ຄະນະຊາວໜຸ່ມ ມຊ. ຈັດກອງປະຊຸມສ່ອງແສງໄຕມາດ II ປະຈຳປີ 2016

ໃນຕອນບ່າຍວັນທີ 29 ມິຖຸນາ 2016 ນີ້, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ມຊ. ໄດ້ຈັດກອງປະຊຸມສ່ອງແສງໄຕມາດ II ປະຈຳປີ 2016 ຂຶ້ນທີ່ຫ້ອງປະຊຸມຂອງຄະນະສຶກສາສາດ ມຊ. ໂດຍການເປັນປະທານຂອງທ່ານ ພຽງສະນິດ ຈັນທະວີໄຊ ຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະກີລາ, ເລຂາຄະນະບໍລິຫານງານຊາວໜຸ່ມ ມຊ. ທ່ານ ວິຊຽນ ທອງທະວີ ຄະນະພັກຮາກຖານ ຄະນະສຶກສາສາດ, ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນ ຄສສ. ທ່ານ ປອ. ຕຸດາວັນ ໜໍ່ເມືອງເສດ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະກີລາ, ຮອງເລຂາ ຄຊປປລ ມຊ. ມີບັນດາຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ມຊ. ບັນດາ ເລຂາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ 13 ຮາກຖານ ພາຍໃນ ມຊ. ມີກອງເລຂາ ແລະຜູ້ປະສານງານຂອງແຕ່ລະຮາກຖານ ທັງໝົດ 35 ສະຫາຍເຂົ້າຮ່ວມ.
ໂອກາດນີ້, ທ່ານ ພຽງສະນິດ ຈັນທະວິໄຊ ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນງານການເຄື່ອນໄຫວ ໄຕມາດທີ II ປະຈຳປີ 2016 ເຊິ່ງກ່ອນອື່ນທ່ານໃຫ້ຮູ້ວ່າ: ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ມຊ. ແມ່ນຮາກຖານໜຶ່ງທີ່ຂຶ້ນກັບຄະນະຊາວໜຸ່ມກະຊວງສຶກສາທິການ ແລະກີລາ ໂດຍໄດ້ຮັບການຊີ້ນຳໆພາໂດຍກົງຈາກຄະນະພັກ ມຊ. ການເຄື່ອນໄຫວແມ່ນປະຕິບັດຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ວາງອອກຢ່າງເຂັ້ມງວດ, ມີການຄົ້ນຄວ້າເຊື່ອມຊຶມ ແລະປະຕິບັດຕາມມະຕິກອງປະຊຸມໃຫຍ່ຂອງຜູ້ແທນຊາວໜຸ່ມຂັ້ນເທິງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ, ໜ້າທີ່ ແລະຄວາມຮັບຜິດຊອບຂອງຕົນເອງ, ມີຄະນະບໍລິຫານງານທັງໝົດ 13 ສະຫາຍ, ຍິງ 3 ສະຫາຍ, ລວມມີ 13 ຮາກຖານ.
ຜົນສຳເລັດການເຄື່ອນໄຫວວຽກງານໃນໄລຍະຜ່ານມາແມ່ນຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ມຊ. ໄດ້ເຂົ້າຮ່ວມເຝິກອົບຮົມ ແລະຮັບຟັງການເຜີຍແຜ່ເອກະສານຕ່າງໆຂອງພັກ-ລັດ, ເຂົ້າຮ່ວມວັນສະເຫຼີມ-ສະຫຼອງວັນສຳຄັນຕ່າງໆ ແລະເຂົ້າຮ່ວມທຸກກິດຈະກຳ ທີ່ ມຊ. ຈັດຂຶ້ນ ພ້ອມນັ້ນ ກໍໄດ້ສຳເລັດການຈຳໜ່າຍກາທີ່ລະນຶກ (ດອກຮັກຄັດເສື້ອຍ້ອມສີຄຳ ແລະຫຼຽນກາ 60 ປີ) ໄດ້ຈຳນວນ 12.000 ກວ່າຫຼຽນ, ສຳເລັດການຈັດຕັ້ງການສຳຫຼວດກວດກາ ແລະຖອດຖອນບົດຮຽນການຊີນຳ-ນຳພາຂອງ ຄຊປປລ ມຊ. ມອບເຄື່ອງອຸປະກອນການສຶກສາໃຫ້ແກ່ເຍົາວະຊົນ ແຂວງໄຊສົມບູນ ມູນຄ່າ 3.000.000 ກີບ, ສຳເລັດການຈັດກອງປະຊຸມຖອດຖອນບົດຮຽນໃນການຈັດກິດຈະກຳ “ອ້າຍ-ເອື້ອຍສອນພາສາອັງກິດໃຫ້ນ້ອງ” ທີ່ແຂວງບໍລິຄຳໄຊ ປະຈຳປີ 2016.
ສ່ວນແຜນການເຄື່ອນໄຫວວຽກງານຕໍ່ໜ້າ ແມ່ນຈະສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມທົ່ວ ມຊ. ສືບຕໍ່ຂຶ້ນແຜນຈັດເຝິກອົບຮົມແບບແຜນວິທີເຮັດວຽກໃຫ້ແກ່ ຄະນະບໍລິຫານງານຊາວໜຸ່ມທົ່ວ ມຊ. ກະກຽມຮັບ-ສົ່ງ ແລະຕິດຕາມຊາວໜຸ່ມອາສາສະໝັກຄູສອນພາສາອັງກິດທີ່ເຂົ້າຮ່ວມກິດຈະກຳ “ອ້າຍ-ເອື້ອຍສອນພາສາອັງກິດໃຫ້ນ້ອງ” ທີ່ແຂວງບໍລິຄຳໄຊ ປະຈຳປີ 2016, ກະກຽມຮັບ-ສົ່ງ ແລະຕິດຕາມຊາວໜຸ່ມອາສາສະໝັກຄູສອນພາສາອັງກິດທີ່ເຂົ້າຮ່ວມກິດຈະກຳ “ອ້າຍ-ເອື້ອຍສອນນ້ອງໃນຍາມພັກແລ້ງ ທີ່ແຂວງສາລະວັນ”.