ພິທີສະຫຼຸບຜົນສຳເລັດ ການບູລະນະຫ້ອງນ້ຳສາທາລະນະ ທີ່ມະຫາວິທະຍາໄລແຫ່ງຊາດ ແລະພິທີມອບ-ຮັບຢ່າງເປັນທາງການ

ໃນຕອນບ່າຍວັນທີ 14 ພະຈິກ 2015 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດ ພິທີສະຫຼຸບຜົນສຳເລັດ ໃນການບູລະນະຫ້ອງນ້ຳສາທາລະນະ ທີ່ມະຫາວິທະຍາໄລແຫ່ງ ຊາດ ແລະພິທີມອບ-ຮັບ ຢ່າງເປັນທາງການ ຂຶ້ນທີ່ຫ້ອງປະຊຸມ ຕຶກສຳນັກງານ ອະທິການບໍດີ ມຊ, ໂດຍການໃຫ້ກຽດມອບຂອງທ່ານ ຢອມ ແທ ຢອງ ປະທານສະມາຄົມຫ້ອງ ນ້ຳໂລກ, ເຈົ້າເມືອງ ເມືອງຊູວອນ ສາທາລະນະລັດ ເກົາຫຼີ ແລະຮັບໂດຍ ທ່ານ ສຈ.ດຣ. ສົມສີ ຍໍພັນໄຊ ຮອງອະທິການບໍດີ ມຊ, ເຂົ້າຮ່ວມໃນພິທີ ມີ ທ່ານ ເລຂາເອກອັກຄະລັດ ຖະທູດ ສ.ເກົາຫຼີ ປະຈຳ ສປປ.ລາວ, ທ່ານປະທານສະມາຄົມຄົນເກົາຫຼີ, ທ່ານ ຮົງ ຈົງ ໂອ ເຊມາອືນດົງ ຜູ້ປະສານງານປະຈໍາລາວ ແລະ ມີບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.
ການບູລະນະຫ້ອງນ້ຳສາທາລະນະ ທີ່ມະຫາວິທະຍາໄລແຫ່ງຊາດໃນຄັ້ງນີ້ ແມ່ນພາຍໃຕ້ການຮ່ວມມື ລະຫວ່າງ ເມືອງຊູວອນ ປະເທດເກົາຫຼີໃຕ້ ແລະ ມຊ.
ໂອກາດນີ້, ທ່ານ ຢອມ ແທ ຢອງ ໄດ້ກ່າວວ່າ: ເມື່ອເວົ້າເຖິງຄຳວ່າຫ້ອງນ້ຳ ເປັນສິ່ງທີ່ບໍ່ສາມາດແຍກອອກຈາກປະຫວັດສາດ ການດຳລົງຊີວິດຂອງຄົນເຮົາໄດ້ ຍິ່ງໄປກວ່າ ນັ້ນ ມັນໄດ້ຮັບການຂະຫຍາຍຄວາມໝາຍຈາກການຊົມໃຊ້ທຳມະດາ ກາຍມາເປັນສະຖານທີ່ຜ່ອນຄາຍ ແລະຍັງໝາຍເຖິງວັດທະນະທຳອີກດ້ວຍ. ເວົ້າລວມແລ້ວ ໜ້າທີ່ພື້ນຖານ ຂອງຫ້ອງນ້ຳກໍ່ຄືເປັນສະຖານທີ່ອະນາໄມ, ຫ້ອງນ້ຳທີ່ມີລັກສະນະທີ່ສຳຄັນ ແລະມີປະໂຫຍດກ່ຽວຂ້ອງໂດຍກົງ ກັບສິດທິຂອງແມ່ຍິງເພື່ອໃຫ້ມີຄວາມປອດໄພ. ທ່ານຍັງຫວັງວ່າ ຜົນສຳເລັດໃນການສ້າງຫ້ອງນ້ຳໃນຄັ້ງນີ້ ຈະເປັນແບບຢ່າງໃຫ້ແກ່ຫຼາຍໆປະເທດ ໃນການໃຫ້ສິດທິແກ່ແມ່ຍິງຫຼາຍຂຶ້ນ ແລະ ຈະອຳນວຍຄວາມສະດວກບໍ່ຫຼາຍກໍ່ໜ້ອຍໃຫ້ແກ່ ພະນັກງານ, ຄູ-ອາຈານ ແລະນັກຮຽນ-ນັກສຶກສາ ໃນ ມຊ. ທ່ານກ່າວຕື່ມວ່າ: ສະມາຄົມຫ້ອງນ້ຳໂລກ ຈະໄດ້ມີການເຜີຍແຜ, ຝຶກອົບຮົມກ່ຽວກັບລະບົບຫ້ອງນ້ຳ, ຈະໃຫ້ການ ສະໜັບສະໜູນການສຶກສາຢ່າງຕັ້ງໜ້າອີກຕໍ່ໄປ ແລະຈະເຮັດໃຫ້ດີທີ່ສຸດ ເພື່ອຮັບປະກັນການອະນາໄມ, ຄວາມປອດໄພ ແລະຄວາມສະອາດຂອງພົນລະເມືອງໃນທົ່ວໂລກ, ໂດຍ ຜ່ານການຮ່ວມມືຢ່າງຫ້າວຫັນກັບອົງກອນສາກົນ.
ໂອກາດດຽວກັນນີ້ ທ່ານ ສຈ.ດຣ. ສົມສີ ຍໍພັນໄຊ ກໍໄດ້ກ່າວສະແດງຄວາມຍິນດີ ທີ່ທ່ານມາຢ້ຽມຢາມ ມຊ ໃນຄັ້ງນີ້ ແລະໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ທີ່ໃຫ້ ການຮ່ວມມືໃນການສ້າງຫ້ອງນ້ຳໃຫ້ແກ່ ມຊ. ຈົນສໍາເລັດ ພ້ອມນັ້ນທ່ານກໍໄດ້ມອບໃບຍ້ອງຍໍໃຫ້ແກ່ ທ່ານ ຢອມ ແທ ຢອງ ເພື່ອເປັນການສະແດງຄວາມຂອບໃຈ ແລະຊົມເຊີຍຕໍ່ ຜົນສຳເລັດດັ່ງກ່າວ.