ສຳພາດ ທ່ານຫົວໜ້າຫ້ອງການວິຊາການກ່ຽວກັບການສອບເສັງເຂົ້າ ມຊ. ສົກຮຽນ 2016-2017

1470724563 tmp IMG 9459

1470724563 tmp IMG 9459

         ໃນຕອນບ່າຍວັນທີ 4 ສິງຫາ 2016 ຜ່ານມານີ້, ສື່ມ່ວນຊົນໄດ້ເຂົ້າສຳພາດ ທ່ານ ຮສ. ດຣ. ຄຳຜົງ ນາມມະວົງມີໄຊ ຫົວໜ້າຫ້ອງການວິຊາການ ມຊ. ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມຊ. ກ່ຽວກັບການສອບເສັງຄັດເລືອກເອົານັກຮຽນສາມັນເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ ສົກປີ 2016-2017 ເຊິ່ງຈະຈັດການສອບເສັງຂຶ້ນໃນວັນທີ 11 ສິງຫາ 2016 ມື້ດຽວ, ປີນີ້ມີຜູ້ສະໝັກເຂົ້າສອບເສັງທັງໜົດ 15 ພັນກວ່າຄົນ, ແຕ່ວ່າ ມຊ. ຮອງຮັບໄດ້ພຽງແຕ່ 5.335 ຄົນຕາມທິດຊີ້ນຳຂອງກະຊວງສຶກສາທິການ ແລະກີລາ, ກໍຄືຄວາມສາມາດຕົວຈິງ.

          ທ່ານ ຮສ.ດຮ. ຄຳຜົງ ນາມມະວົງມີໄຊ ໄດ້ກ່າວວ່າ: ພາຍຫຼັງໄດ້ຮັບຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະກີລາວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລວມການຈັດຕັ້ງສອບເສັງນັກຮຽນສາມັນເຂົ້າຮຽນມະຫາວິທະຍາໄລແຫ່ງຕ່າງໆ ( 4 ມະຫາວິທະຍາໄລຄື: ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈຳປາສັກ ແລະມະຫາວິທະຍາໄລແຫ່ງຊາດ) ເລກທີ 2291 ລົງວັນທີ 25 ພຶດສະພາ 2016; ອະທິການບໍດີມະຫາວິທະຍາໄລແຫ່ງຊາດຈຶ່ງໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການຊີ້ນຳລວມ ແລະອະນຸກຳມະການດ້ານຕ່າງໆເພື່ອຈັດຕັ້ງປະຕິບັດການສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດໃນສົກຮຽນ 2016-2017; ດັ່ງນັ້ນ, ຈຶ່ງເລີ່ມເປີດຂາຍຄຳຮ້ອງຕັ້ງແຕ່ວັນທີ 27 ມິຖຸນາ ແລະຮັບໃນວັນທີ 4 ກໍລະກົດ ຈົນຮອດວັນທີ 5 ສິງຫາ ເຊິ່ງຄ່າຄຳຮ້ອງຊຸດລະ 22,000 ກີບໃນນັ້ນປະກອບມີ: ໃບຄຳຮ້ອງ, ປຶ້ມຄູ່ມື ແລະອຸປະກອນໃຊ້ສຳລັບສອບເສັງ; ສຳລັບຄ່າລົງທະບຽນພຽງແຕ່ 35,000 ກີບມາຮອດປັດຈຸບັນມີນັກສອບເສັງລົງທະບຽນປະມານ 15 ພັນກວ່າຄົນ, ສ່ວນຈຸດສອບເສັງມີ 20 ຈຸດໃນນັ້ນ, ວິທະຍາເຂດດົງໂດກປະກອບມີ 13 ຈຸດ ​ແລະ​ນອກ​ວິທະຍາ​ເຂດ​ດົງ​ໂດກ​ມີ 7 ຈຸດ​ຄື:ມສ. ວຽງຈັນ, ມສ ວຽງຈັນ-ໂຮ່ຈີມິນ, ມ ປາຍມິດຕະພາບວຽງຈັນ-ຮ່າໂນ້ຍ ຫຼັກ5, ມສ ຕານມີໄຊ; ສ່ວນວິທະຍາເຂດໂສກປ່າຫຼວງປະກອບມີ 3 ຈຸດຄື: ຄະນະວິສະວະກຳສາດ, ຄະນະນິຕິສາດ-ລັດຖະສາດ ແລະວິທະຍາໄລເຕັກນິກສັບພະວິຊາ. ສຳລັບຮູບແບບການສອບເສັງຄັ້ງນີ້ໄດ້ຈັດແບ່ງອອກເປັນ 3 ກຸ່ມຄື: ກຸ່ມ A ເປັນສາຍທຳມະຊາດປະກອບມີ ບັນດາສາຂາວິຊາຂອງຄະນະວິສະວະກຳສາດ, ຄະນະວິທະຍາສາດທໍາມະຊາດ, ຄະນະສະຖາປັດຕະຍະກໍາສາດ ແລະຄະນະສຶກສາສາດ. ສ່ວນກຸ່ມ B ເປັນສາຍສັງຄົມປະກອບມີບັນດາສາຂາວິຊາຈາກຄະນະນິຕິກຳສາດ-ລັດຖະສາດ, ຄະນະອັກສອນສາດ, ຄະນະວິທະຍາສາດສັງຄົມ, ຄະນະສຶກສາສາດ ແລະກຸ່ມ C ເປັນສາຍເຄິ່ງທຳມະຊາດ ແລະເຄິ່ງສັງຄົມ ປະກອບມີບັນດາສາຂາວິຊາຈາກຄະນະເສດຖະສາດ-ບໍລິຫານທຸລະກິດ, ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດປ່າໄມ້ ແລະຄະນະກະເສດສາດ. ສຳລັບຕາຕະລາງສອບເສັງສະເພາະກຸ່ມ A ຕອນເຊົ້າສອບເສັງວິຊາຄະນິດສາດA. ຕອນບ່າຍສອບເສັງວິຊາຟີຊິກສາດ, ເຄມີສາດ ແລະຊີວະສາດ. ສ່ວນກຸ່ມ B ຕອນເຊົ້າສອບເສັງຄະນິດສາດB ແລະ ພາສາລາວ-ວັນນະຄະດີ. ຕອນບ່າຍສອບເສັງວິຊາພູມີສາດ ແລະປະຫວັດສາດ. ສຳລັບກຸ່ມ C ຕອນເຊົ້າສອບເສັງວິຊາຄະນິດສາດC, ເຄມີສາດ, ຊີວະສາດ. ຕອນບ່າຍສອບເສັງວິຊາພູມີສາດ ແລະປະຫວັດສາດ.

          ການຮອງຮັບນັກສຶກສາເຂົ້າຮຽນໃນສົກຮຽນ 2016-2017 ຈໍານວນ 5.335 ຄົນໃນນັ້ນປະກອບມີນັກສຶກສາໃນແຜນ 703 ຄົນ, ພະນັກງານຕາມແຜນແບ່ງປັນ 36 ຄົນ, ນັກສຶກສາຕໍ່ເນື່ອງປະລິນຍາຕີ 1.030 ຄົນ, ອະນຸປະລິນຍາ 90 ຄົນ ແລະສອບເສັງເຂົ້າ 3.476 ຄົນ. ສຳລັບຜົນການສອບເສັງຈະປະກາດໃຫ້ຮູ້ກ່ອນວັນທີ 15 ກັນຍາ 2016 ເຊິ່ງສາມາດຕິດຕາມໄດ້ຈາກສູນຕ່າງໆໂດຍສະເພາະສູນສອບເສັງຂອງມະຫາວິທະຍາໄລແຫ່ງຊາດ, ພະແນກສຶກສານະຄອນຫຼວງ ແລະພະແນກສຶກສາທິການ ແລະກີລາແຂວງຕ່າງໆ ຫຼື ຕິດຕາມທາງເວບໄຊ www.nuol.edu.la

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.