ມຊ. ເປີດບັ້ນເຝິກອົບຮົມທິດສະດີ ການເມືອງ-ການປົກຄອງໄລຍະສັ້ນ

1471420496 tmp IMG 9635

1471420496 tmp IMG 9635

       ເພື່ອເປັນການສືບຕໍ່ ບໍາລຸງ ຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງໃຫ້ແກ່ ພະນັກງານສະມາຊິກພັກ ແລະພະນັກງານຫຼັກແຫຼ່ງ ຂອງມະຫາວິທະຍາໄລແຫ່ງຊາດ, ໃນຕອນບ່າຍ ວັນທີ 12 ສິງຫາ 2016 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານຫຼັກແຫຼ່ງ ທົ່ວ ມຊ. ຂຶ້ນທີ່ຫ້ອງປະຊຸມຊັ້ນ 2 ສະໂມສອນໃຫຍ່ ມຊ. ໂດຍການໃຫ້ກຽດເປັນປະທານກ່າວເປີດ ຂອງ ທ່ານ ສຈ.ປອ. ສົມສີ ຍໍພັນໄຊ ເລຂາຄະນະພັກ, ວ່າການແທນອະທິການບໍດີ ມຊ. ໃນພິທີ ມີທ່ານ ສະໝຸດທອງ ສົມສະນິດ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ມີບັນດາຄະນະພັກ ມຊ, ຄະນະພັກຮາກຖານ, ຄະນະບໍດີ-ຮອງຄະນະບໍດີ, ບັນດາຫົວໜ້າຫ້ອງການ, ຜູ້ອໍານວຍການ ສະຖາບັນ, ສູນ, ຫໍສະໝຸດກາງ, ໂຮງໝໍ, ໂຮງຮຽນອ້ອມຂ້າງ ມຊ ແລະນັກສໍາມະນາການເຂົ້າຮ່ວມທັງໝົດ 150 ສະຫາຍ.

        ການເຝິກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ທີ່ຈັດຂຶ້ນໃນຄັ້ງນີ້ ເປັນຄັ້ງທີ IX, ມີພະນັກງານສະມາຊິກພັກແລະພະນັກງານຫຼັກແຫຼ່ງຈາກ 13 ຮາກຖານພັກອ້ອມຂ້າງມຊ.ເຂົ້າຮ່ວມເຝິກອົບຮົມ 100 ສະຫາຍ, ຍິງ 48 ສະຫາຍ; ສໍາຫຼັບວິຊາທີ່ນໍາມາເຝິກອົບຮົມ ປະກອບມີ 6 ວິຊາຄື: ວິຊາປັດສະຍາ 8 ບົດ, ວິຊາເສດຖະສາດການເມືອງ 8 ບົດ, ວິຊາລັດທິສັງຄົມນິຍົມວິທະຍາສາດ 10 ບົດ, ວິຊາບໍລິຫານສາດ 8 ບົດ, ວິຊາກໍ່ສ້າງພັກ 8 ບົດ ແລະວຽກງານ ຂອງອົງຄະນະພັກ ມຊ. ໃນນັ້ນ, ວຽກຂອງອົງຄະນະພັກ ມຊ. ປະກອບມີ: ວຽກງານ ກໍ່ສ້າງພັກ-ພະນັກງານ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ມຊ ແລະແຜນພັດທະນາ ມຊ. ໄລຍະປີ 2016-2020 ແລະແຜນຍຸດທະສາດຮອດປີ 2025, ປີ 2030 ຂອງ ມຊ.

       ການເຝິກອົບຮົມໃນຄັ້ງນີ້; ບັນດານັກສໍາມະນາກອນຈະສາມາດຮັບຮູ້ ແລະກໍາໄດ້ເນື້ອໃນຕ່າງໆດັ່ງນີ້: ເນື້ອໃນພື້ນຖານຂອງທິດສະດີມາກ-ເລນິນ, ກໍາໄດ້ແໜ້ນແນວທາງການເມືອງຂອງພັກ-ລັດ ແລະພ້ອມແລ້ວທີ່ຈະສາມາດ ນໍາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ. ກ້າສະແດງຄວາມຄິດ ຄວາມເຫັນໃນເວລາຄົ້ນຄວ້າ ແລະສົນທະນາ, ມີຄວາມຮູ້ພື້ນຖານ ທາງດ້ານທິດສະດີການເມືອງ ປະກອບໃສ່ໃນການປະຕິບັດວຽກງານຕົວຈິງ, ໂດຍສະເພາະແມ່ນການສິດສອນ,  ການຄົ້ນຄວ້າວິໄຈ ແລະວຽກງານການຊີ້ນໍາ ນໍາພາທີ່ຕົນຮັບຜິດຊອບໃຫ້ເກີດຜົນປະໂຫຍດຕໍ່ສ່ວນລວມຫຼາຍຂຶ້ນ.

ພາບບັນຍາກາດ

ສຳນັກງານໃຫ່ຍ

ບ້ານ ດົງໂດກ
ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ສ.ປ.ປ.ລາວ

ຕິດຕໍ່ພົວພັນ

ໂທ:+856 (21) 770070
ແຟັກ:+856 (21) 770070
ອີເມວ: nuolinfo@nuol.edu.la

ລິຂະສິດ

Copyright © 2021 National University of Laos. All Rights Reserved.