ງານສັບປະດາພາບພະຍົນຈີນ ປະຈຳປີ 2015

ໃນຕອນຄ່ຳ ວັນທີ 12 ພະຈິກ 2015 ຜ່ານມານີ້, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສັບປະດາ ພາບພະຍົນຈີນ ປະຈຳປີ 2015 ຂຶ້ນ ທີ່ສະໂມສອນ ໃຫຍ່ ມຊ. ໃນພິທີມີ ທ່ານ ນາງ ຍອນວິໄລ ໄຊຍະເລີດ ຮອງຜູ້ອຳນວຍການສະຖາບັນຂົງຈື, ທ່ານ ນາງ ສົມສະໜຸກ ດາລາວົງ ຫົວໜ້າພາກວິຊາພາສາຈີນ, ທ່ານ ນາງ ບຸນມາກ ສຸລິຍາ ຜູ້ອໍານວຍການ ມັດທະຍົມສົມບູນສາທິດ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກຮຽນ-ນັກສຶກສາ ຈຳນວນ 300 ກ່ວາຄົນເຂົ້າຮ່ວມຊົມ.
ຈຸດປະສົງໃນການຈັດງານຄັ້ງນີ້, ແມ່ນເພື່ອ ເປັນການເຜີຍແຜ່ວັດທະນະທຳ ແລະແບບແຜນການດໍາລົງຊີວິດຂອງປະຊາຊົນຈີນ. ໃນງານແມ່ນໄດ້ຮັບຊົມຮູບເງົາທີ່ສະແດງເປັນ ລະຄອນກ່ຽວກັບ ວັດທະນະທຳຈີນໃຫ້ບັນດາທ່ານຜູ້ຊົມໄດ້ຮັບຊົມຢ່າງມ່ວນຊື່ນ.