ພິທີມອບຫລຽນ ການແຂ່ງຂັນກີລາ ແລ່ນ-ລານ

ໃນວັນທີ 9 ມີນາ 2016 ນີ້, ທີ່ສະໜາມກີລາກາງມະຫາວິທະຍາໄລແຫ່ງຊາດ, ໄດ້ມີການຈັດພິທີມອບຫລຽນ ກີລາແລ່ນ-ລານຂຶ້ນ. ໂດຍການມອບຂອງທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ຄະນະພັກກະຊວງສຶກສາທິການ ແລະກີລາ, ຄະນະພັກ ມຊ, ຮອງອະທິການບໍດີ ມຊ, ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຄະນະພັກ ມຊ, ເລຂາຄະນະພັກຮາກຖານ ຄປມ, ຄະນະບໍດີ ຄປມ, ທ່ານ ຮສ. ແກ່ນຈັນ ສິນສຳພັນ ຄະນະພັກ ມຊ, ເລຂາຄະນະພັກຮາກຖານ ຄສວ, ຄະນະບໍດີ ຄສວ, ທ່ານ ຮສ. ໂພສີ ທິບດາວັນ ຄະນະພັກ ມຊ, ເລຂາຄະນະພັກຮາກຖານ ສຳນັກງານອະທິການບໍດີ, ຫົວໜ້າຫ້ອງການກວດກາ ມຊ. ໄດ້ຜັດປ່ຽນກັນຂຶ້ນມອບຕາມລຳດັບ.
ໝາຍເຫດ: ນັກກິລາຜູ້ທີ່ໄດ້ຫຼຽນຄຳ ແມ່ນຜູ້ທີ່ໄດ້ຄະແນນສູງສຸດ (ຄະແນນອັນດັບ 1) ໃນຮອບຊິງຊະນະເລີດ, ຄະແນນຖັດລົງມາ ແມ່ນໄດ້ຫຼຽນເງິນ ( ຄະແນນອັນ 2 ) ແລະຄະແນນຖັດລົງມາອີກ ( ຄະແນນອັນດັບ 3) ແມ່ນໄດ້ຫຼຽນທອງ.
ລາຍລະອຽດເບິ່ງຜົນການແຂ່ງຂັນ ໄດ້ທີ່ http://result.lusf.la/