ງານສະແດງສິລະປະວັດທະນາທຳ ຂອງນັກສຶກສາຈີນ

IMG 2121

IMG 2121

ໃນຕອນຄ່ຳວັນທີ 9ມິຖຸນາ 2015ຜ່ານມາ, ຄະນະນັກສຶກສາຈີນທີ່ຮຽນຢູ່ມະຫາວິທະຍາໄລແຫ່ງຊາດ, ທີ່ສຳເລັດການສຶກສາ ສົກສຶກສາ 2014-2015 ໄດ້ຈັດງານສະ ແດງສິລະປະວັດທະນະທຳຈີນ ຂຶ້ນທີ່ສະໂມສອນໃຫຍ່ ມຊ.ໂດຍການເຂົ້າຮ່ວມຂອງທ່ານ ສຈ.ດຣ. ສົມສີ ຍໍພັນໄຊ ຮອງອະທິການບໍດີ, ທ່ານ ພຸດ ສິມມາລາວົງ ຮອງອະທິການ ບໍດີ ມຊ, ທ່ານ ຈ້າວ​ເຊິງ​ກາງ (Zhao Chenggang) ຫົວໜ້າ​ພະ​ແນ​ກການ​ເມືອງ​ຂອງ​ສະຖານທູດ ສປ. ຈີນ ປະຈໍາ ສປປ. ລາວ, ມີຜູ້ອຳນວຍການມະຫາວິທະຍາໄລຊູໂຈວ, ມີປະທານບໍລິສັດຊັ່ງຈ່ຽງ, ບໍລິສັດຈັນບາງ, ບັນດາຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະພາກສ່ວນຕ່າງໆພ້ອມດ້ວຍນັກສຶກສາເຂົ້າຮ່ວມຊົມ ຢ່າງຫຼວງຫຼາຍ.

ໃນງານທ່ານ ສົນທະນີ ຫລວງໄຊຊະນະ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມຊ ກໍໄດ້ຂຶ້ນສະເໜີຈຸດປະສົງ ແລະກ່າວເປີດງານດັ່ງກ່າວວ່າ: ການຈັດງານດັ່ງກ່າວແມ່ນ ເພື່ອເປີດໂອກາດໃຫ້ນັກສຶກສາໄດ້ສະແດງຄວາມຮູ້ບຸນຄຸນຕໍ່ຄະນະນຳ, ຄູ-ອາຈານແລະພະນັກງານມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ຖ່າຍທອດຄວາມຮູ້ຄວາມສາມາດ ແລະໃຫ້ ຄວາມສະດວກແກ່ການຄົ້ນຄວ້າຮໍ່າຮຽນຂອງນັກສຶກສາຈີນຈົນປະສົບຜົນສຳເລັດແລະຍັງເປັນການແລກປ່ຽນພາສາ, ສິລະປະ-ວັດທະນາທຳ ລະຫວ່າງລາວ-ຈີນ ແລະເສີມສ້າງມິດ ຕະພາບຄວາມສາມັກຄີ ລະຫວ່າງ ນັກສຶກສາລາວ-ຈີນ ແລະ ຊາດອື່ນໆໃຫ້ແໜ້ນແຟ້ນຍີ່ງໆຂຶ້ນ. ທ່ານຍັງໄດ້ກ່າວສະແດງຄວາມຍິນດີຕ້ອນຮັບບັນດາທ່ານແຂກ ແລະນັກສະແດງ ທຸກຄົນ ທີ່ໄດ້ພ້ອມກັນມາຮ່ວມງານໃນມື້ນີ້, ຊຶ່ງ

ມັນໄດ້ສະແດງໃຫ້ເຫັນເຖິງໝາກຜົນແຫ່ງການຜູກພັນ ແລະສາມັກຄີ ຮ່ວມມືຊຶ່ງກັນ ແລະກັນລະຫວ່າງສອງຊາດ ລາວຈີນ-ຈີນລາວ ກໍຄືການແລກປ່ຽນພົວພັນໃນລະດັບ ມະຫາວິທະຍາໄລລາວ ແລະຈີນ. ຈາກນັ້ນການສະແດງກໍໄດ້ເລີ່ມຂຶ້ນ ຊຶ່ງເລີ່ມດ້ວຍການສະແດງດົນຕີຊົນເຜົ່າຈີນ ບົດຟ້ອນຈີນ, ບົດຟ້ອນລາວ ແລະຮ້ອງເພງດ່ຽວ ແລະລາຍການ ຕ່າງໆ ທີ່ອຸດົມສົມບູນໄປດ້ວຍເນື້ອໃນ ແລະຄວາມໝາຍ.

ການສະແດງໄດ້ດຳເນີນໄປ ແລະສຳເລັດລົງດ້ວຍບັນຍາກາດອັນຄຶກຄື້ນມ່ວນຊື່ນ ແລະໜ້າປະທັບໃຈໃຫ້ແກ່ບັນດາແຂກທີ່ມາຮ່ວມຊົມໄດ້ເປັນຢ່າງດີ.

ພາບ​ບັນຍາກາດ



ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.