ມຊ. ຈັດກອງປະຊຸມເຝິກອົບຮົມວຽກງານກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ

ໃນຕອນເຊົ້າວັນທີ 28 ມິຖຸນາ 2016 ນີ້, ອົງຄະນະພັກ ມຊ. ໄດ້ຈັດກອງປະຊຸມເຝິກອົບຮົມວຽກງານກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຂຶ້ນທີ່ສະໂມສອນໃຫຍ່ ມຊ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ຮອງປະທານກວດກາ ກະຊວງສຶກສາທິການ ແລະກີລາ ຄະນະປະຈຳພັກ, ປະທານກວດກາ, ຮອງອະທິການບໍດີ ມຊ.ໃຫ້ກຽດບັນຍາຍໂດຍທ່ານ ນາງ ສີບານ ສີສະອາດ ຮອງຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ, ມີບັນດາເລຂາຄະນະພັກ ມຊ, ເລຂາໜ່ວຍພັກວິຊາການພະແນກກໍສ້າງພັກ ຈຳນວນ 96 ສະຫາຍເຂົ້າຮ່ວມ.
ຈຸດປະສົງໃນການຈັດກອງປະຊຸມເຝິກອົບຮົມໃນຄັ້ງນີ້ແມ່ນເພື່ອເຮັດໃຫ້ຄະນະພັກຮາກຖານ 13 ຮາກຖານ, ເລຂາໜ່ວຍພັກ 75 ໜ່ວຍພັກທົ່ວ ມຊ ແລະພະນັກງານພະແນກກໍ່ສ້າງພັກ ທີ່ຂຶ້ນກັບອົງຄະນະພັກ ມຊ. ໄດ້ເຊື່ອມຊຶມ ກຳແໜ້ນບັນດານິຕິກຳຕ່າງໆ, ແບບແຜນການຕິດຕາມປະເມີນຜົນ, ຂັ້ນຕອນ, ວິທີການ ແລະຂະບວນກໍ່ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ. ເພື່ອຍົົກສູງຄຸນະພາບການນຳພາຮອບດ້ານຂອງການຈັດຕັ້ງຮາກຖານພັກ, ປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະເຂັ້ມແຂງເວົ້າລວມ, ເວົ້າສະເພາະແມ່ນການກໍ່ສ້າງໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານ ທັງເປັນຂອດຕັດສິນຕໍ່ກາານປັບປຸງກໍ່ສ້າງຮາກຖານການເມືອງໃນໄລຍະໃໝ່. ຍົກສູງບົດບາດການນຳພາຂອງພັກ ການຈັດຕັ້ງຮາກຖານພັກທົ່ວ ມຊ. ໃຫ້ມີຄຸນະພາບ, ມີມາດຕະຖານບົນພື້ນຖານ 2 ມາດຖານຄື: 4 ດ້ານ ແລະ 5 ເນື້້ອໃນຂອງພັກວາງອອກ. ມາດຖານ1: ສ້າງໜ່ວຍພັກໃຫ້ເຂັ້ມແຂງທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະດ້ານແບບແຜນການນຳພາ. ມາດຖານ2: ສ້າງໜ່ວຍພັກໃຫ້ເຂັ້ມແຂງທັງ 5 ເນື້ອໃນຄື: ຮູ້ນຳພາທາງດ້ານການເມືອງ, ຮູ້ນຳພາວຽກງານວິຊາສະເພາະ, ຮູ້ນຳພາປັບປຸງບູລະນະອຳນາດການປົກຄອງບັນດາອົງການຈັດຕັ້ງພາຍໃນຮາກຖານພັກຂອງຕົນ, ຮູ້ນຳພາວຽກງານປ້ອງກັນຊາດ ແລະຮູ້ນຳພາປັບປຸງກໍ່ສ້າງພາຍໃນພັກ.
ສຳລັບກອງປະຊຸມດັ່ງກ່າວແມ່ນໄດ້ດຳເນີນເປັນເວລາ 2 ວັນເຕັມ (ວັນທີ 28-29 ມິຖຸນາ 2016) ໂດຍການນຳສະເໜີໃນ 4 ຫົວຂໍ້ໃຫຍ່ຄື: 1. ທີ່ຕັ້ງ, ພາລະບົດບາດ, ໜ້າທີ ແລະຄວາມສຳຄັນຂອງການຈັດຕັ້ງຮາກຖານພັກໃນການນຳພາຮອບດ້ານຢູ່ຂັ້ນຮາກຖານ, 2. ເນື້ອໃນມາດຖານການກໍສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ, 3. ວິທີດຳເນີນການກໍໍສ້າງໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ4. ມາຕະການໃນການຈັດຕັ້ງປະຕິບັດ.