ກອງປະຊຸມວິຊາການຄັ້ງທີ 7 ການພັດທະນາທຸລະກິດກະສິກຳ ແບບຢືນຍົງຢູ່ ສປປ ລາວ

1470991820 tmp IMG 9494

1470991820 tmp IMG 9494

          ໃນຕອນບ່າຍວັນທີ 8 ສິງຫາ 2016 ຜ່ານມານີ້, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໄດ້ຈັດກອງປະຊຸມວິຊາການຄັ້ງທີ 7 ໃນຫົວຂໍ້ “ການພັດທະນາທຸລະກິດກະສິກຳ ແບບຢືນຍົງຢູ່ ສປປ ລາວ” ຂຶ້ນທີ່ຫ້ອງປະຊຸມຂອງສະຖາບັນຕົນ. ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມຊ, ທ່ານນາງ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ, ທັງເປັນສະມາຊິກສະພາແຫ່ງຊາດ, ທ່ານ ສຈ. ດຣ. ເທຣຸກາຊຶ ຊຶຣຶກະ ສາດສະດາຈານດ້ານການພັດທະນາກະສິກຳຈາກມະຫາວິທະຍາໄລ ໂອກາຢາມະ ໂຊກະ ແລະສາດສະດາຈານກິດຕິມະສັກ ຈາກມະຫາວິທະຍາໄລໂກເບ ຂອງຍີ່ປຸ່ນ, ທ່ານ ຮສ. ປອ. ບຸນລ້ວນ ດ້ວງເງິນ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ມີບັນດານັກວິຊາການຈາກພາກສ່ວນຕ່າງໆໃນ ສປປ.ລາວ ແລະບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

          ຜ່ານມາສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ນອກຈາກຈະສຸມໃສ່ວຽກງານການສອນຫຼັກສູດໄລຍະຍາວ ໂດຍສະເພາະຫຼັກສູດປະລິນຍາໂທບໍລິຫານທຸລະກິດ, ຫຼັກສູດເຝິກອົບຮົມໄລຍະສັ້ນ ໃນວິຊາຕ່າງໆທີ່ກ່ຽວຂ້ອງກັບການບໍລິຫານທຸລະກິດ ແລະບໍລິຫານອົງກອນ, ການຄົ້ນຄວ້າວິທະຍາສາດ, ການໃຫ້ຄຳປຶກສາ ທຸລະກິດແກ່ບໍລິສັດຕ່າງໆແລ້ວ ສະຖາບັນລາວ-ຍີ່ປຸ່ນຍັງໃຫ້ຄວາມສຳຄັນກັບການຈັດກອງປະຊຸມສຳມະນາທາງວິຊາການໃນລະດັບຕ່າງໆກັບພາຍໃນ ແລະຕ່າງປະເທດ ໂດຍມີຈຸດປະສົງເພື່ອເປີດກວ້າງການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ຄວາມຮູ້ ແລະປະສົບການໃນຫົວຂໍ້ຕ່າງໆ. ສຳລັບກອງປະຊຸມສຳມະນາທາງທຸລະກິດຄັ້ງທີ 7 ນີ້ແມ່ນຈັດຂຶ້ນພາຍໃຕ້ຫົວຂໍ້ “ການພັດທະນາທຸລະກິດກະສິກຳ ແບບຢືນຍົງຢູ່ ສປປ ລາວ”. ເຊິ່ງເປັນໜຶ່ງໃນຂະບວນການສະເຫຼີມ-ສະຫຼອງວັນສ້າງຕັ້ງ ມຊ. ຄົບຮອບ 20 ປີ, ເພື່ອເສີມບົດບາດຂອງ ມຊ. ໃນການພັດທະນາ ສປປ ລາວ ຕາມທິດສີຂຽວ ແລະແບບຍືນຍົງ.

          ໂອກາດນີ້, ທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ໄດ້ກ່າວບາງຕອນວ່າ: ສປປ ລາວ ຂອງພວກເຮົາເປັນປະເທດກະສິກຳ ເຊິ່ງແຮງງານສ່ວນໃຫຍ່ກໍແມ່ນແຮງງານກະສິກຳ. ເຖິງແມ່ນວ່າ ອັດຕາສ່ວນແບ່ງຂອງຂະແໜງການກະສິກຳຕໍ່ GDP ຈະຫຼຸດລົງຈາກ 48.5 ເບີເຊັນ ໃນປີ 2000 ມາເປັນ 24.8% (ເປີເຊັນ) ໃນປີ 2014 ກໍຕາມ, ແຕ່ວ່າອັດຕາການຂະຫຍາຍຕົວຂອງຂະແໜງການດັ່ງກ່າວໄດ້ມີທ່າອ່ຽງເພີ່ມຂຶ້ນໃນໄລຍະ 1 ທົດສະວັດທີ່ຜ່ານມາ. ສິ່ງດັ່ງກ່າວສະແດງໃຫ້ເຮົາເຫັນວ່າ ວຽກງານກະສິກຳເປັນພື້ນຖານໜຶ່ງທີ່ສຳຄັນ ໃນພາລະກິດສ້າງສາພັດທະນາປະເທດຊາດຂອງພວກເຮົາ. ຂ້າພະເຈົ້າ ເຫັນວ່າ ການຍົກສູງບົດບາດກະສິກຳຕໍ່ການພັດທະນາເສດຖະກິດເປັນບັນຫາສຳຄັນ ແລະທ້າທາຍ ທີ່ຕ້ອງໄດ້ຮັບການເອົາໃຈໃສ່.

          ການພັດທະນາຂະແໜງການກະສິກຳໃຫ້ມີຄວາມຍືນຍົງ ເປັນພາກສ່ວນໜຶ່ງໃນການພັດທະນາເສດຖະກິດ ກໍຄືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ກອງປະຊຸມວິຊາການໃນຄັ້ງນີ້ ຈຶ່ງເປັນເວທີອັນໜຶ່ງທີ່ນັກວິຊາການຫຼາຍທ່ານທັງຈາກພາຍໃນ ມຊ ແລະພາຍນອກ ມານຳສະເໜີຜົນງານດ້ານວິຊາການ ເພື່ອເປັນແນວທາງໃນການພັດທະນາຂະແໜງການດັ່ງກ່າວ.

ເຖິງແມ່ນວ່າກອງປະຊຸມໃນມືນີ້ຈະມີໄລຍະສັ້ນ, ແຕ່ຂ້າພະເຈົ້າເຫັນວ່າ ມັນໄດ້ສ້າງກາລະໂອກາດອັນດີໃຫ້ແກ່ບັນດານັກວິຊາການ, ປັນຍາຊົນ ແລະນັກຮຽນຮູ້ທັງຫຼາຍ ມາຮ່ວມກັນເພື່ອປຶກສາຫາລື ແລະແລກປ່ຽນຄຳຄິດເຫັນ ເພື່ອພ້ອມກັນປັບປຸງ ແລະພັດທະນາຂະແໜງການກະສິກຳໃຫ້ມີຄວາມຍືນຍົງຕໍ່ໄປໃນອະນາຄົດ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການບັນຍາຍຈາກນັກວິຊາການມີທັງໝົດ 6 ຫົວຂໍ້ໃຫຍ່ຄື: ຫົວຂໍ້ “ທິດສະດີເສດຖະສາດດ້ານການພັດທະນາກະສິກຳ ແລະການຂະຫຍາຍແບບຍືນຍົງ” ບັນຍາຍໂດຍທ່ານ ສຈ. ດຣ. Terukazu SURUGA ຜູ້ອຳນວຍການມະຫາວິທະຍາໄລ ໂອກາຢາມະ ໂຊກະ, ຫົວຂໍ້ “ນະໂຍບາຍການພັດທະນາແບບຍືນຍົງຂອງລັດຖະບານລາວ” ບັນຍາຍໂດຍທ່ານ ປອ. ພັນປະກິດ ພັນດາລາ ຫົວໜ້າພະແນກແຜນການ ແລະການຮ່ວມມື ກົມປູກຝັງ, ກະຊວງກະສິກໍາ ແລະປ່າໄມ້, ຫົວຂໍ້ “ສຶກສາສະພາບການໃຫ້ເຊົ່າທີ່ດິນເພື່ອການປູກກ້ວຍຕໍ່ການພັດທະນາເສດຖະກິດແຂວງບໍ່ແກ້ວ” ບັນຍາຍໂດຍທ່ານ ຮສ. ປອ. ໂພສີ ຈັນມິ່ງ ຫົວໜ້າສູນຄົ້ນຄວ້າຈີນ ມຊ. ຫົວຂໍ້ “ສົ່ງເສີມຜູ້ຜະລິດ ແລະສັນຍາສອງສົ້ນທາງການເປັນປັດໃຈສູ່ຄວາມສຳເລັດ” ບັນຍາຍໂດຍທ່ານ ປອ. ພັນປະກິດ ອ່ອນພັນດາລາ ຮອງຜູ້ອຳນວຍການ ສະຖາບັນພັດທະນາຊັບພະຍາກອນມະນຸດ, ຫົວຂໍ້ “ຂີດຄວາມສາມາດໃນການແຂ່ງຂັນຂອງຜູ້ປະກອບການວິສາຫະກິດ SMEs ຂະແໜງອຸດສາຫະກຳປຸງແຕ່ງສະບຽງອາຫານ ໃນເຂດນະຄອນຫຼວງວຽງຈັນ” ບັນຍາຍໂດຍທ່ານ ນາງ ມຸກດາລາ ໂສພາລີ ນັກວິຊາການສະຖາບັນທະນາຄານ, ຫົວຂໍ້ “ການສຶກສາຜົນກະທົບຂອງການລົງທຶນທຸລະກິດກະເສດຂອງຈີນຢູ່ພາກເໜືອ ສປປ ລາວ” ບັນຍາຍໂດຍທ່ານ ຮສ. ປອ. ສິລິນທອນ ສັກລໍຄຳ ຮອງຄະນະບໍດີ ຄະນະກະເສດສາດ ມຊ.

ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 1 ວັນເຕັມ ແລະໄດ້ປິດລົງດ້ວຍຜົນສຳເລັດຕາມຈຸດປະສົງ ແລະເປົ້າໝາຍ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.