ຫ້ອງການສັງລວມ ມຊ ຈັດກອງປະຊຸມສໍາມະນາ ວຽກງານຫ້ອງການ

ໃນລະຫວ່າງວັນທີ 28 ຫາ 29 ກໍລະກົດ 2016 ຜ່ານມານີ້, ຫ້ອງການສັງລວມ ມຊ. ໄດ້ຈັດກອງປະຊຸມວຽກງານບໍລິຫານຫ້ອງການຕົນຂຶ້ນ ທີ່ເຮືອນພັກແຄມງື່ມ ທ່າລາດ ແຂວງວຽງຈັນ, ໂດຍແມ່ນທ່ານ ຮສ. ປອ. ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການສັງລວມ, ໃນນາມຕາງໜ້າຄະນະນໍາ ມຊ. ກ່າວເປີດພິທີ, ຈາກນັ້ນໃນຕອນບ່າຍວັນດຽວກັນທ່ານ ຮສ. ລໍາໄມ ພິພັກຂະວົງ ຮອງອະທິການບໍດີ ມຊ. ໄດ້ໃຫ້ກຽດເຂົ້າຮ່ວມ ແລະສືບຕໍ່ເປັນປະທານກອງປະຊຸມ, ໃນພິທີມີບັນດາຄະນະບໍດີ, ຜູ່ອໍານວຍການສະຖາບັນ, ຫົວໜ້າຫ້ອງການ, ສູນ, ຫໍສະໝຸດກາງ, ໂຮງໝໍ, ໂຮງຮຽນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງຫ້ອງການສັງລວມເຂົ້າຮ່ວມ.
ກອງປະຊຸມສໍາມະນາວຽກງານບໍລິຫານຫ້ອງການຂອງຫ້ອງການສັງລວມຈັດຂຶ້ນໃນຄັ້ງນີ້, ທີ່ປະຊຸມໄດ້ຮັບຟັງການບັນຍາຍໃນ 7 ຫົວຂໍ້ຄື: ຜ່ານບົດສະຫຼຸບສົກປີ 2015-2016 ແລະຜ່ານແຜນການສົກປີ 2016-2017 ຂອງຫ້ອງການສັງລວມ, ພາລະບົດບາດ ແລະວຽກຕົ້ນຕໍຂອງວຽກງານບໍລິຫານສັງລວມ, ການຈັດຕັ້ງປະຕິບັດເປັນເສນາທິການ 3 ດີ 1 ທັນສະໄໝ ແລະຫານປະຕິບັດຄໍາຂວັນ 6 ມ ຂອງ ມຊ, ຜ່ານຂໍ້ຕົກລົງວ່າດ້ວຍລະບຽບປ້ອງກັນພາຍໃນ, ຜ່ານຂໍ້ກໍານົດກ່ຽວກັບວຽກງານຂ່າວສານຂອງ ມຊ, ເຕັກນິກການຮ່າງເອກະສານທາງລັດຖະການ ແລະຂໍ້ກໍານົດ ແລະການນໍາໃຊ້ ຍານພາຫະນະຂອງ ມຊ.
ໃນບົດສະຫຼຸບປະຈໍາປີ 2015-2016 ແລະທິດທາງແຜນການປະຈໍາສົກປີ 2016-2017 ຂອງຫ້ອງການສັງລວມ, ທ່ານ ຮສ. ປອ. ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການສັງລວມ ມຊ.ໄດ້ກ່າວບາງຕອນວ່າ: ຫ້ອງການສັງລວມເປັນໜຶ່ງ ໃນ ຈໍານວນ 11 ຫ້ອງການທີ່ຂຶ້ນກັບສໍານັກງານອະທິການບໍດີໂດຍພາຍໃຕ້ການຊີ້ນໍາໂດຍກົງ ຂອງຮອງອະທິການບໍດີຝ່າຍບໍລິຫານ ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະນໍາມະຫາວິທະຍາໄລແຫ່ງຊາດ, ໃນວຽກງານການຄຸ້ມຄອງບໍລິຫານ ມະຫາວິທະຍາໄລແຫ່ງຊາດ, ເປັນຈຸດປະສານງານລະຫວ່າງຄະນະນໍາ ມຊ. ກັບບັນດາຄະນະວິຊາ, ສະຖາບັນ, ຫໍສະໝຸດກາງ, ສູນ ແລະຫ້ອງການຕ່າງໆ ອ້ອມຂ້າງສໍານັກງານອະທິການບໍດີ ພ້ອມທັງເປັນຜູ້ປະສານງານກັບພາກສ່ວນຕ່າງໆນອກ ມຊ.
ຫ້ອງການສັງລວມປະກອບມີຄະນະຫ້ອງການ 6 ທ່ານ, ມີ 5 ພະແນກຄື: ພະແນກບໍລິຫານ, ພະແນກປະຊາສໍາພັນ, ພະແນກພິທີການ ແລະເລຂານຸການ, ພະແນກປ້ອງກັນ ແລະພະແນກກອງເລຂາຄະນະນໍາ. ມີພະນັກງານ ອາຈານທັງໝົດ 26 ຄົນ, ຍິງ 10 ຄົນ, ພະນັກງານຕາມສັນຍາ 15 ຄົນ(ພະນັກງານຂັບລົດ 1 ຄົນ ແລະພະນັກງານປ້ອງກັນ 14 ຄົນ). ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນການປະຕິບັດວຽກງານທີ່ພົ້ນເດັ່ນ ໃນແຕ່ລະດ້ານ ໂດຍສະເພາະແມ່ນດ້ານການເມືອງແນວຄິດ ພະນັກງານຫ້ອງການສັງລວມທຸກຄົນມີແນວຄິດຫຼັກໝັ້ນ, ມີຄວາມອຸ່ນອຽນທຸ່ນທ່ຽງ, ບໍ່ຄອນແຄນຕໍ່ສະພາບການ, ມີຄວາມເປັນເອກະພາບໃນການປະຕິບັດວຽກງານ, ມີຄວາມສາມັກຄີຮັກແພງ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ, ພ້ອມກັນສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ມີຄວາມຫ້າວຫັນ ບຸກບືນຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ໄດ້ມີການດໍາເນີນຊີວິດການເມືອງເປັນປົກກະຕິໂດຍໄດ້ມີການຕໍານິຕິຊົມກັນຢ່າງກົງໄປກົງມາ ພື່ອຊ່ວຍເຫຼືອກໍ່ສ້າງເຊິ່ງກັນ ແລະກັນ. ພະນັກງານທຸກຄົນປະຕິບັດລະບຽບລັດຖະກອນໄດ້ດີ, ມີການເຊັນບັນທຶກປະຈໍາການຢ່າງເປັນປົກກະຕິ ແລະພະນັກງານສະມາຊິກພັກຂອງຫ້ອງການໄດ້ເຂົ້າຮ່ວມບັ້ນການຮໍ່າຮຽນທິດສະດີການເມືອງໄລຍະສັ້ນ 45 ວັນ ຈໍານວນ 2 ທ່ານ. ດ້ານວຽກງານວິຊາສະເພາະ ໄດ້ປັບປຸງນິຕິກໍາຂອງຫ້ອງການສັງລວມຄືນໃໝ່, ມີການກໍານົດແບບແຜນວິທີເຮັດວຽກ, ມີການສ່ອງແສງລາຍງານ,ມີການແບ່ງໜ້າທີ່ຄວາມຮັບຜິດຊອບພາຍໃນຄະນະຫ້ອງການ, ຫົວໜ້າພະແນກ, ຮອງພະແນກ ແລະພະນັກງານສະມາຊິກທຸກຄົນ ແລະວຽກງານດ້ານອື່ນໆ. ແລະຕະຫຼອດການສໍາມະນາໃນ 2 ວັນ, ບັນດາຜູ້ເຂົ້າຮ່ວມສໍາມະນາ ກໍໄດ້ມີການປະກອບຄໍາຄິດ ຄໍາເຫັນໃສ່ເນື້ອໃນຂອງແຕ່ລະຫົວຂໍ້ ດ້ວຍຄວາມກະຈ່າງແຈ້ງ ແລະເຂົ້າອົກເຂົ້າໃຈ ແລະມີບັນຍາກາດອັນຟົດຟື້ນ.