ພິທີເຊັນສັນຍາການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລກໍ່ສ້າງມຽນເຕີຍ ສສ. ຫວຽດນາມ 

ໃນຕອນເຊົ້າວັນທີ 28 ກໍລະກົດ 2016 ນີ້, ມະຫາວິທະຍາໄລແຫ່ງຊາດ ແລະມະຫາວິທະຍາໄລກໍ່ສ້າງມຽນເຕີຍ ສສ. ຫວຽດນາມ ໄດ້ຮ່ວມກັນເຊັນສັນຍາການຮ່ວມມື (MOA) ຂຶ້ນທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມຊ. ຝ່າຍ ມຊ. ເຊັນໂດຍທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການແທນອະທິການບໍດີ ມຊ. ຝ່າຍ ສສ. ຫວຽດນາມ ເຊັນໂດຍ ທ່ານ Le Ngoc Can ອະທິການບໍດີ ມະຫາວິທະຍາໄລກໍ່ສ້າງມຽນເຕີຍ ສສ. ຫວຽດນາມ, ມີທ່ານຮອງອະທິການບໍດີ, ບັນດາຫົວໜ້າ ແລະຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ການເຊັນສັນຍາຄັ້ງນີ້, ແມ່ນເພື່ອເປັນການຮ່ວມມືດ້ານວິຊາການໂດຍສະເພາະແມ່ນການສົ່ງເສີມໃຫ້ມີການພົວພັນກັນ, ການແລກປ່ຽນຄູ-ອາຈານ, ພະນັກງານ ແລະນັກສຶກສາ, ສົ່ງເສີມການສອນ, ການຈັດກິດຈະກໍາການຄົ້ນຄວ້າວິທະຍາສາດຮ່ວມກັນ, ເຂົ້າຮ່ວມກອງປະຊຸມ ແລະສຳມະນາດ້ານວິຊາການ, ແລກປ່ຽນວັດຖຸອຸປະກອນທາງດ້ານວິຊາການຮ່ວມກັນ, ແລກປ່ຽນປະສົບການ ແລະສົ່ງເສີມໃຫ້ມີກິດຈະກຳອື່ນໆ ທີ່ເປັນປະໂຫຍດຮ່ວມກັນ ເປັນຕົ້ນແມ່ນ ດ້ານກິລາ, ສິລະປະ-ວັດທະນະທຳ.
ໂອກາດນີ້ ທັງສອງຝ່າຍຍັງໄດ້ສົນທະນາແລກປ່ຽນຮຽນຮູ້ກ່ຽວກັບສະພາບລວມໂດຍຫຍໍ້ຂອງມະຫາວິທະຍາໄລຂອງກັນ ແລະກັນ ພ້ອມນັ້ນກໍໄດ້ປຶກສາຫາລືເພື່ອສ້າງແຜນລະອຽດກ່ຽວກັບການປະຕິບັດຕາມບົດສັນຍາເປັນຕົ້ນແມ່ນໄດ້ປຶກສາຫາລືກ່ຽວກັບການແລກປ່ຽນບຸກຄະລາກອນ, ການໃຫ້ທຶນການສຶກສາ, ການຄົ້ນຄວ້າວິໄຈ ແລະການແລກປ່ຽນຮຽນຮູ້ວັດທະນະທຳເຊິ່ງກັນ ແລະກັນ. ຕ້ອນທ້າຍທັງສອງຝ່າຍຍັງໄດ້ແລກປ່ຽນຂອງທີ່ລະນຶກເຊິ່ງກັນ ແລະກັນອີກດ້ວຍ.