ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ
IMG 2490

IMG 2490

         ໃນຕອນເຊົ້າວັນທີ 16 ມິຖຸນາ 2015, ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ ໄດ້ໄຂຂຶ້ນຢ່າງເປັນທາງການ, ທີ່ ຫ້ອງປະຊຸມສະ        ໂມສອນ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມຊ. ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ດຣ. ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ເລຂາຄະ     ນະພັກ ກະຊວງສຶກສາທິການ ແລະກີລາ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະກີລາ, ສະຫາຍ ສຈ.ດຣ. ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ, ຄະນະປະຈຳພັກ ກະຊວງສຶກສາທິການ ແລະກີລາ, ອະທິການບໍດີ ມຊ, ສະຫາຍ ຮສ.ດຣ. ສາຍຂອງ ສາຍນາສິນ ຄະນະປະຈຳພັກກະຊວງສຶກສາທິການ ແລະກີລາ, ເລຂາຄະນະພັກ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ສະຫາຍນາງ ແສງເດືອນ ຫຼ້າຈັນທະບູນ ຮອງເລຂາຄະນະພັກ ກະຊວງສຶກສາທິການ ແລະກີລາ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະກີລາ, ສະຫາຍ ຮສ.ດຣ. ເພັດສະໝອນ ຄູນສະຫວັດ ຄະນະປະຈຳພັກ ມະຫາວິທະຍາໄລແຫ່ງຊາດ, ອະດີດຮອງອະທິ ການບໍດີ ມຊ, ມີຄະນະນຳຈາກບັນດາກົມ, ຫ້ອງການກະຊວງສຶກສາ ແລະກີລາ, ຄະນະຈັດຕັ້ງສູນກາງພັກ,ຫ້ອງວ່າການສູນກາງພັກ, ທ່ານເຈົ້າເມືອງໆໄຊທານີ, ຕົວແທນຈາກບັນ ດາມະຫາວິທະຍາໄລຕ່າງໆ, ບັນດາທ່ານເລຂາໜ່ວຍພັກ ອ້ອມຂ້າງ ມຊ, ບັນດາແຂກທີ່ເປັນຕົວແທນໃຫ້ແກ່ພະນັກງານອາວຸໂສບຳນານ ພ້ອມດ້ວຍບັນດາຜູ້ແທນກອງປະຊຸມ ຈຳ ນວນ 294 ສະຫາຍເຂົ້າຮ່ວມ.

          ກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ, ໃນການປະຕິບັດຄາດໝາຍສູ້ຊົນຂອງກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ມຊ. ທີ່ກ່ຽວຂ້ອງກັບວຽກງານໃນແຕ່ ລະດ້ານ ຕະຫຼອດໄລຍະ 5 ປີທີ່ຜ່ານມາ, ໂດຍສະເພາະແມ່ນວຽກງານກໍ່ສ້າງພັກ-ພະນັກງານ, ວຽກງານຈາກອົງການຈັດຕັ້ງມະຫາຊົນ, ວຽກວິຊາສະເພາະ, ວຽກງານຄົ້ນຄວ້າວິທະ ຍາສາດ, ວຽກງານຮ່ວມມືດ້ານສາກົນ ແລະອີ່ືນໆ, ຈາກ ສະຫາຍ ຮສ.ດຣ. ສາຍຂອງ ສາຍນາສິນ.

          ສຳລັບທິດທາງ ແລະແຜນການໃນ 5 ປີຕໍ່ໜ້າ ແຕ່ນີ້ຫາປີ 2020 ທ່ານໄດ້ໃຫ້ຮູ້ວ່າ: ອົງຄະນະພັກມະຫາວິທະຍາໄລແຫ່ງຊາດຈະຕ້ອງ ສ້າງ ມຊ. ໃຫ້ກາຍເປັນສູນກາງ ການສຶກສາຊັ້ນສູງລະດັບຊາດ ທີ່ມີຄວາມເຂັ້ມແຂງ, ທັນສະໄໝ, ນຳໜ້າທາງດ້ານວິຊາການ, ການຄົ້ນຄ້ວາວິທະຍາສາດ ແລະເຕັກໂນໂລຊີ ແລະສືບຕໍ່ດຳເນີນການປະຕິຮູບການ ສຶກສາຢ່າງມີຫຼັກການບົນພື້ນຖານແນວທາງນະໂຍບາຍຂອງພັກຮັບປະກັນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງພັກ. ສ້າງພະນັກງານ, ຄູ-ອາຈານພາຍໃນ ມຊ. ໃຫ້ມີ ຄວາມຮູ້, ສາມາດບໍລິການວິຊາການຮັບໃຊ້ສັງຄົມທັງພາຍໃນ ແລະຕ່າງປະເທດ.ສ້າງນັກສຶກສາໃຫ້ກາຍເປັນນັກວິຊາການທີ່ມີຄຸນນະພາບຢ່າງຮອບດ້ານ, ໃນລະດັບແຖວໜ້າຂອງ ຊາດ ແລະຫຍັບເຂົ້າໄກ້ຄຽງກັບພາກພືນ ແລະສາກົນ. ສືບຕໍ່ພັດທະນາປັບປຸງຫຼັກສູດປະລິນຍາເອກ, ປະລິນຍາໂທ ແລະແກ້ໄຂຫຼັກສູດທີ່ບໍ່ທັນໄດ້ມາດຕະຖານ ແລະສ້າງຫຼັກສູດ ໃໝ່ທີ່ມີຄວາມຈຳເປັນ. ສືບຕໍ່ເພີ່ມທະວີການຄົ້ນຄ້ວາວິທະຍາສາດ, ການນຳໃຊ້ໄອທີເຂົ້າໃນການຮຽນ-ການສອນ. ສືບຕໍ່ພັດທະນາລະບົບການບໍລິຫານຄຸ້ມຄອງມະຫາວິທະຍາໄລ ໃຫ້ມີຄວາມໂປ່ງໃສ, ວ່ອງໄວກະທັດຮັດ ແລະມີຄວາມທັນສະໄໝ. ສືບຕໍ່ປັບປຸງວຽກງານພັກ-ພະນັກງານຂອງອົງການຈັດຕັ້ງມະຫາຊົນໃຫ້ດຳເນີນໄປຕາມແຜນ ແລະໃຫ້ມີຄວາມ ເຂັ້ມແຂງຮອບດ້ານ.

          ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ເຊິ່ງມີຜູ້ເຂົ້າສະໝັກ ທັງໝົດ 15 ສະຫາຍ, ຄັດເລືອກ ເອົາພຽງ 11 ສະຫາຍ. ຜົນການບ່ອນບັດຄັດເລືອກແມ່ນ: ໄດ້ສະຫາຍ ສຈ.ດຣ. ສົມສີ ຍໍພັນໄຊ ຮອງອະທິການບໍດີ ມຊ. ເປັນເລຂາອົງຄະນະພັກ, ສະຫາຍ ຮສ.ດຣ. ພຸດ ສິມມາ ລາວົງ ຮອງອະທິການບໍດີ ມຊ. ເປັນຮອງເລຂາອົງຄະນະພັກ, ສະຫາຍ ດຣ. ອຸດົມ ພອນຄຳເພັງ ຄະນະບໍດີ ຄກສ ເປັນປະທານກວດກາ, ສະຫາຍ ຮສ. ໂພສີ ທິບດາວັນ ເປັນ ຮອງປະທານກວດກາ, ສະຫາຍ ຮສ. ດຣ. ຮຸ່ງເພັດ ຈັນທະວົງ ເປັນຮອງປະທານກວດກາ ແລະອີກ 6 ສະຫາຍ ເປັນຄະນະປະຈຳພັກ.

          ກອງປະຊຸມຄັ້ງນີ້ຜູ້ແທນກອງປະຊຸມຍັງໄດ້ໃຊ້ສິດຂອງຕົນປ່ອນບັດເລືອກເອົາຜູ້ແທນສົມບູນ ແລະສຳຮອງຈຳນວນ 90 ສະຫາຍເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກກະຊວງສຶກສາທິການ ແລະກີລາທີ່ຈະຈັດຂຶ້ນໃນຕໍ່ໜ້າ ອີກດ້ວຍ.

ໂອກາດດັ່ງກ່າວ ສະຫາຍ ດຣ. ພັນຄຳ ວິພາວັນ ກໍໄດ້ຂຶ້ນໂອ້ລົມ ຕໍ່ທີ່ປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາພະນັກງານ, ສະມາຊິກພັກ, ຄູ-ອາຈານ, ພະນັກງານ ທີ່ໄດ້ປະຕິບັດໜ້າທີ່ການເມືອງຂອງຕົນ ແລະຍາດໄດ້ຜົນສຳເລັດຫຼາຍໆດ້ານ, ໃນການພັດທະນາມະຫາວິທະ ຍາໄລແຫ່ງຊາດ, ແຜນພັດທະນາການສຶກສາຊັ້ນສູງ ແລະໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກະຊວງສຶກສາທິການ ແລະກີລາ ມາເປັນແຜນງານ ທີ່ປະຕິບັດທີ່ສຳເລັດເປັນແຕ່ລະບາດກ້າວມາ. ພ້ອມດຽວກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫວ່ງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຈະ ຕ້ອງສືບຕໍ່ປັບປຸງແກ້ໄຂ ຢ່າງແຂງແຮງ ຕັ້ງໜ້າ ແລະມີປະສິດຕິພາບ. ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜນແໜ້ນໜາ. ໂດຍສະເພາະແມ່ນໄດ້ເນັ້ນໜັກໃຫ້ຍົກສູງຄຸນນະພາບ ຂອງການສຶກສາໄປພ້ອມໆກັບການເຝິກຝົນຫຼໍ່ຫຼອມຕົນເອງຂອງຄູ-ອາຈານຢຶດໝັ້ນໃນຈັນຍາບັນຂອງຄວາມເປັນຄູໃຫ້ສູງຂຶ້ນກວ່າເກົ່າ.

ກອງປະຊຸມໄດ້ດຳເນີນເປັນເວລາ ໜຶ່ງວັນເຕັມ ແລະໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ.

ພາບ
​ບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.