ມຊ. ສໍາເລັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນສົກສຶກສາ2016-2017

1471417143 tmp IMG 9512

1471417143 tmp IMG 9512

        ເພື່ອປະຕິບັດຕາມແຜນການຮັບນັກສຶກສາເຂົ້າຮຽນສົກສຶກສາ 2016-2017 ແລະສາມາດຄັດເລືອກໄດ້ນັກສຶກສາທີ່ຮຽນເກັ່ງ, ມີຄວາມຮູ້ຄວາມສາມາດເຂົ້າຮຽນໃນສາຂາວິຊາຕ່າງໆນັ້ນ, ໃນວັນທີ 11 ສິງຫາ 2016 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມຊ. ສົກສຶກສາ 2016-2017 ຂຶ້ນຢ່າງເປັນທາງການ, ເຊິ່ງຈຸດການສອບເສັງໃຫຍ່ ແມ່ນຢູ່ ມະຫາວິທະຍາໄລແຫ່ງຊາດ(ວິທະຍາເຂດດົງໂດກ).

        ການສອບເສັງຄັດເລືອກເອົານັກສຶກສາປີນີ້, ທາງມະຫາວິທະຍາໄລແຫ່ງຊາດໄດ້ມີການປັບປ່ຽນຮູບແບບການສອບເສັງ ຈາກ 2 ວັນ ທີ່ເຄີຍຈັດການສອບເສັງໃນຫຼາຍປີທີ່ຜ່ານມາ, ມາເປັນ 1 ວັນ ແລະປັບປ່ຽນຈາກ 6 ວິຊາສອບເສັງ ມາເປັນ 8 ວິຊາສອບເສັງ; ໂດຍແຍກເປັນ 3 ສາຍວິຊາສອບເສັງຄື: ສາຍ A, B, C, ສາຍ A ແມ່ນສາຍວິຊາທໍາມະຊາດ, ສາຍ B ແມ່ນ ສາຍວິຊາສັງຄົມ ແລະ ສາຍ C ແມ່ນສາຍວິຊາ ທໍາມະຊາດ ບວກສາຍວິຊາສັງຄົມ. ທ່ານ ຮສ.ປອ. ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມຊ. ຜູ່ຊີ້ນໍາວຽກງານວິຊາການໄດ້ໃຫ້້ຮູ້ວ່າ: ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ມຊ. ປີນີ້ແມ່ນໄດ້ຈັດຂຶ້ນຕາມແຜນການທີ່ວາງໄວ້, ເຊິ່ງເປົ້າໝາຍຕົ້ນຕໍແມ່ນເພື່ອຄັດເລືອກເອົານັກສຶກສາຜູ່ຮຽນເກັ່ງ, ມີຄວາມຮູ້-ຄວາມສາມາດເຂົ້າມາຮຽນ, ເພື່ອເປັນການໃຫ້ສິດສະເໝີພາບແກ່ນັກຮຽນທີ່ຈົບຈາກມັດທະຍົມຕອນປາຍ(ມ7) ໃນຂອບເຂດທົ່ວປະເທດທັງຕົວເມືອງ ແລະຊົນນະບົດ ຫ່າງໄກສອກຫຼີກໄດ້ມີໂອກາດສອບເສັງເຂົ້າຮຽນຕາມສາຍວິຊາທີ່ເຂົາເຈົ້າເກັ່ງ ແລະມີພອນສະຫວັນ ແລະການສອບເສັງໃນປີນີ້, ມີຜູ່ມາລົງທະບຽນສອບເສັງທັງໝົດແມ່ນ 16,579 ຄົນ, ຍິງ 8,039 ຄົນ, ຈັດເປັນ 20 ຈຸດສອບເສັງ, ມີ 898 ຫ້ອງສອບເສັງ ແລະຈໍານວນຜູ່ມາສອບເສັງໃນ 16, 579 ຄົນນີ້, ແມ່ນພວກເຮົາຈະຄັດເລືອກເອົາພຽງ 3.466 ຄົນ ເທົ່ານັ້ນ ແລະເມື່ອລວມທັງນັກສຶກສາທີ່ຄັດເລືອກຈາກການສອບເສັງເຂົ້າ ແລະນັກສຶກສາໃນແຜນແບ່ງປັນຈໍານວນ703 ຄົນ, ພະນັກງານທຶນແບ່ງປັນ 36 ຄົນ, ພະນັກງານມາຮຽນຕໍ່ ຈ່າຍຄ່າຮຽນ 10 ຄົນ, ນັກສຶກສາຕໍ່ເນື່ອງທຶນແບ່ງປັນ 177 ຄົນ, ຈ່າຍຄ່າຮຽນ 853 ຄົນ ແລະນັກສຶກສາລະດັບອະນຸປະລິນຍາ ທຶນແບ່ງປັນ 18 ຄົນ ແລະຈ່າຍຄ່າຮຽນ 72 ຄົນ, ລວມທັງໝົດເປັນ 5.335 ຄົນ.

         ສໍາລັບຜົນການສອບເສັງແມ່ນຈະແຈ້ງໃຫ້ທຸກພາກສ່ວນຊາບຊ້າສຸດບໍ່ເກີນ 30 ວັນ, ນັບຈາກມື້ສໍາເລັດການສອບເສັງເປັນຕົ້ນໄປ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.