2 ບໍລິສັດ ສະໜັບສະໜູນອຸປະກອນຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ມຊ. ມູນຄ່າ 250 ລ້ານກີບ
unnamed

unnamed

          ໃນວັນທີ 10 ມິຖຸນາ 2015 ຜ່ານມານີ້, ບໍລິສັດ ສະບາຍດີ ມີເດຍ ແລະບໍລິສັດ ແອບພິເຄເຊິນ ໄດ້ໃຫ້ການສະໜັບສະໜູນອຸປະກອນຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ ທີ່ຈະຈັດຂຶ້ນໃນວັນທີ 16 ມິຖຸນາ 2015 ທີ່ຈະມາເຖິງນີ້ ລວມມູນຄ່າ 250 ລ້ານກີບ. ການມອບ-ຮັບແມ່ນໄດ້ຈັດຂຶ້ນທີ່ຕຶກສໍາ ນັກງານອະທິການບໍດີ ມຊ. ລະຫວ່າງ ທ່ານ ອັກຄະລະເດດ ເລບ້ານແທ່ນ ຄະນະອຳນວຍການ ບໍລິສັດ ມີເດຍ ແລະບໍລິສັດ ສະບາຍດີ ໂມບາຍ ແອບພິເຄເຊິນ ແລະ ທ່ານ ສຈ. ດຣ. ສົມສີ ຍໍພັນໄຊ ຮອງອະທິການບໍດີ ມຊ, ມີ ທ່ານ ຮສ. ຄຳເຜີຍ ພົມມະຈັນ ຫົວໜ້າຫ້ອງການ ການເງິນ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

          ໃນໂອກາດນີ້, ທ່ານ ອັກຄະລະເດດ ເລບ້ານແທ່ນ ກໍໄດ້ກ່າວສະແດງຄວາມຍິນດີທີ່ທາງບໍລິສັດ ມີເດຍ ແລະບໍລິສັດ ສະບາຍດີ ໂມບາຍ ແອບພິເຄເຊິນ ໄດ້ເປັນສ່ວນໜຶ່ງ ໃນການປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ມຊ ເຊິ່ງຈະຈັດຂຶ້ນໃນມໍ່ໆນີ້. ແລະຫວັງຢ່າງຍິ່ງວ່າການປະກອບສ່ວນດັ່ງກ່າວ ຈະເປັນສ່ວນນຶ່ງທີ່ຊ່ວຍ ເຮັດໃຫ້ກອງປະຊຸມດັ່ງກ່າວໄດ້ດຳເນີນໄປດ້ວຍຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

          ໃນໂອກາດດຽວກັນ, ທ່ານ ສຈ. ດຣ. ສົມສີ ຍໍພັນໄຊ ໄດ້ຕາງໜ້າໃຫ້ ມຊ ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງບໍລິສັດ ສະບາຍດີ ມີເດຍ ແລະບໍລິສັດ ແອບພິ ເຄເຊິນ ທີ່ໄດ້ໃຫ້ການສະໜັບສະໜູນ ມຊ ມາຕະຫຼອດມາ ໂດຍສະເພາະແມ່ນໄດ້ປະກອບສ່ວນຊຸກຍູ້ສົ່ງເສີມການເຄື່ອນໄຫວວຽກງານກິດຈະກຳກີລາ ແລະອື່ນໆ ແລະມື້ນີ້ສອງບໍ ລິສັດດັ່ງກ່າວກໍໄດ້ນຳເອົາອຸປະກອນຈຳນວນນຶ່ງຄື: ປຶ້ມບັນທຶກ ຈຳນວນ 600 ຫົວ, ບິກ,600 ກ້ານ, ກະເປົ່າໃສ່ເອກະສານ 600 ໜ່ວຍ ແລະບັດຕິດຄັດເສື້ອ 600 ຊຸດ ລວມມູນ ຄ່າ 250 ລ້ານກີບ, ມາມອບໃຫ້ພວກເຮົາເພື່ອນຳໄປນຳໃຊ້ເຂົ້າໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ມຊ ແລະຫວັງວ່າທັງ 2 ບໍລິສັດດັ່ງກ່າວຈະສືບຕໍ່ໃຫ້ການສະໜັບ ສະໜູນ ມະຫາວິທະຍາໄລແຫ່ງຊາດຂອງພວກເຮົາອີກຕໍ່ໆໄປ.

 

 

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.