ຫ້ອງການວິຊາການ ມຊ ຈັດປະຖົມນິເທດກໍາມະການຄວບຄຸມຫ້ອງສອບເສັງ.

ເພື່ອເຮັດໃຫ້ການສອບເສັງເຂົ້າຮຽນ ມຊ. ສົກສຶກສາ 2016-2017 ທີ່ຈະຈັດຂຶ້ນໃນວັນທີ 11 ສິງຫາ 2016 ໄດ້ດໍາເນີນຖືກຕ້ອງຕາມລະບຽບຫຼັກການ ແລະໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້, ໃນຕອນບ່າຍວັນທີ 01 ສິງຫາ 2016 ຜ່ານມານີ້, ຫ້ອງການວິຊາການ ມຊ. ໄດ້ຈັດກອງປະຊຸມປະຖົມນິເທດຄັ້ງທໍາອິດຂຶ້ນທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ. ໃນພິທີມີທ່ານ ຮສ.ປອ. ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ຜູ່ຊີ້ນໍາມະຫາວິທະຍາໄລແຫ່ງຊາດ, ທ່ານຮສ.ປອ. ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມຊ. ຜູ່ຮັບຜິດຊອບວຽກງານວິຊາການ, ມີບັນດາທ່ານ ຄະນະບໍດີ, ຜູ້ອໍານວຍການສະຖາບັນ, ຫົວໜ້າຫ້ອງການ, ຜູ່ອໍານວຍການຫໍສະໝຸດກາງ, ໂຮງຮຽນ, ໂຮງໝໍ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກ່ອນເຂົ້າສູ່ການປະຖົມນິເທດ, ທີ່ປະຊຸມໄດ້ຮັບຟັງການໂອ້ລົມຈາກທ່ານ ຮສ.ປອ. ກອງສີ ແສງມະນີ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ ກ່ຽວກັບ ມຊ. ໂດຍສະເພາະແມ່ນການຈັດການສອບເສັງເອົານັກສຶກສາເຂົ້າຮຽນ ແລະການຈັດພິທີມອບຮັບປະກາສະນີຍະບັດໃຫ້ແກ່ຜູ່ສໍາເລັດການສຶກສາ ມຊ.ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ມະຫາວິທະຍາໄລເປັນມະຫາວິທະຍາໄລແຫ່ງຊາດເປັນສະຖາບັນການສຶກສາຫຼັກຂອງຊາດ, ເປັນບ່ອນກໍ່ສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດສາຂາວິຊາຕ່າງໆອອກຮັບໃຊ້ຊາດ. ດັ່ງນັ້ນ, ມະຫາວິທະຍາໄລແຫ່ງຊາດຕ້ອງໄດ້ເອົາໃຈໃສ່ຕໍ່ການປະຕິບັດນະໂຍບາຍ ແລະລະບຽບຫຼັກການທີ່ເປັນໜ້າວຽກຕົ້ນຕໍຂອງຕົນໃຫ້ເຂັ້ມງວດ; ເປັນຕົ້ນແມ່ນການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໃນແຕ່ລະສົກຮຽນ ໂດຍສະເພາະແມ່ນສົກສຶກສາ 2016-2017 ນີ້, ແມ່ນຕ້ອງໄດ້ອີງໃສ່ສະພາບຄວາມເໝາະສົມ ແລະລະບຽບຫຼັກການເວົ້າລວມ, ເວົ້າສະເພາະແມ່ນຮູບແບບການອອກຂໍ້ສອບເສັງ, ຈັນຍາບັນຂອງກໍາມະການຄວບຄຸມຫ້ອງສອບເສັງ, ຄຸນສົມບັດຂອງນັກສອບເສັງ, ການກວດບົດສອບເສັງເປັນຕົ້ນ; ເພື່ອເລືອກເຟັ້ນໃຫ້ໄດ້ນັກສຶກສາຜູ່ເກັ່ງ, ມີຄວາມຮູ້ຄວາມສາມາດ ແລະມີຄຸນສົມບັດເຂົ້າຮຽນ.
ໃນໂອກາດດຽວກັນ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະນໍາ ກໍຄືພາກສ່ວນທີ່ກ່ຽວຂ້ອງ ຂອງມະຫາວິທະຍາໄລແຫ່ງຊາດ ເບິ່ງຄືນດ້ານດີ-ດ້ານອ່ອນໃນການຈັດພິທີມອບ-ຮັບປະກາສະນີຍະບັດໃຫ້ແກ່ຜູ້ສໍາເລັດການສຶກສາ ແມ່ນໃຫ້ຈັດຕັ້ງຕາມຄວາມເໝາະສົມ, ລຽບງ່າຍ, ມີຄວາມໝາຍ, ໂດຍສະເພາະແມ່ນຢາກມອບໃຫ້ແຕ່ລະຄະນະວິຊາ ເປັນເຈົ້າການຈັດພິທີມອບ-ຮັບໃຫ້ແກ່ຜູ້ສໍາເລັດການສຶກສາຂອງຄະນະຕົນ; ທັງນີ້ ກໍເພື່ອຫຼີກເວັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນ ເຊັ່ນ: ຫຼຸດຜ່ອນຄວາມແອອັດໃນການສັນຈອນຕາມທ້ອງຖະໜົນໃນບໍລິເວນອ້ອມຮອບ ມຊ. ເປັນການໃຫ້ສິດແກ່ນັກສຶກສາຜູ້ມີຖານະຕ່າງກັນ ໄດ້ຮັບຄວາມສະດວກເທົ່າທຽມກັນ. ສ່ວນຜູ່ສໍາເລັດການສຶກສາທີ່ຄວນຍ້ອງຍໍ ສັນລະເສີນ ແລະຈັດພິທີມອບແບບພິເສດ, ສົມກຽດ ກໍຄືຜູ່ທີ່ຮຽນເກັ່ງ ແລະໄດ້ຮັບປະກາສະນີຍະບັດກຽດນິຍົມ(ໃບປະກາດແດງ).
ພາບບັນຍາກາດ