ພິທີ ມອບ-ຮັບ ຕຳແໜ່ງຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ

ໃນຕອນບ່າຍວັນທີ 11 ກຸມພາ 2016 ນີ້, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມຊ. ໄດ້ຈັດພິທີ ມອບ-ຮັບ ຕຳແໜ່ງ ລະຫວ່າງ ທ່ານ ຮສ. ອາລຸນ ສີລັດຕະນະກຸນ ຜູ້ອໍານວຍການສະຖາບັນພັດທະນາ ຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຝ່າຍລາວ(ຜູ້ເກົ່າ) ແລະທ່ານ ຮສ.ດຣ. ບຸນລ້ວນ ດ້ວງເງິນ ມາເປັນວ່າການ ຜູ້ອໍານວຍການ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ(ຝ່າຍລາວ)ຄົນໃໝ່. ພິທີໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ສະຖາບັນດັ່ງກ່າວ. ໃນພິທີມີທ່ານ ຮສ.ດຣ. ສາຍຂອງ ສາຍນາສິນ ຮອງ ອະທິການບໍດີ ມຊ, ມີຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ຝ່າຍຍີ່ປຸ່ນ), ທ່ານຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ, ມີບັນດາຫົວ ໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ, ຄູ-ອາຈານ ຂອງສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນເຂົ້າຮ່ວມເປັນສັກຂີພະຍານ.
ໂອກາດນີ້, ທ່ານ ຮສ. ອາລຸນ ສີລັດຕະນະກຸນ ອະດີດຜູ້ອໍານວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ຂຶ້ນສະຫຼຸບການປະຕິບັດວຽກງານໄລຍະ 5 ປີ, ແຕ່ປີ 2011-2016 ໂດຍຫຍໍ້, ເຊິ່ງສາມາດເຕົ້າໂຮມຄວາມສາມັກຄີໃນການດຳເນີນວຽກງານ, ໄດ້ເອົາໃຈໃສ່ ວຽກງານ ສຶກສາອົບຮົມແນວຄິດ, ຄຸນສົມບັດ ສິນທຳປະຕິວັດ ແກ່ພະນັກງານເປັນໄລຍະ, ເອົາໃຈໃສ່ພິຈາລະນາແກ້ໄຂດ້ານນະໂຍບາຍຕ່າງໆຕໍ່ພະນັກງານ, ຄູ-ອາຈານ, ຕາມລະບຽບຫຼັກການ ແລະຕາມເງື່ອນໄຂຕົວຈິງ, ເອົາໃຈໃສ່ປະຕິບັດນະໂຍ ບາຍການຮ່ວມມືກັບຕ່າງປະເທດ ພ້ອມທັງຍາດແຍ່ງເອົາການຊ່ວຍເຫຼືອໃນບາງໂອກາດ ໂດຍສະເພາະແມ່ນໂຄງການສອນພາສາລາວໃຫ້ອາສາສະໝັກຍີ່ປຸ່ນ ໂດຍປະຕິບັດຕາມນະ ໂຍບາຍພົວພັນຕ່າງປະເທດແບບສະເໜີພາບ, ມິດຕະພາບຕ່າງຝ່າຍຕ່າງມີຜົນ ທັງຮັບປະກັນຄວາມສາມັກຄີ.
ທ່ານກ່າວອີກວ່າ: ໃນໄລຍະ 5 ປີຜ່ານມາ, ທ່ານໄດ້ຕັ້ງໃຈປະຕິບັດໜ້າທີ່ຢ່າງສຸດຄວາມສາມາດ, ໄດ້ປະຕິບັດແບບແຜນລວມສູນປະຊາທິປະໄຕ, ເສຍສະຫຼະເພື່ອສ່ວນ ລວມ, ເຮັດວຽກແບບສ້າງສັນ, ເຮັດວຽກດ້ວຍຄວາມສາມັກຄີຮັກແພງ ແລະໄດ້ປະຕິບັດ 3 ໃຫ້ຄື: ໃຫ້ກຳລັງໃຈ, ໃຫ້ອະໄພເຊິ່ງກັນ ແລະກັນ ແລະໃຫ້ຄວາມຮັກແພງ ຄວາມ ສາມັກຄີ ເພາະຄວາມສາມັກຄີເປັນບໍ່ເກີດແຫ່ງຜົນສຳເລັດ.
ໃນຕອນທ້າຍພິທີ, ທ່ານ ຮສ.ດຣ. ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມຊ ໄດ້ຂຶ້ນມີຄຳເຫັນຕໍ່ທີ່ປະຊຸມ ເຊິ່ງທ່ານໄດ້ກ່າວເຖິງຄວາມຈໍາເປັນ ກ່ຽວກັບການໂຍກ ຍ້າຍຜູ້ອໍານວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ(ຝ່າຍລາວ)ໃນຄັ້ງນີ້, ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງວຽກງານໃນການພັດທະນາມະຫາ ວິທະຍາໄລແຫ່ງຊາດ. ພ້ອມດຽວກັນ ທ່ານຍັງໄດ້ກ່າວເນັ້ນໃຫ້ ຜູ້ທີມາຮັບໜ້າທີ່ ເປັນວ່າການ ຜູ້ອໍານວຍການ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ຝ່າຍລາວ) ຄົນໃໝ່; ຈົ່ງສືບຕໍ່ຊີ້ນຳໆພາ ແລະປັບປຸງວຽກງານໃຫ້ມີການພັດທະນາໄປຕາມແຜນພັດທະນາຂອງ ມຊ. ໃຫ້ດີຍິ່ງໆຂຶ້ນ ແລະຕ້ອງເປັນຫຼັກແຫຼ່ງໃຫ້ແກ່ພະນັກງານ, ເປັນຜູ້ນຳທີ່ມີ ການວາງແຜນທີດີ,ເປັນຜູ້ນຳທີ່ມີ ວິທີແກ້ໄຂບັນຫາໄດ້ດີ ແລະສືບຕໍ່ປະຕິບັດວຽກງານທຸກດ້ານໂດຍສະເພາະແມ່ນດ້ານວິຊາການ ແລະການເຕົ້າໂຮມຄວາມສາມັກຄີ ຊ່ວຍເຫຼືອ ເຊິ່ງກັນ ແລະກັນ.