ກອງປະຊຸມເປີດໂຄງການສ້າງຄວາມສາມາດດ້ານການສຶກສາການປົກປ້ອງສັງຄົມ

1468205108 tmp IMG 8669

1468205108 tmp IMG 8669

          ໃນຕອນເຊົ້າວັນທີ 6 ກໍລະກົດ 2016 ຜ່ານມານີ້, ຄະນະວິທະຍາສາດສັງຄົມ ມຊ. ໄດ້ຈັດກອງປະຊຸມເປີດໂຄງການສ້າງຄວາມສາມາດດ້ານການສຶກສາການປົກປ້ອງສັງຄົມໃຫ້ແກ່ຄະນະວິທະຍາສາດສັງຄົມຂຶ້ນຢູ່ຫ້ອງປະຊຸມຂອງຄະນະຕົນ. ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ຮອງອະທິການບໍດີ ມຊ, ທ່ານ ຮສ. ບຸນມາກ ອິນທິພອນ ຮັກສາການຄະນະບໍດີ ຄສຄ, ທ່ານ ສີບຸນເຮືອງ ພັນດານຸວົງ ຊ່ຽວຊານດ້ານການພັດທະນາສັງຄົມ ທະນາຄານໂລກ, ບັນດາທ່ານຮອງຄະນະບໍດີ ຄສຄ, ທ່ານຜູ້ຕ່າງໜ້າໂຄງການຍ່ອຍຂອງ ຄສວ, ຄວທ ແລະຄປມ, ທ່ານທີ່ປຶກສາຂອງໂຄງການ, ຄະນະກອງທຶນປະເມີນຜົນກະທົບສິ່ງແວດລ້ອມ ແລະສັງຄົມກະຊວງຊັບພະຍາກອນ ແລະສິ່ງແວດລ້ວມ, ຕ່າງໜ້າຈາກກອງທຶນປົກປັກຮັກສາສິ່ງແວດລ້ວມ ສຳນັກງານນາຍົກລັດຖະມົນຕີ, ບັນດາຫົວໜ້າພາກວິຊາ, ຫົວໜ້າພະແນກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງຄະນະດັ່ງກ່າວເຂົ້າຮ່ວມ.

          ການຈັດກອງປະຊຸມເປີດໂຄງການສ້າງຄວາມສາມາດດ້ານການສຶກສາການປົກປ້ອງສັງຄົມ ໃຫ້ແກ່ຄະນະວິທະຍາສາດສັງຄົມໃນຄັ້ງນີ້ແມ່ນເພື່ອເຜີຍແຜ່ເນື້ອໃນຂອງໂຄງການຍ່ອຍ PICE-LENS2-006 ໃຫ້ແກ່ຄະນະນຳ, ອາຈານ ແລະພະນັກງານໄດ້ຮັບຮູ້, ເຂົ້າໃຈ ແລະໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດໂຄງການໃຫ້ເກີດຜົນປະໂຫຍດສູງສຸດ; ເພື່ອປຶກສາຫາລື,ສົນທະນາແລະແລກປ່ຽນບົດຮຽນໃນການຄຸ້ມຄອງໂຄງການລະຫວ່າງຜູ້ໃຫ້ທຶນ ແລະຜູ້ຈັດຕັ້ງປະຕິບັດໂຄງການ.ໂຄງການດັ່ງກ່າວແມ່ນໄດ້ຮັບທຶນສະໜັບສະໜູນຈາກທະນາຄານໂລກ ທີ່ໄດ້ເຊັນມອບຮັບລະຫວ່າງກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະຄະນະວິທະຍາສາດສັງຄົມ ຄັ້ງວັນທີ 21 ມິຖຸນາ 2016ຜ່ານມານີ້.

          ໃນກອງປະຊຸມດັ່ງກ່າວ, ທ່ານ ສາຍໃຈ ສີລາເດດ ຫົວໜ້າໂຄງການຍ່ອຍຂອງຄະນະວິທະຍາສາດສັງຄົມ ໄດ້ຂຶ້ນນຳສະເໜີເນື້ອໃນຂອງໂຄງການສ້າງຄວາມສາມາດດ້ານການສຶກສາການປົກປ້ອງສັງຄົມ (PICE-LENS2-006) ເຊິ່ງກ່ອນອື່ນທ່ານໄດ້ສະເໜີໃຫ້ຮູ້ວ່າ: ຄະນະວິທະຍາສາດສັງຄົມເປັນຄະນະໜຶ່ງໃນ 12 ຄະນະວິຊາຂອງ ມຊ. ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20/6/2000. ໃນສົກສຶກສາ 2015-2016 ຄສຄ ມີພະນັກງານ ທັງໝົດ 110 ທ່ານ, ຍິງ 56 ທ່ານ, ມີນັກສຶກສາ 2,044 ຄົນ. ເປີດສອນຫຼັກສູດປະລິນຍາຕີ 10 ສາຂາ ແລະຫຼັກສູດປະລິນຍາໂທ 5 ສາຂາ. ໃນໄລຍະປີ 2010-2012 ຄສຄ ໄດ້ຮັບທຶນສະໜັບສະໜູນ ຈໍານວນ 80,000 ໂດລາສະຫະລັດ ຈາກທະນາຄານໂລກ ໂດຍຜ່ານກອງທຶນປົກປັກຮັກສາສິ່ງແວດລ້ອມ ເພື່ອຈັດຕັ້ງປະຕິບັດໂຄງການຍ່ອຍກ່ຽວກັບການສ້າງຄວາມເຂັ້ມແຂງດ້ານການເຝິກອົບຮົມ ການປະເມີນຜົນກະທົບຕໍ່ສັງຄົມ ແລະການປົກປ້ອງສັງຄົມ ຫຼື PICELA001. ນອກຈາກນັ້ນທ່ານກໍໄດ້ສະເໜີໃຫ້ຮູ້ວ່າ ຈຸດປະສົງຂອງໂຄງການຍ່ອຍແມ່ນເພື່ອພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ໂດຍຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະວິທະຍາສາດສັງຄົມ ມຊ. ໃນການປັບປຸງຫຼັກສູດເຝິກອົບຮົມ ແລະການຄົ້ນຄວ້າ ກ່ຽວກັບນະໂຍບາຍການປົກປ້ອງສັງຄົມ, ການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຍົກຍ້າຍຈັດສັນ. ກິດຈະກຳຂອງໂຄງການດັ່ງກ່າວ ມີ 3 ອົງປະອບຄື: 1 ການປັບປຸງຄວາມສາມາດໃຫ້ພະນັກງານລັດຢູ່ຂັ້ນສູນກາງ ແລະທ້ອງຖິ່ນ, ເອກະຊົນ ແລະນັກສຶກສາກ່ຽວກັບນະໂຍບາຍປົກປ້ອງສັງຄົມ, ການປະເມີນຜົນກະທົບຕໍ່ສັງຄົມ ແລະການຍົກຍ້າຍການຈັດສັນ. 2 ການພັດທະນາຄວາມສາມາດຂອງ ຄສຄ ໃນການເຮັດການຄົ້ນຄວ້າ, ວາງແຜນ ແລະການຕິດຕາມການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຍົກຍ້າຍຈັດສັນ. 3 ການຄຸ້ມຄອງໂຄງການຍ່ອຍ. ງົບປະມານຂອງໂຄງການ ລວມທັງໝົດ ຈຳນວນ 832,929 ໂດລາສະຫະລັດ.

          ຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບຈາກໂຄງການຍ່ອຍນີ້ແມ່ນ ຫຼັກສູດເຝິກອົບຮົມໄລຍະສັ້ນກ່ຽວກັບນະໂຍບາຍປົກປ້ອງສັງຄົມ, ການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຍົກຍ້າຍຈັດສັນຈະໄດ້ຮັບການພັດທະນາ, ປັບປຸງ ແລະຈັດພິມ. ຫຼັກສູດປະລິນຍາໂທການປົກປ້ອງສັງຄົມ ສາຂາ ການຄຸ້ມຄອງການຍົກຍ້າຍຈັດສັນຈະໄດ້ຖືກຮັບຮອງ ແລະເປີດສອນຢູ່ ຄສຄ ໃນປີທີ 3 ຂອງການຈັດຕັ້ງປະຕິບັດໂຄງການຍ່ອຍ. ຜູ້ຮັບຜົນປະໂຫຍດ 970 ຄົນ ໃນນີ້ມີພະນັກງານລັດ 200 ຄົນ, ນັກສຶກສາ 770 ຄົນ( ປະລິນຍາໂທ 170 ຄົນ ແລະປະລິນຍາຕີ 600 ຄົນ) ແລະພາກສ່ວນເອກະຊົນ ( ຜູ້ພັດທະນາໂຄງການ, ທີ່ປຶກສາ ແລະຜູ້ໄດ້ຮັບຜົນປະໂຫຍດ) ຈະໄດ້ຮັບການເຝິກອົບຮົມ ແລະຮຽນຮູ້ກ່ຽວກັບການປົກປ້ອງສັງຄົມ, ການປະເມີນຜົນກະທົບຕໍ່ສັງຄົມ ແລະການຄຸ້ມຄອງການຍົກຍ້າຍຈັດສັນ. ສູນການຄົ້ນຄວ້າ ແລະເຝິກອົບຮົມກ່ຽວກັບການຄຸ້ມຄອງການຍົກຍ້າຍຈັດສັນ ໄດ້ຮັບການຮັບຮອງ ແລະເປີດໃຫ້ບໍລິການຢ່າງເປັນທາງການ ໃນປີທີ 4 ຂອງການຈັດຕັ້ງປະຕິບັດໂຄງການຍ່ອຍ. ບົດລາຍງານສະພາບລວມການຍົກຍ້າຍຈັດສັນປະຊາຊົນຢູ່ ສປປ ລາວ ຈະໄດ້ມີການເຜີຍແຜ່ ແລະການໃຫ້ບໍລິການວິຊາການ.

         

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.