ທ່ານຮອງອະທິການບໍດີ ມຊ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ປະເທດ ສາທາລະນະລັດອາຟຣິກາໃຕ້ ປະຈຳບາງກອກ ປະເທດໄທ


ໃນຕອນບ່າຍວັນທີ 16 ກັນຍາ 2015 ນີ້, ທີ່ຫ້ອງຮັບແຂກຕຶກສໍານັກງານອະທິການບໍດີ ມຊ, ທ່ານ ຮສ. ດຣ. ພຸດ ສິມມາລາວົງ ຮອງເລຂາຄະນະພັກ,ຮອງອະທິການບໍດີ ມຊ, ພ້ອມດ້ວຍຄະນະ ແລະນັກສຶກສາ ໄດ້ຕ້ອນຮັບທ່ານ Robina Patricia Marks ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ປະເທດ ສາທາລະນະລັດອາຟຣິກາໃຕ້ ປະຈຳບາງກອກ ປະເທດໄທ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ຮສ. ດຣ. ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຄວາມຍິນດີຕໍ່ການມາຢ້ຽມຢາມ ມຊ ຂອງທ່ານ ນາງ Robina Patricia Marks ພ້ອມດ້ວຍຄະ ນະ. ຈຸດປະສົງໃນການມາຢ້ຽມຢາມແມ່ນເພື່ອປາຖະກະຖາກ່ຽວກັບ “ນະໂຍບາຍການຕ່າງປະເທດຂອງ ປະເທດ ສາທາລະນະລັດອາຟຣິກາໃຕ້” ໃຫ້ຄະນະນໍາ, ພະນັກງານ ແລະ ນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດໄດ້ຮັບຊາບ. ພາຍຫຼັງທ່ານປະຖາກະຖາສຳເລັດແລ້ວ ກໍ່ໄດ້ມີການຖາມຕອບ ແລະແລກປ່ຽນຄຳຄິດຄຳເຫັນນຳກັນ ເຊິ່ງເຫັນໄດ້ວ່າ ນັກສຶກສາມີຄວາມສົນໃຈ ແລະທ່ານ ນາງ Robina Patricia Marks ກໍໄດ້ຖາມຫຼາຍບັນຫາເພື່ອໃຫ້ນັກສຶກສາລາວຕອບ, ໃນນັ້ນກໍມີເອື໊ອຍນ້ອງນັກສຶກສາຍິງສາມາດຕອບໄດ້ ແລະໄດ້ຮັບລາງວັນ ຈາກ ທ່ານ ເອກອັກຄະລັດຖະທູດ ເພື່ອໃຫ້ເຂົ້າໃຈຍ່າງເລິກເຊິ່ງກ່ຽວກັບນະໂນບາຍດັ່ງກ່າວ. ຕອນທ້າຍທັງ ສອງຝ່າຍໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.