ທີມນັກກີລາເປຕັງ ມະຫາວິທະຍາໄລລາວ ລົງສະໜາມເຝິກຊ້ອມ ກັບທີມມະຫາວິທະຍາໄລ ລາດສະພຶກ.

ເພື່ອເຮັດໃຫ້ທີມນັກກີລາ ເປຕັງ ມະຫາວິທະຍາໄລລາວ ທີ່ຈະເຂົ້າຮ່ວມແຂ່ງຂັນ ໃນງານມະຫາກໍາ ກີລາມະຫາວິທະຍາໄລອາຊຽນ(AUG 18) ທີ່ປະເທດສິງກະໂປ ເປັນເຈົ້າພາບ, ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 08-22 ກໍລະກົດ 2016 ທີ່ຈະມາເຖິງໃນມໍ່ໆນີ້, ໄດ້ມີທັກສະ ແລະມີຄວາມສາມາດທີ່ຄ່ອງແຄ່ວເພື່ອນໍາໄປສູ່ ຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້; ໃນວັນທີ 27 ມິຖຸນາ 2016 ຜ່ານມາທີມນັກກີລາ ເປຕັງມະຫາວິທະຍາໄລລາວເຮົາ ໄດ້ລົງສະໜາມເຝິກຊ້ອມ ກັບທີມ ນັກກີລາ ເປຕັງມະຫາວິທະຍາໄລ ລາດສະພຶກ (ປະເທດໄທ)ທີ່ເດີ່ນກີລາເປຕັງ (ຊີເກມ) ມະຫາວິທະຍາໄລແຫ່ງຊາດ.
ການລົງສະໜາມ ພົບກັນໃນຄັ້ງນີ້ ທີມນັກກີລາ ເປຕັງ ທັງສອງຝ່າຍ ໄດ້ຮ່ວມກັນເຝິກຊ້ອມໃນຫຼາຍຮູບແບບເຊັ່ນ ທີມປະສົມ ຊາຍ-ຍິງ, ທີມຊາຍ, ທີມຍິງ ແລະດ່ຽວຊາຍ ແລະດ່ຽວຍິງ.