ທ່ານຮອງອະທິການບໍດີ ມຊ ຕ້ອນຮັບ ທ່ານ ອະທິການບໍດີ ມະຫາວິທະຍາໄລກິລາໂຮ່ຈີມິນ ສສ. ຫວຽດນາມ

ໃນຕອນເຊົ້າວັນທີ 23 ກັນຍາ 2015 ນີ້, ທີ່ຫ້ອງຮັບແຂກຕຶກສໍານັກງານອະທິການບໍດີ ມຊ, ທ່ານ ຮສ. ດຣ. ພຸດ ສິມມາລາວົງ ຮອງເລຂາຄະນະພັກ, ຮອງອະທິການບໍດີ ມຊ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ສຈ.ດຣ. ເຈິ່ນ ຫງອກ ກວ່າງ ອະທິການບໍດີ ມະຫາວິທະຍາໄລກິລາໂຮ່ຈີມິນ ສສ. ຫວຽດນາມ ພ້ອມດ້ວຍຄະນະ.
ໂອກາດນີ້, ທ່ານ ຮສ. ດຣ. ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຄວາມຍິນດີຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນດັ່ງກ່າວໃນຄັ້ງນີ້. ໂອກາດດັ່ງກ່າວ ທັງສອງ ທ່ານກໍໄດ້ ລາຍງານສະພາບລວມຂອງມະຫາວິທະຍາໄລຂອງຕົນໃຫ້ກັນ ແລະກັນຊາບ ພ້ອມກັນນັ້ນທັງສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືດ້ານ ວິຊາການໃນອະນາຄົດອັນໃກ້ໆນີ້ ໂດຍສະເພາະແມ່ນການປັບປຸງຫຼັກສູດຮ່ວມກັນ, ການສ້າງບຸກຄະລາກອນ ຊຶ່ງຂັ້ນຕົ້ນແມ່ນຈະໄດ້ແລກປ່ຽນຄູອາຈານ, ການຈັດຝຶກອົບໃຫ້ພະ ນັກງານ ກ່ອນກ່າວໄປສູ່ການສ້າງຄະນະໃໝ່ຂຶ້ນອີກ.
ການພົບປະໂອລົມໄດ້ດຳເນີນໄປດ້ວຍບັນຍາກາດອັນດີ ແລະຕອນທ້າຍທັງສອງຝ່າຍໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.