ພິທີສະຫຼຸບ ທຶນການສຶກສາ ປະຈຳປີ 2015-2016

1467357185 tmp IMG 8414

1467357185 tmp IMG 8414

         ໃນຕອນບ່າຍວັນທີ 29 ມິຖຸນາ 2016 ນີ້, ຫ້ອງການຄຸ້ມຄອງນັກສຶກສາ ມຊ. ໄດ້ຈັດພິທີສະຫຼຸບວຽກງານທຶນການສຶກສາ ປະຈຳປີ 2015-2016 ແລະຟັງການເຜີຍແຜ່ການໃຫ້ທຶນກູ້ຢືມສຳລັບການສຶກສາຂອງທະນາຄານຮ່ວມພັດທະນາ ຂຶ້ນທີ່ສະໂມສອນໃຫຍ່ ມຊ. ໂດຍການເຂົ້າຮ່ວມຂອງທ່ານ ສົນທະນີ ຫຼວງໄຊຊະນະ ຮອງປະທານກອງທຶນມູນນິທິການສຶກສາ ມຊ, ອະດີດຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມຊ. ມີທ່ານ ສຸລິຍາ ບົວສີສຸວັນ ຫົວໜ້າພະແນກການຕະຫຼາດ ຂອງທະນາຄານຮ່ວມພັດທະນາ, ມີທ່ານປະທານແມ່ຍິງ ມຊ. ບັນດາທ່ານຮອງຫົວໜ້າຫ້ອງການ, ບັນດາທ່ານຜູ້ຮັບຜິດຊອບທຶນແຕ່ລະຄະນະວິຊາ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະນັກສຶກທີ່ໄດ້ຮັບທຶນເຂົ້າຮ່ວມຢ່າງພ້ອມພຽງ.

          ໂອກາດນີ້, ທ່ານ ສົນທະນີ ຫຼວງໄຊຊະນະ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບເຊິ່ງທ່ານໃຫ້ຮູ້ວ່າ: ທຶນມູນນິທິການສຶກສາ ແມ່ນທຶນການສຶກສາທີ່ອົງການສາກົນ ແລະບໍລິສັດຕ່າງໆມອບໃຫ້ແກ່ນັກສຶກສາ ມຊ. ເພື່ອໃຊ້ຈ່າຍເຂົ້າໃນການສຶກສາຮ່ຳຮຽນໃນຂະນະທີ່ກຳລັງສຶກສາຢູ່ໃນ ມຊ. ຊຶ່ງຜູ້ທີ່ຈະໄດ້ຮັບທຶນຕ່າງໆນັ້ນກໍຕໍ່ເມື່ອໄດ້ຜ່ານການຄັດເລືອກ ຫຼືສຳພາດຈາກຄະນະກຳມະການກອງທຶນມູນນິທິການສຶກສາແຕ່ລະຂັ້ນ ໂດຍອີງໃສ່ເງື່ອນໄຂຂອງທາງອົງການສາກົນ ຫຼືບໍລິສັດກຳນົດໃຫ້ ຊຶ່ງຈະແຍກອອກເປັນ 3 ປະເພດຄື: ທຶນການສຶກສາສຳລັບຜູ້ທີ່ຮຽນເກັ່ງ, ທຶນການສຶກສາສໍາລັບສາຂາວິຊາ ແລະເປັນຜູ້ທີ່ຮຽນເກັ່ງ, ມີການປະພຶດດີ ແລະທຶນການສຶກສາສຳລັບນັກສຶກສາທີ່ທຸກຍາກ, ມີພຶດຕິກຳດີ ແລະມີຜົນການຮຽນ 2,00 ຂຶ້ນໄປ. ໃນສົກສຶກສາ 2015-2016 ນີ້ ແມ່ນໄດ້ຮັບທຶນມູນນິທິການສຶກສາຈາກ 13 ອົງການ. ນັກສຶກສາໄດ້ຮັບທຶນລວມທັງໝົດ ຈຳນວນ 718 ຄົນ, ຍິງ 352 ຄົນ. ຈຳນວນເງິນໃຫ້ນັກສຶກສາຜູ້ໜຶ່ງຕໍ່ປີ ຕ່ຳສຸດແມ່ນ 2.000.000ກີບ ແລະສູງສຸດແມ່ນ 13.000.000ກີບ. ລວມເງິນອົງການ ແລະບໍລິສັດຕ່າງໆທີ່ນັກສຶກສາ ມຊ. ໄດ້ຮັບທັງໝົດປະມານ 2.091.733.000ກີບ.

          ສ່ວນແຜນການໃນສົກສຶກສາ 2016-2017 ແມ່ນກະກຽມ, ຄັດເລືອກ, ສໍາພາດໃຫ້ທຶນການສຶກສາປະຈໍາສົກສຶກສາ 2016-2017, ຈັດຕັ້ງພິທີມອບ-ຮັບທຶນປະຈຳສົກສຶກສາ 2016-2017, ຈັດຕັ້ງພິທີລວມປະຖົມນິເທດ ວຽກງານທຶນມູນນິທິ, ເບີກຈ່າຍເບ້ຍລ້ຽງນັກສຶກສາທຶນ ທຸກເດືອນ ໂດຍກຳນົດເອົາວັນທີ 25-27ຂອງທຸກໆເດືອນ, ຈັດຕັ້ງກິດຈະກຳເສີມຄວາມຮູ້ໃຫ້ແກ່ນັກສຶກສາທຶນ ແລະສະຫຼຸບ-ລາຍງານການເຄື່ອນໄຫວຕ່າງໆ ແລະການເງິນສົ່ງໃຫ້ອົງການທີ່ໃຫ້ທຶນ.

          ໃນພິທີດັ່ງກ່າວທ່ານ ສຸລິຍາ ບົວສີສຸວັນ ກໍ່ໄດ້ຂຶ້ນເຜີຍແຜ່ກ່ຽວກັບການບໍລິການໃຫ້ເງິນກູ້ຢືມ​ເພື່ອການສຶກສາລະດັບຊັ້ນສູງ, ປະລິນຍາຕີ, ປະລິນຍາໂທ, ເງື່ອນໄຂຕ່າງໆໃນການກູ້ຢືມ ແລະເຜີຍແຜ່ການເຮັດປະກັນໄພອຸບັດຕິເຫດ,ເງື່ອນໄຂຄວາມຄຸ້ມຄອງອຸບັດຕິເຫດ ແລະເງື່ອນໄຂການເປີດນຳໃຊ້ບັດ ATM ນັກສຶກສາ ໃຫ້ແກ່ຜູ້ເຂົ້າຮ່ວມພິທີໄດ້ຮັບຮູ້ອີກດ້ວຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.