ສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ໃນປີ 2014 ມີທັງໝົດຈຳນວນ 80 ໜ່ວຍ ( ນັບທັງມະຫາວິທະຍາໄລແຫ່ງຊາດ) ແຕ່ໄດ້ລົງຕິດຕາມຕົວຈິງມີ ຈຳນວນ 104 ໜ່ວຍ. ໃນ ນັ້ນ, ມະຫາວິທະຍາໄລແຫ່ງຊາດມີ 72 ໜ່ວຍ, ສຳນັກ ແລະອ້ອມຂ້າງກະຊວງ 28 ໜ່ວຍ, ລື່ນຄາດໝາຍ 24 ໜ່ວຍ ເທົ່າກັບ 20 ເປີເຊັນ ຂອງໜ່ວຍພັກທີ່ສ້າງແຜນສູ້ຊົນໃຫ້ ໄດ້ເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ. ສ່ວນທີ່ຍັງເຫຼືອທີ່ຍັງບໍ່ທັນໄດ້ປະເມີນແມ່ນມອບໃຫ້ໜ່ວຍພັກປະເມີນ ແລະເລື່ອນໄປຈັດຕັ້ງປະຕິບັດໃນປີ 2015 ເນື່ອງຈາກວ່າມັນກາຍ ເວລາມາຫຼາຍແລ້ວ. ຜ່ານການລົງປະເມີນຕິດຕາມ ໜ່ວຍພັກແຂງ-ຮູ້ນຳພາຮອບດ້ານຕົວຈິງ ທັງໝົດ 104 ໜ່ວຍ ສາມາດຈັດປະເພດໜ່ວຍພັກແຂງ-ຮູ້ນຳພາຮອບດ້ານຕົວຈິງໄດ້ 76 ໜ່ວຍ. ໃນນັ້ນ, ໜ່ວຍພັກທີ່ຂຶ້ນກັບສຳນັກກະຊວງ ຈຳນວນ 30 ໜ່ວຍ ແລະໜ່ວຍພັກທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ 46 ໜ່ວຍ. ຕາມຄາດໝາຍທີ່ໄດ້ວາງໄວ້ໃນປີ 2015 ຈະສູ້ຊົນສ້າງແຜນລົງຕິດຕາມປະເມີນໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະກີລາ ໃຫ້ໄດ້ຈຳນວນ 105 ໜ່ວຍ ( ນັບທັງມະຫາວິທະຍາໄລແຫ່ງຊາດ) ເທົ່າກັບ 86 ເປີເຊັນ ແລະສູ້ຊົນໃຫ້ໄດ້ໜ່ວຍພັກແຂງ-ຮູ້ນຳພາຮອບດ້ານໃຫ້ໄດ້ 90 ໜ່ວຍເທົ່າກັບ 81 ເປີເຊັນຂອງໜ່ວຍພັກທີ່ລົງປະເມີນ.
ແນວໃດກໍ່ຕາມ, ການລົງຕິດຕາມປະເມີນຜົນດັ່ງກ່າວແມ່ນເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ, ຮູ້ຈັດຕັ້ງນຳພາປະຕິບັດແຜນການ, ຮູ້ສະຫຼຸບຖອດຖອນບົດຮຽນ ແລະຮູ້ ລາຍງານຄະນະພັກໃນການກໍ່ສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານເປັນປົກກະຕິ ແລະຕໍ່ເນື່ອງ ເພື່ອເຮັດໃຫ້ຄະນະໜ່ວຍພັກແຕ່ລະຂັ້ນ, ສະມາຊິກແຕ່ລະສະຫາຍກຳແໜ້ນຈຸດປະ ສົງ, ຄາດໝາຍ, ເນື້ອໃນ, ຂັ້ນຕອນ, ວິທີການດຳເນີນ, ວິທີການນຳພາລະອຽດ. ທັງນີ້ ກໍ່ເພື່ອແນ່ໃສ່ປັບປຸງແບບແຜນວິທີການເຮັດວຽກ ຂອງໜ່ວຍພັກ, ສະມາຊິກພັກທຸກສະຫາຍ ໃນຂອບເຂດສິດ ແລະໜ້າທີ່ໆໄດ້ຮັບມອບໝາຍ ແລະເຮັດໜ້າທີ່ການເມືອງຂອງຕົນສົມກັບເປັນແກນນຳ ໃນລະບົບການເມືອງຢ່າງແທ້ຈິງຢູ່ຂັ້ນຮາກຖານ.
ກອງປະຊຸມໄດ້ດຳເນີນ ແລະປິດລົງດ້ວຍບັນຍາກາດ ແລະຜົນສຳເລັດອັນຈົບງາມ