ຄສສ. ຈັດພິທີວາງສະແດງຜົນງານທາງດ້ານວິຊາການ 

ໃນຕອນເຊົ້າວັນທີ 24 ມິຖຸນາ 2016 ຜ່ານມານີ້, ຄະນະສຶກສາສາດ ມຊ. ໄດ້ຈັດພິທີວາງສະແດງຜົນງານທາງດ້ານວິຊາການ ແລະເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດຂອງ ຄສສ. ຂຶ້ນທີ່ສະໂມສອນໃຫຍ່ ມຊ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ລຳໄມ ພິພັກຂະວົງ ຮອງອະທິການບໍດີ ມຊ, ທ່ານ ຮສ.ປອ. ສາຍສະໝອນ ປຣະສອນໄຊ ຄະນະບໍດີ ຄະນະສຶກສາສາດ, ມີບັນດາທ່ານຮອງຄະນະບໍດີ, ຫົວໜ້າຫ້ອງການ, ບັນດາແຂກທີ່ຖືກເຊີນ ແລະບັນດາພະນັກງານ, ຄູ-ອາຈານ ພ້ອມດ້ວຍນັກສຶກສາຄະນະດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດງານຄັ້ງນີ້ຂຶ້ນແມ່ນເພື່ອເປັນການສ້າງຂະບວນການສະເຫຼີມ-ສະຫຼອງ ມຊ. ຄົບຮອບ 20 ປີ (5 ພະຈິກ 1996 ຫາ ພະຈິກ 2016) ແລະເພື່ອເຮັດໃຫ້ຖັນແຖວພະນັກງານການນຳ ກໍຄືບັນດາອາຈານ, ພະນັກງານ ແລະນັກສຶກສາຂອງ ຄສສ. ມີຄວາມຮູ້ຄວາມເຂົ້າໃຈຕໍ່ກັບ ສະພາບການ ແລະປະຫວັດສາດຄວາມເປັນມາຕ່າງໆຂອງ ຄສສ.
ໂອກາດດັ່ງກ່າວທ່ານ ຮສ.ປອ. ສາຍສະໜອນ ປຣະສອນໄຊ ກໍໄດ້ຂຶ້ນອ່ານປະຫວັດຫຍໍ້ຂອງ ຄສສ. ເຊິ່ງທ່ານໃຫ້ຮູ້ວ່າ: ຄະນະສຶກສາສາດ (ຂຽນຫຍໍ້: ຄສສ) ເປັນຄະນະວິຊາໜຶ່ງຂອງ ມຊ. ໄດ້ຖືກສ້າງຕັ້ງຂຶ້ນໂດຍມາດຕາ 7 ຂອງດຳລັດນາຍົກລັດຖະມົນຕີ ວ່າດ້ວຍ ມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 50/ນຍ, ເດືອນ 11/1995. ໃນວັນທີ 5 ພະຈິກ 1996 ມຊ. ໄດ້ໄຂສົກຮຽນຄັ້ງປະຖົມມະເລີກ, ເຊິ່ງປະກອບມີ 7 ຄະນະວິຊາ ແລະ 1 ວິທະຍາໄລວິທະຍາສາດພື້ນຖານ ເຊິ່ງໃນນັ້ນລວມມີ ຄະນະສຶກສາສາດຢູ່ນຳ ໃນເວລານັ້ນ ຄສສ ປະກອບດ້ວຍ 3 ພາກວິຊາ, 2 ໂຮງຮຽນຄື: ພາກວິຊາຈິດຕະສາດ, ພາກວິຊາສຶກສາສາດ, ຫຼັກສູດ ແລະວິທີສອນ, ພະແນກບໍລິຫານ, ພະແນກວິຊາການ, ໂຮງນຮຽນປະຖົມສົມບູນສາທິດ ແລະໂຮງຮຽນມັດທະຍົມສົມບູນສາທິດ. ເວລານີ້ ຄສສ ໄດ້ຈັດຕັ້ງການຮຽນ-ການສອນໃນຫຼັກສູດປະລິນຍາຕີລະບົບ 5 ປີຄື: ລະບົບ 2+3 ໂດຍມີນັກສຶກສາທັງໝົດ 29 ຄົນ.
ມາຮອດສົກຮຽນ 2006-2007 ຄສສ ໄດ້ຮັບການປ່ຽນແປງໃນດ້ານໂຄງສ້າງ ຊຶ່ງປະກອບດ້ວຍ 5 ພາກວິຊາ, 1 ພະແນກກໍ່ສ້າງນັກວິຊາການ, 4 ພະແນກທີ່ເປັນເສນາທິການດ້ານການບໍລິການ ແລະ 3 ໂຮງນຮຽນຄື: ພາກວິຊາສ້າງຄູຈິດຕະ-ສຶກສາສາດ, ພາກວິຊາສ້າງຄູພາສາ, ພາກສ້າງຄູທຳມະຊາດ, ພາກສ້າງຄູສັງຄົມສາດ ແລະພາກວິຊາບໍລິຫານການສຶກສາ. ພະແນກສ້າງຄູພະລະສຶກສາຊັ້ນສູງ, ພະແນກສັງລວມ, ພະແນກວິຊາການ, ພະແນກຄຸ້ມຄອງນັກສຶກສາ,ພະແນກຄົ້ນຄວ້າວິທະຍາສາດ ແລະຫຼັງມະຫາ. ໂຮງຮຽນອະນຸບານເຝິກສອນດົງໂດກ, ໂຮງຮຽນປະຖົມສົມບູນສາທິດ ແລະໂຮງຮຽນມັດທະຍົມສົມບູນສາທິດ ແລະ 2 ສູນທີ່ຕັ້ງຢູ່ກັບຄະນະສຶກສາສາດຄື: ສູນພັດທະນາຄູ, ສູນເຝິກອົບຮົມຜູ້ບໍລິຫານການສຶກສາ.
ນັບແຕ່ສົກຮຽນ 2007-2008 ຄສສ ໄດ້ຈັດຕັ້ງ ແລະເປີດດໍາເນີນການຮຽນ-ການສອນໃນຫຼັກສູດປະລິນຍາໂທເປັນສາຂາທຳອິດຄື: ສາຂາ ບໍລິຫານການສຶກສາ ແລະ ປີ 2011 ຄສສ ກໍ່ໄດ້ສ້າງຕັ້ງພາກວິຊາຂຶ້ນຕື່ມອີກ 2 ພາກ ແລະ 1 ພະແນກ. ໃນສົກສຶກສາ 2012-2013 ໄດ້ເປີດຫຼັກສູດປະລິນຍາໂທຕື່ມອີກ 2 ສາຂາຄື: ສາຂາຫຼັກສູດ ການສອນ ແລະສາຂາຫຼັກສູດພັດທະນາທ້ອງຖິ່ນຕາມລຳດັບຕໍ່ມາ. ໃນສົກຮຽນ 2015-2016 ນີ້ ຄສສ. ປະກອບມີ 7 ພາກວິຊາ ແລະ 6 ພະແນກທີ່ເປັນເສນາທິການສະໜັບສະໜູນການບໍລິຫານ ແລະ 3 ໂຮງຮຽນຄື: ພາກວິຊາສ້າງຄູຈິດຕະວິທະຍາການສຶກສາ, ພາກວິຊາສ້າງຄູພາສາຕ່າງປະເທດ, ພາກວິຊາສ້າງຄູທຳມະຊາດ, ພາກວິຊາສ້າງຄູວິທະຍາສາດສັງຄົມ, ພາກວິຊາສ້າງຄູບໍລິຫານການສຶກສາ, ພາກວິຊາສ້າງຄູພາສາລາວ-ວັນນະຄະດີ ແລະພາກວິຊາສ້າງຄູພະລະສຶກສາ. ພະແນກວິຊາການ, ພະແນກຈັດຕັ້ງ-ສັງລວມ, ພະແນກການເງິນ-ຊັບສິນ, ພະແນກການສຶກສາຫຼັງປະລິນຍາຕີ ແລະພະແນກຄຸ້ມຄອງນັກສຶກສາ. ໂຮງຮຽນອະນຸບານເຝິກສອນດົງໂດກ, ໂຮງຮຽນປະຖົມສົມບູນສາທິດ ແລະໂຮງຮຽນມັດທະຍົມສົມບູນສາທິດ.
ໃນພິທີດັ່ງກ່າວ ໄດ້ມີການນຳສະເໜີຜົນງານການວິໄຈເຊິ່ງມີຫຼາຍຫົວຂໍ້ຄື: ສຶກສາບົດບາດແມ່ຍິງໃນການມີສ່ວນຮ່ວມໃນການບໍລິຫານວຽກງານວິຊາການ ມະຫາວິທະຍາໄລຂອງລັດ, ການຈັັັດການຮຽນ-ການສອນວິຊາຟີຊິກເລື່ອງການເຄື່ອນທີ່ໂດຍນຳໃຊ້ຮູບແບບ 7 E ຂອງນັກຮຽນຊັ້ນ ມ5 ໂຮງຮຽນມັດທະຍົມສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ການນຳໃຊ້ວິທີສອນແບບ CIPPA ເຂົ້າໃນການຮຽນ-ການສອນໄວຍາກອນ ໃນພາສາຈີນທົ່ວໄປ ນັກສຶກສາປີ 2 ພາສາຈີນ ຄະນະອັກສອນສາດ ມຊ, ບັນຫາການກະກຽມພ້ອມໃນການປະກັນຄຸນນະພາບສຶກສາພາຍໃນໂຮງຮຽນມັດທະຍົມຕອນປາຍ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ການນຳໃຊ້ຮູບແບບ 7 E ເຂົ້າໃນການຈັດການຮຽນ-ການສອນເຄມີສາດຊັ້ນມັດທະຍົມປີທີ 5 ໃນໂຮງຮຽນມັດທະຍົມສົມບູນສີທ່ານາໄຊເມືອງປາກຊັນ ແຂວງບໍລິຄຳໄຊ ສົກສຶກສາປີ 2015-2016, ປັດໃຈທີ່ສົ່ງຜົນສະທ້ອນຕໍ່ກັບການຕັດສິນໃຈເລືອກຮຽນວິຊາພາສາລາວ ຂອງນັກສຶກສາ ຄະນະສຶກສາສາດ ມຊ ແລະວິທະຍາໄລຄູໃນ ສປປ ລາວ, ຫຼັກສູດການເສີມສ້າງສະມັດທະນະຄູ ປະຈຳດ້ານວັດຕະກຳການຈັດການຮຽນຮູ້ອາຊຽນສຶກສາ ສຳລັບໃນໂຮງຮຽນຢູ່ ສປປ. ລາວ ແລະ ປັດໃຈທີ່ມີອິດທິພົນຕໍ່ການບໍລິຫານວິຊາການຂອງ ມຊ ແລະມະຫາວິທະຍາໄລລູຊຽນບລາກ່າ ປະເທດໂລມານີ. ພ້ອມນັ້ນໃນງານຍັງມີການວາງສະແດງຜົນງານດ້ານວິຊາການຂອງແຕ່ລະພາກວິຊາ ແລະແຕ່ລະພະແນກເປັນຕົ້ນແມ່ນ ປຶ້ມຕຳລາການສອນ, ບົດຄົ້ນຄວ້າວິທະຍາສາດ, ຜົນງານການຮຽນ-ການສອນຂອງແຕ່ລະພາກ, ບົດຄົ້ນຄວ້າວິໃຈຂອງນັກສຶກສາ, ປຶ້ມແຕ່ງບົດສອນຂອງນັກສຶກສາເຝິກຫັດ ແລະອື່ນໆ. ການຈັດງານແມ່ນດຳເນີນເປັນເວລາ 2 ວັນເຕັມ (ວັນທີ 24-25 ມິຖຸນາ 2016) ຈຶ່ງປິດລົງດ້ວຍຜົນສຳເລັດຕາມຈຸດປະສົງ ແລະຄາດໝາຍທີ່ວາງໄວ້.